ກະວີເພື່ອຊີວິດ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album


ໃບໄມ້ຫລົ່ນ

ໃບນຶ່ງ ສອງໃບ
ປີວວ່ອນລົງ ຈົນເຖີງດິນ
ວັນກ່ອນ
ຂ້ອຍຍັງເຫັນ
ມັນແກ່ວງໄກ່ວ ໂບກໄປມາຕາມສາຍລົມ
ອ່ອນໄຫວ ຊຸ່ມຊື່ນ ເຢັນຕາ
ແຕ່ມາວັນນີ້
ບ່ອນທີ່ມັນເຄີຍຢູ່
ເຫລືອແຕ່ຄວາມຫວ່າງເປົ່າ
ຈືດຊືດ ມືດມົນ ຂົ່ມຂືນ
ຂ້ອຍບໍ່ຢາກເບິ່ງ
ຢາກຫລັບຕາ ໄປເທົ່າໃດໆ
ແຕ່ຂ້ອຍຕ້ອງເບິ່ງ
ຕ້ອງມືນຕາ ຈ້ອງມອງ
ຊີວິດ ຖ້າບໍ່ສູ້
ຈະຢູ່ໄປ ມີຄ່າຫຍັງ?

ສາມ ສີ່ ຫ້າ ຫົກ ເຈັດໃບ
ລອຍລົງມາ ລົງມາອີກ ຢ່າງແຊ່ມຊ້ອຍ
ຂ້ອຍຕັ້ງໃຈເບິ່ງ
ຄັ້ງນີ້ ມັນງາມ ມີສິລປໃນຕົວ
ຫລົ່ນອີກແລ້ວ ແປດເກົ້າສິບໃບ…
ເມື່ອຟ້າຝົນລົມແດງຜ່ານໄປ
ຄວາມຫວານຊື່ນ ກໍຕິດຕາມມາ
ພ້ອມກັບໃບໄມ້ຫລົ່ນ ໃບສຸດທ້າຍ

  ເຖີງຍິງຄົນນຶ່ງທີ່ມີແຕ່ຄໍາວ່າ“ໃຫ້”ແລະ“ໃຫ້”

ບາງຄັ້ງການໃຫ້ຂອງຍິງຄົນນັ້ນ
ຫມາຍເຖີງຕົນເອງຕ້ອງອຶດຫີວ ວິງວຽນເພາະບໍ່ມີຫຍັງຈະເຫລືອກິນ
ເພາະອາຍຸປານເພິ່ນ ຄວນຈະໄດ້ຮັບການເອົາໃຈໃສ່
ແຕ່ເພິ່ນກໍບໍ່ສົນໃຈ
ເພິ່ນເຝົ້າມອບຮອຍຍີ້ມໃຫ້ແກເຮົາສເມີ ທັງທີບໍ່ຮູ້ວ່າມື້ອື່ນຈະເອົາແນວກິນມາແຕ່ທາງໃດ
ສິ່ງດຽວທີ່ເພິ່ນເຝົ້າຝັນຫາ
ພຽງເພື່ອໃຫ້ໄດ້ເຫັນປະກາຍແຫ່ງຄວາມອີ່ມເອີບໃນດວງຕາຂອງພວກເຮົາ
ເພິ່ນກໍອີມພໍແລ້ວ
ເພິ່ນບໍ່ຕ້ອງການຫຍັງເປັນການຕອບແທນ
ບຸນຄຸນຂອງເພິ່ນນັ້ນ
ຢ່າວ່າແຕ່ຂຸນເຂົາທີ່ສູງຕະຫງ່ານຟ້າ
ມະຫາສມຸດທີ່ເລິກລຽບລໍ້າ
ໂຮມກັນເຂົ້າຈັກຮ້ອຍພັນເທື່ອ ກໍບໍ່ອາດເອົາມາປຽບໄດ້ເລີຍ

ເພິ່ນຢູ່ໄດ້ທຸກຫົນທຸກແຫ່ງໃນໂລກນີ້
ໃນທີ່ໆເຮົາອ້າງຫວ້າງ ໃນທີ່ໆເຮົາຂັດສົນ
ຝາມືທີ່ຖນຸຖນອມໃຫ້ຄວາມຮັກກໍາລັງໃຈຂອງເພິ່ນ
ຍັງຄົງອົບອ່ວນລ່ອງລອຍມາກັບສາຍລົມ
ສໍາຜັດລູບໄລ້ເຮືອນຜົມຂອງພວກເຮົາຕລອດເວລາ

