ມູນເດີມຂອງລາວ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album


ຄວາມສໍາຄັນຂອງມູນເດີມ

ເນື່ອງຈາກວ່າມີຄົນລາວເຮົາຈໍານວນບໍ່ຫນ້ອຍທີ່ບໍ່ຮູ້ຈັກທີ່ເປັນທີ່ມາຂອງຕົນ ຂ້າພະເຈົ້າໃນນາມຄົນລາວຜູ້ນຶ່ງທີ່ພໍໄດ້ຮູ້ໄດ້ຮໍ່າຮຽນມາ ຈຶ່ງຂໍຖືໂອກາດນີ້ເກັບກໍາສະສົມສິ່ງທີ່ບັນພະບຸຣຸດຂອງລາວເຮົາໄດ້ຮັກສາ
ແລະຖ່າຍທອດມາຈົນເຖີງພວກເຮົາ

ຫວັງວ່າມູນເດີມທີ່ມາໃນຮູບຜຍາ ສຸພາສິດ ກາບກອນ ວັນນະຄະດີ ແລະຂໍ້ຂຽນຕ່າງໆຈະມີປໂຍດແກ່ທຸກໆທ່ານທີ່ໃຝ່ຮູ້ເຖີງກົກເຄົ້າ
ແລະຄວາມເປັນມາຂອງຕົນເອງ
ເພາະສໍາລັບຂ້າພະເຈົ້າແລ້ວ ຖ້າວ່າເຮົາບໍ່ຮູ້ວ່າເຮົາແມ່ນໃຜ? ມາຈາກໃສ? ແລະມີດີຫຍັງແດ່? ເຫດໃດເຮົາຈຶ່ງຈະກ້າວໄປໄດ້ຢ່າງຄົນທີ່ມີກຽດສັກສີຜູ້ນຶ່ງ?

-ລາວເກົ່າ


Last Updated November 16, 2017


 


ຄັ້ງນຶ່ງໃນຄວາມຈໍາ
ຂໍໃຫ້ເຮົາໄດ້ເປັນດັ່ງສາຍຝົນ
ທີ່ໃຫ້ຄວາມຊຸ່ມຊໍ່າແກ່ພຶກສາຊາດ

ຄັ້ງນຶ່ງໃນຄວາມຫວັງ
ຂໍໃຫ້ເຮົາໄດ້ເປັນດັ່ງສາຍທາງ
ທີ່ຜູ້ຄົນໄດ້ເດີນໄຕ່

ຄັ້ງນຶ່ງໃນຄວາມຫມຸ່ງຫມັ້ນ
ຂໍໃຫ້ເຮົາໄດ້ຮັກສາສັດຈະ
ທີ່ໃຫ້ໄວ້ແກ່ມວນຊົນ

ແລະຄັ້ງນຶ່ງຂອງຊີວິດ
ຂໍໃຫ້ເຮົາໄດ້ສລະເລືອດເນື້ອ
ເພື່ອຊົງໄວ້ຊຶ່ງສັດຈະທັມ


 

ລາວເກົ່າໃນອາດີດ
ຖ້າທ່ານມີຂໍ້ຄິດເຫັນໃດໆຢາກແຈ້ງໃຫ້ຂ້າພະເຈົ້າຊາບ ຫລືຢາກປະກອບສ່ວນສົ່ງມູນເດີມຂອງທ່ານມາຮ່ວມລົງນໍາ
ກະຣຸນາຂຽນຫາຂ້າພະເຈົ້າໄດ້ທີ່

lanxang@gmail.com


43869