“ແມ່” ໂອ້ແມ່ ຈະຫາວາຈີໃດໃນໂລກນີ້
ຫວານຊຶ້ງເທົ່າກັບຄໍາວ່າ “ແມ່” ບໍ່ມີອີກແລ້ວ
ຫົວໃຈຂອງລູກພອງໂຕດ້ວຍຄວາມສຸກ ຮີມຕາສັ່ນຣິກໆ
ເມື່ອເອີ່ຍຄໍາໆນີ້ອອກມາ
ຫາກຂາດຄໍາວ່າ“ແມ່”ຍາມໃດ
ໂລກທັງໂລກ ຄົງຈະມືດມິດ
ພູເຂົາຈະຖລົ່ມທະລາຍ
ມະຫາສມຸດຈະປັ່ນປ່ວນແຕກເປັນຟອງກະຈາຍ
ລູກບໍ່ອາດສັນຫາຄໍາເວົ້າໃດມາບັລຍາຍ
ຄວາມໃນໃຈຂອງລູກທີ່ມີຕໍ່ແມ່ໄດ້
ຄໍາເວົ້າມ່ວນໆມີມາກມາຍ
ແຕ່ຈະຫາຄໍາໃດສູງຄ່າເທົ່າກັບຄໍາວ່າແມ່ ບໍ່ມີເລີຍ

ຂໍຟ້າດິນຈົ່ງເປັນພະຍານ
ຕາບໃດທີ່ລູກຍັງມີຊີວິດຢູ່
ລູກຈະບໍ່ໃຫ້ແມ່ໄດ້ຮັບຄວາມທຸກຍາກ
ໄດ້ຍິນບໍ່? ແມ່
ລູກດີໃຈທີ່ລູຍັງມີແມ່ເຫລືອຢູ່ຄືເຂົາອື່ນ

ແມ່ດໍາດວນແລະພໍ່ຫົງ
  ດວງຕາຄູ່ນັ້ນ

ດວງເອີຍດວງຕາ
ເປັນຫຍັງເຈົ້າຈຶ່ງມີມົນຂັງ
ສະກິດໃຈຂ້ອຍໃຫ້ຫວນນຶກ
ແມ້ນຈະຈາກມາໄກແສນໄກ
ແມ້ນວັນເວລາຈະເລືອນລັບ
ເຈົ້າກໍຍັງຢູ່ໃນຄວາມຊົງຈໍາ
ຄວາມນຶກຄິດແລະແມ້ນກະທັ່ງຄວາມຝັນຂອງຂ້ອຍ

ບອກຕົງໆບາງຄັ້ງ
ຂ້ອຍຢາກຈະຫລົງລືມ
ຮອຍແຜທີ່ຄວາມຫລັງປະຝັງໄວ້
ແຕ່ຂ້ອຍກໍເຮັດບໍ່ລົງ
ເພາະຖ້າເຮັດຢ່າງນັ້ນ
ກໍເຫມືອນກັບວ່າ
ຂ້ອຍຫມົດສິ້ນແລ້ວຊຶ່ງຄວາມເປັນລາວ

ຂ້ອຍຮູ້ ເຈົ້າກໍເຈັບປວດຄືກັນ
ມັນເປັນຄວາມເຈັບປວດເລິກໆ
ທີ່ຄົນເຄີຍຊໍ້າມາດ້ວຍກັນເທົ່ານັ້ນຈະເຂົ້າໃຈໄດ້

ດວງເອີຍດວງຕາ
ນະທຸກສິ່ງທີ່ຂ້ອຍຫລຽວເຫັນ
ສາຍນໍ້າຂອງທີ່ໄຫລຫລັ່ງຍອມເປັນພະຍານ
ນະທຸກຢ່າງທີ່ຂ້ອຍຈັບຕ້ອງ
ວັດພະແກ້ວທີ່ເຈົ້າຂອງບໍ່ຢູ່ຍອມບອກໄດ້
ແລະນະທຸກອັນທີ່ຂ້ອຍສໍາຜັດ
ສານລືບພະສູນທີ່ລວມຫົວໃຈຂອງຄວາມເປັນລາວຍອມເປັນປະກັນ
ສິ່ງເຫລົ່ານີ້ລ້ວນຢໍ້າເຕືອນໃຫ້ຂ້ອຍຮູ້ວ່າ
ດິນແດນຕ່ອນນີ້ຊັບໄປດ້ວຍຮອຍເລືອດ
ຜູ້ຄົນເຫລົ່ານີ້ໃບຫນ້ານອງໄປດ້ວຍນໍ້າຕາ

ຂ້ອຍຄົງຈະຕາຍຕາບໍ່ຫລັບ
ຫາກດວງຕາຄູ່ນີ້ບໍ່ກາຍເປັນດວງຕາຄູ່ນັ້ນ
ແມ້ນພຽງຈັກຄັ້ງຈັກຄາວກໍຕາມ


  ເສັ້ນທາງຊີວິດ

ຊີວິດຄົນເຮົາ
ຄືກັບເສັ້ນທາງທີ່ເລາະລຽບໄປຕາມຮ່ອມພູ
ບາງຄັ້ງສູງຊັນຫນ້າໃຈຫາຍ
ບາງຄັ້ງງົດງາມຫນ້າປະທັບໃຈ
ບໍ່ມີໃຜອາດຈະຄາດຄະເນໄດ້ວ່າ
ທາງຂ້າງຫນ້າຈະເປັນແນວໃດ

ສິ່ງທີ່ບໍ່ຂາດຝັນອາດຈະເກີດຂຶ້ນໄດ້ທຸກເວລາ
ຫິມະອາດຈະໂປຍລົງມາ
ຟ້າຝົນອາດຈະກະຫນໍ່າ
ແລະແສງແດດອາດຈະເຜົາຜານ

ດ້ວຍວ່າຊີວິດນີ້ສັ້ນ
ຮັກກັນໄວ້ນັ້ນລະດີກ່ວາ
ທໍາຄວາມດີໄວ້ນັ້ນບໍ່ມີວັນເສັຽຫາຍ
ເພາະເຖີງເວລາທີ່ເຮົາຈະພາກຈາກກັນ
ໃນຊ່ວງນຶ່ງຂອງຄວາມຄິດ
ໃນວູບນຶ່ງຂອງຄວາມຊົງຈໍາ
ຈະໄດ້ລະນຶກວ່າ

ຊີວິດເຮົານີ້ໄດ້ມອບໃຫ້ແລ້ວ
ເພື່ອສິ່ງທີ່ດີງາມ
ເພື່ອຄົນທີ່ເຮົາຮັກ
ແລະເພື່ອຄົນທີ່ຮັກເຮົາ

*****

ວິຣະຊົນ

ເລືອດເຈົ້າໄຫລອາບທາທົ່ວແຜ່ນດິນ
ຈາກມະຫາໄຊບ້ານອີ່ພໍ່ຂ້ອຍ
ເຖີງເມືອງພວນບ້ານອີ່ແມ່

ເຈົ້າເປັນໃຜ?
ນາມຈັ່ງໃດ?
ຂ້ອຍບໍ່ຮູ້
ຮູ້ແຕ່ວ່າ
ທັງສອງຝ່າຍມີເຈົ້າເຂົ້າຮ່ວມ
ເຈົ້າຜູ້ຝັນໃຝ່ຢາກທໍາມາຫາກິນ
ດ້ວຍຄວາມສງົບສຸກ
ເຈົ້າຜູ້ຢາກເຂົ້າວັດເຂົ້າວາ
ຟັງທັມມະເທສນາຂອງພະສົງອົງຄະເຈົ້າ

ແຕ່ແລ້ວເຈົ້າກໍຕ້ອງມາຈັບປືນເຂັນຂ້າ
ຕ້ອງລຸກຂຶ້ນປນາມ
ເພື່ອນຮ່ວມຊາດຮ່ວມເຜົ່າພັນຂອງຕົນເອງ
ພຽງເພື່ອຫຍັງ?
ເຈົ້າເອງກໍບໍ່ຮູ້

ມາມື້ນີ້
ຫລັງຈາກສົງຄາມລາວເຜົາພ່ານລາວໄດ້ຜ່ານພົ້ນ
ບໍ່ມີໃຜຫລຽວແລເຈົ້າ
ເຫັນຄຸນຄ່າເຈົ້າ
ດັ່ງກັບຄວາມເຖົ້າເມື່ອເລີກຍາມນາ

ຂ້ອຍອົດບໍ່ໄດ້ທີ່ຈະນອງນໍ້າໃສໆໃນຕາ
ເມື່ອຫລຽວເຫັນຂາຂອງເຈົ້າທີ່ຂາດກຸ້ນ
ເຫັນໃບຫນ້າທີ່ຫົດຫ່ຽວ
ແລະເຫັນຮ່າງຄີງທີ່ສັ່ນເຊັນຂອງເຈົ້າ

ຈະມີໃຜແດ່ນໍຮູ້ວ່າ
ວິຣະຊົນຂອງຊາດ
ບໍ່ແມ່ນເຈົ້າໃຫຍ່ນາຍໂຕ
ທີ່ກອບໂກຍອໍານາດແລະເງິນຄໍາເຂົ້າຕົວ
ແຕ່ຫາກແມ່ນເຈົ້າຜູ້ເປັນຊາວນາຊາວໄຮ່
ທີ່ຫລັງຕ້ອງສູ້ຟ້າຫນ້າຕ້ອງສູ້ດິນ

ເຈົ້າຜູ້ເປັນຂ້າຣາຊການຜູ້ນ້ອຍ
ເງິນເດືອນກິນບໍ່ພໍແຈ່ວ
ເຈົ້າຜູ້ເປັນແມ່ຄ້າຊາວຂາຍ
ຕ້ອງຕື່ນເດິກລຸກເຊົ້າ
ຂົນເຄື່ອງຂຶ້ນລົດເມໄປຂາຍທີ່ຕລາດ
ເຈົ້າຜູ້ເປັນຄູບາອາຈານ
ຜູ້ເຝົ້າພໍ່າສິດສອນ
ຄຸນງາມຄວາມດີແລະວິຊາຄວາມຮູ້
ເຈົ້າຜູ້ເປັນນັກຮຽນນັກສຶກສາ
ຜູ້ບຸບັ່ນຮໍ່າຮຽນຈົນເດິກຈົນດື່ນ
ແລະເຈົ້າຜູ້ເປັນຊົນເຜົ່ານ້ອຍທີ່ຕ້ອງລໍາເຂັນ
ພຽງເພື່ອຫາລ້ຽງຊີບມາຈົນຕລອດ

ແມ້ນວ່າຈະບໍ່ມີໃຜ
ສ້າງອະນຸວະຣີໃຫ້ເຈົ້າ
ແຕ່ເຈົ້າກໍຄືວິຣະຊົນຂອງຂ້ອຍ
ວິຣະຊົນຂອງຊາດ
ວິຣະຊົນຂອງເຜົ່າພັນ
ທີ່ຊົ່ວຊີວິດນີ້ຂ້ອຍຈະບໍ່ມີວັນຫລົງລືມ

*****


ແປວໄຟແປວນີ້

ເຈົ້າກັບຄືນບ້ານ
ດ້ວຍຄວາມມຸ່ງຫວັງ
ຫວັງຈະໄດ້ສ້າງບ້ານແປງເມືອງ
ໃຫ້ທຽມທັນກັບບ້ານອື່ນເມືອງເຂົາຈັກເທື່ອ

ຂ້ອຍຫນີອອກໄປຢູ່ຕ່າງປະເທດ
ບໍ່ຮູ້ວັນໃດຈະໄດ້ຫ່ວນຢ່ອນກັບຄືນ
ຄິດໄປຄິດມາ
ກໍເຫມືອນເກີດທີ່ຜິດ
ຫວັງຢາກທໍາຕົວໃຫ້ເປັນປໂຍດແກ່ຊາດ
ກໍກັບກາຍມາເປັນອື່ນ

ຫລາຍປີເລີ້ມຜ່ານພົ້ນ
ເຈົ້າໄດ້ເປັນດິບເປັນດີ
ມີຫນ້າມີຕາ
ມີຊື່ສຽງກຽດກ້ອງ

ສ່ວນຂ້ອຍລະ
ແບກຫນ້າໄປທໍາງານແຕ່ລະວັນ
ພຽງເພື່ອຫາລ້ຽງຊີບ
ພຽງເພື່ອອານາຄົດຂອງລູກໆ

ໂອນໍ
ຈະມີຈັກຄັ້ງແດ່ບໍ່ວ່າ
ທີ່ເຈົ້າຈະສລຽວໃຈ
ວ່າທັງເຈົ້າແລະຂ້ອຍຕ່າງເຄີຍຮ່ວມອຸດົມການ
ຍິ່ງແລະໃຫຍ່ກ່ວາອຸດົມການທີ່ເຈົ້າກໍາລັງເທີດທູນຢູ່
ຫລືວ່າເຈົ້າກັບກາຍເປັນອື່ນຫມົດແລ້ວ

ສ່ວນຂ້ອຍ
ແມ້ນຈະມ້ວຍມອດລາລັບຈາກໂລກນີ້ໄປ
ແປວໄຟແປວເກົ່ານັ້ນ
ກໍຈະຍັງຄົງກຸກກຸ່ນຢູ່ຢ່າງບໍ່ມີວັນດັບ

ແລ້ວເຈົ້າລະ?
ຈະພຽງກັບຄືນບ້ານ
ເມື່ອຫລາຍປີກ່ອນ
ພຽງເພື່ອສິ່ງສາບສວຍເທົ່ານີ້ບໍ່?

*****


ຫາກວ່າບາບກັມນີ້

ຂ້ອຍຈາກບ້ານມາເປັນເວລາດົນນານ
ຊາວກ່ວາປີນັບເຂົ້າໄດ້
ບອກຕົງໆ
ຂ້ອຍເອງກໍບໍ່ຮູ້ວ່າ
ແມ່ນຫຍັງເຮັດໃຫ້ຂ້ອຍຕ້ອງຈາກຖິ່ນຖານບ້ານເມືອງ
ທັງທີໃຈຍັງອາໄລຫາ
ຢ່າງບໍ່ມີວັນເວັ້ນວ່າງ
ຫລືວ່າຂ້ອຍທໍາບາບມາຫລາຍໃນຊາດກ່ອນ
ໃນອາດີຕການ
ສິ່ງທີ່ຍັງຮັກ
ສິ່ງທີ່ຍັງຫວງແລະຫ່ວງ
ກັບມາຕ້ອງເປັນໄປແນວອື່ນ
ເຫມືອນກັບວ່າ
ມີຊາດກໍເຫມືອນບໍ່ມີ
ມີແຜ່ນດິນກໍເຫມືອນເປັນຂອງຄົນອື່ນ

ຫລືວ່າມັນເປັນຊາຕາກັມຂອງບ້ານເມືອງ
ທີ່ຕ້ອງລົ້ມລຸກຄຸກຄານ
ຜູ້ຄົນຕ້ອງແຕກພ່າຍ
ລະຫົກລະເຫີນໄປຢູ່ຕ່າງແດນ
ແລະບໍ່ດົນກໍຈະກັບກາຍເປັນຄົນຊາດອື່ນໄປຫມົດ

ຂ້ອຍບໍ່ຢາກເວົ້າເລີຍວ່າ
ນີ້ແມ່ນພົມລີຄິດຂີດເສັ້ນໃຫ້ຜືນແຜ່ນດິນຕ່ອນນີ້
ແກ່ຜູ້ຄົນຕາດໍາໆທີ່ຊີວິດທັງຊີວິດ
ຢາກທໍາຕົວໃຫ້ເປັນປໂຍດແກ່ຊາດບ້ານເມືອງ
ຫລາຍຊີວິດຕ້ອງມາພັງທະລາຍ
ຫລາຍຊີວິດຕ້ອງທົນຢູ່ໄປພຽງເພື່ອລູກເຕົ້າ
ຈະໄດ້ມີອານາຄົນຢູ່ໃນຕ່າງແດນ

ຫາກວ່າ
ເຄະາກັມຂອງຊາດບ້ານເມືອງ
ມີຂ້ອຍເປັນສ່ວນໃຫ້ກໍ່ເກີດ
ຂ້ອຍຂໍອຸທິດກາຍທະວາຍຕົວ
ລົບລ້າງອະກຸສົນກັມນັ້ນ
ດ້ວຍການກະທໍາທີ່ເປັນປໂຍດແກ່ບ້ານເມືອງ
ດ້ວຍວາຈາທີ່ກ້ອງກັງວານດ້ວຍສັດຈະ
ແລະດ້ວຍຈິດໃຈທີ່ເຕັມອາບໄປດ້ວຍ
ຈິດສໍານຶກຂອງຄວາມເປັນລາວ
ຢູ່ທຸກບາດກ້າວ

ຫວັງວ່າວັນນຶ່ງ
ດິນດອນຕ່ອນນີ້
ຈະພົ້ນຈາກຮອຍສາບ
ຮອຍຣາຄືໂສມົນທີ່ກວກກົ້ວແຜ່ນດິນ
ສົມກັບທີ່ບັນພະບຸຣຸດໄດ້ຖນຸຖນອມປົກປັກຮັກສາ
ແລະສືບທອດມາຈົນເຖີງພວກເຮົາ
ດ້ວຍຮອຍເລືອດ
ດ້ວຍຢາດເຫື່ອ
ແລະດ້ວຍສະຕິປັນຍາ
ແລ້ວເຮົາຄົນລຸ້ນນີ້
ຈະບໍ່ກະດາກ
ຕັ້ງຕົວລືມຊາດ
ລືມເຜົ່າພັນ
ແລະລືມແມ້ນກະທັ່ງຄຸນຄ່າຂອງຕົນ
ໄດ້ລົງຄໍບໍ່?

*****

ຄົນໄຮ້ແຜ່ນດິນ

ຄົນຂອງຕົນເອງ
ເຈົ້າຝັກໃສຫນີ
ຄົນຂອງຊາດອື່ນ
ເຈົ້າອ້າແຂນຮັບ
ປານນຶ່ງກັບວ່າ
ເຂົາເປັນອີ່ພໍ່ອີ່ແມ່
ມີບຸນຄຸນຫນັກມີບຸນຄຸນຫນາ
ສາມທົດສວັດທີ່ຜ່ານມາກໍຍັງໃຊ້ບໍ່ຫມົດບໍ່ສິ້ນ

ເຈົ້າວ່າ
ເຈົ້າສູ້ກໍເພື່ອປວງຊົນ
ປວງຊົນໃດ?
ຂ້ອຍເອງກໍບໍ່ເຂົ້າໃຈ
ຄົນຂອງເຈົ້າເລ່ລ່ອນ
ລະຫົກລະເຫີນໄປຢູ່ທົ່ວທຸກມຸມໂລກ
ມີບໍ່?
ທີ່ເຈົ້າຈະອ້າແຂນຮັບຄືນ
ເອົາທະແມ໋
ລາວຫລົງອອກຈາກພະມ້າ
ພັດພາກຈາກດິນລາວມາໄດ້ຫລາຍຮ້ອຍປີ
ຫລືວ່າເຂົາບໍ່ແມ່ນຄົນລາວໃນຄໍານິຍາມຂອງເຈົ້າ
ອີກແລ້ວ

ເອົາຕິ໋ ລາວຜູ້ຢາກກັບເມືອ
ຮ່ວມສ້າງຮ່ວມແປງເມືອງບ້ານ
ຫລືເຈົ້າຈະວ່າ ພວກນີ້ຍາກ
ນັ້ນກໍຖືກ
ແຕ່ບູຮານບໍ່ໄດ້ບອກບໍ່ວ່າ
ຊ້າງເຜືອກນັ້ນຫາຍາກ
ຄົນດີມີວິຊານັ້ນເປັນສຣີແກ່ບ້ານເມືອງ

ຢ່າເລີຍ
ຢ່າໃຫ້ເຂົາຫົວເຣາະເຢາະເຈົ້າ
ເຫມືອນເຈົ້າເປັນຄົນສິ້ນຄິດ
ອັນວ່າຄົນຂອງຕົນນັ້ນ
ຢ່າຖືຕໍ່າ
ຄືກັບອາຈົມຂອງຂະຍະຂະແຍງ

ຫລືວ່າເຈົ້າຈະລໍເຖີງວັນ
ໃຫ້ເຈົ້າກາຍເປັນຄົນໄຮ້ແຜ່ນດິນ
ໃນແຜ່ນດິນຂອງຕົນ
ຢ່າງນັ້ນກໍແລ້ວແຕ່ໃຈເຈົ້າ

ໃຫ້ຄິດເສັຽວ່າ
ມັນເປັນເຄາະກັມຂອງຊາດບ້ານເມືອງ
ກໍແລ້ວກັນ
ຄົນລາວທີ່ຕ່າງພາກັນໄຮ້ຊາດໄຮ້ແຜ່ນດິນ

*****


ຄໍາສອນຂອງຜູ້ບັງເກີດເກົ້າ

ກ່ອນອອກຈາກບ້ານມາ
ພໍ່ແມ່ເຄີຍສັ່ງສອນວ່າ
ເປັນຄົນຂໍໃຫ້ເປັນຄົນດີ
ຈົນເຖີງກົກເຖີງປາຍ
ແມ້ນວ່າຈະຕົກທຸກໄດ້ຍາກ
ຈະລະກໍາລໍາບາກ
ກໍຢ່າໄດ້ທໍ້ຖອຍ
ໃຫ້ສູ້ທົນຕໍ່ໄປເລື້ອຍໆ
ເພາະວັນຂ້າງນັ້ນທີ່ດີກ່ວາທີ່ສົດໃສກ່ວາ
ນັ້ນຍັງຄົງມີຢູ່ສເມີ

ຫລາຍປີໄດ້ຜ່ານພົ້ນ
ຂ້ອຍກໍພໍ່າພາກພຽນປະຕິບັດຕາມຄໍາສັ່ງສອນນັ້ນ
ທຸກກໍອົມ ຂົມກໍກືນ
ໃຜຈະວ່າ
ໃຜຈະສຽດສີ
ວ່າໂງ່ວ່າຈ້າວ່າຫລ້າວ່າຫລັງ
ກໍຊ່າງເຂົາ

ເພາະສຸກກໍສຸກເຮົາ
ທຸກກໍທຸກເຮົາ
ບໍ່ມີໃຜສ່ອງເຫັນ
ຫລືແບ່ງປັນກັນໄດ້

ມາວັນນີ້
ດ້ວຍຄຸນອັນຄຸ້ມເກົ້າຂອງຜູ້ບັງເກີດ
ຂ້ອຍຈຶ່ງພໍຫາຍໃຈໄດ້
ແລະຍືນຍົງສືບຕໍ່ຄຸນນະທັມ
ຄວາມຮັກຊາດ
ຮັກເຜົ່າພັນ
ແລະຮັກສັດຈະທັມ
ດັ່ງຊີວິດຂອງຕົນເອງ

ເສັຽໃຈແຕ່ວ່າ
ບິດາຕ້ອງມາຕາຍຈາກ
ກ່ອນຈະເຫັນລູກຄົນນີ້
ເດີນຕາມຮອຍຂອງບັນພະບຸຣຸດ
ຕາມຮອຍຂອງພະພຸທອົງ

ຫາກວ່າສວັນມີຈິງ
ຂໍໃຫ້ວິນຍານຂອງພໍ່
ຈົ່ງໄປຢູ່ໃນທີ່ສງົບສຸກ
ເພາະດິນແດນທີ່ຈາກມາ
ບໍ່ຕ້ອງການຄົນຢ່າງພໍ່ຢ່າງລູກ
ຢ່າງຄົນລາວທີ່ພັດຖິ່ນນັບຫລາຍຫມື່ນຫລາຍແສນຄົນ

ໂອ້ນໍຊີວິດ
ໂອ້ນໍຄວາມສອນສັ່ງ
ໂອ້ນໍສັດຈະທັມ
ຄວາມຝັນກັບຄວາມເປັນຈິງ

*****


ລຸງສຸພາ

ຕັ້ງແຕ່ຍັງຍາວໄວ
ທັງບິດາແລະຊາວເມືອງທ່າແຂກມະຫາໄຊ
ຕ່າງນັບຖືລຸງ
ເຫັນລຸງເປັນດັ່ງຄວາມຫວັງຂອງຊາດ
ຄວາມປາຖນາຂອງເຜົ່າພັນ

ເສັ້ນທາງທີ່ລຸງກ້າວເດີນ
ເຈົ້າອະນຸນັ້ນເຄີຍຜ່ານ
ບໍ່ແປກຄົນຢ່າງນາຍພົນສີໂຄດ ລຸງອຸດຕະມະ
ຈະບໍ່ເຝົ້າຕາມນໍາຫລັງລຸງ
ຫວັງກອບກູ້ເອົາກຽດສັກສີຂອງຊາດບ້ານເມືອງຄືນ

໒ສັດຕະວັດຜ່ານໄປ
ຂີ້ຂ້າເຂົານັ້ນແມ່ນເຮົາ
ມີບໍ່? ເລືອດທີ່ຮັກຊາດ
ຈະບໍ່ເດືອດພ່ານ

ທົ່ວທັງປະເທດ
ຢ່າງງຽບຊີດ ຢ່າງອອກຫນ້າ
ຕ່າງຝາກຄວາມຫວັງ
ໄວ້ກັບລຸງ

ຍາມລຸງຖືກຍິງຕອນຂ້າມນໍ້າຂອງ
ຄາວສໄມຝລັ່ງ
ແມ້ແຕ່ບິດາເສືອຍີ້ມຍາກ
ກໍຕ້ອງຫລັ່ງນໍ້າຕາໃຫ້

ຍາມລຸງຖືກຂັງແລະຫລົບຫນີ
ສໄມທ່ານຜຸ່ຍເປັນນາຍົກ
ປວງຊົນທັງຊາດຕ່າງເອົາໃຈຊ່ອຍ
ໃຫ້ລຸງໄດ້ຫນີລອດຕລອດປອດໄພ

ໂອ້ລຸງສຸພາ
ນ້ອງຊາຍເຈົ້າເພັຊຣາດລັຖບຸຣຸດຂອງຊາດ
ລູກຊາຍເຈົ້າອຸປຣາດບຸນຄົງຜູ້ທ້າທາຍອໍານາດສຍາມ
ຮຽກຕີເອົາໄຊຍະບຸຣີຄືນ
ແລະເຊື້ອຫນໍ່ຂອງສົມເດັດເຈົ້າອະນຸ
ຜູ້ມີເລືອດລາວຢູ່ທຸກກະບຽດນີ້ວ

ກໍເພາະລຸງ
ຫລາຍຄົນບໍ່ຍອມຫນີເມື່ອຍັງມີໂອກາດ
ແຕ່ກັບຍອມຂໍຢູ່ສ້າງບ້ານແປງເມືອງແທນ

ແລະແລ້ວກໍເຫມືອນຖືກຟ້າກັ່ນແກ້ງ
ຄົນເຫລົ່ານີ້ຕ້ອງມາທົນທຸກ
ຕ້ອງມາຕາຍຈາກ
ຫລືບໍ່? ກໍຕ້ອງມາລະເຫ່ເລ່ລ່ອນ
ຫນີອອກຈາກປະເທດຂອງຕົນໃນທີ່ສຸດ

ຫາກວ່າແມ້ນພຽງຝ່າຍນັ້ນບໍ່ມີລຸງ
ຈະມີຜູ້ຮັກຊາດຈັກຄົນຕັດໃຈເຂົ້າຮ່ວມ
ແມ້ນຕາຍກໍຍອມຕາຍຕ່າງໄດ້

ລຸງສຸພາ
ມາຈົນເຖີງວັນນີ້
ລາວທັງຊາດກໍບອກບໍ່ໄດ້ວ່າ
ລຸງຄືຫຍັງແທ້?
ບຸນຄຸນທີ່ຊາດຈະຕ້ອງຈາຣຶກ
ຫລືຄວາມຫວັງທີ່ມອດໄຫມ້ໄປ
ເມື່ອລຸງຕ້ອງຈາກໄປທັງທີ່ຍັງຢູ່

*****


ດວງຈໍາປາ

ທຸກຄັ້ງທີ່ຂ້ອຍຟັງເພັງດວງຈໍາປາ
ຂ້ອຍກໍອົດບໍ່ໄດ້ທີ່ຈະຄິດເຖີງ
ລຸງອຸດຕະມະຜູ້ແຕ່ງເພັງນີ້

ຄົງບໍ່ຕ້ອງບອກວ່າ
ເນື້ອຮ້ອງແລະທໍານອງຂອງເພັງຊາບຊຶ້ງຂນາດໃດ
ບອກໄດ້ແຕ່ວ່າ
ມັນກັດກິນຫົວໃຈຂອງຄົນລາວພັດຖິ່ນ
ໃຫ້ຕ້ອງສະເທືອນ
ໃຫ້ຫ່ວນໄຫ້
ດັ່ງກັບວ່າຫົວໃຈຂອງຕົນຈະກໍາລັງແຕກສລາຍ

ວ່າກັນວ່າ
ເພັງນີ້ຖືກແຕ່ງຂຶ້ນ
ສໄມລຸງເຂົ້າຮ່ວມກັບຝ່າຍປະເທດລາວ
ນໍາໂດຍລຸງສຸພາ
ຄວາມຫວັງຂອງຊາດ
ຄວາມຫມາຍຫມັ້ນຂອງປວງຊົນ

ມານະທີ່ນີ້
ຄົງບໍ່ຕ້ອງບອກອີກວ່າ
ເປັນຫຍັງຂະບວນການແນວລາວຮັກຊາດ
ເຊື້ອແນວຂອງຂະບວນການລາວອິສຣະ
ຈຶ່ງດຶງດູດເອົາຜູ້ຮັກຊາດເຂົ້າຮ່ວມໄດ້ເປັນຫມື່ນເປັນແສນ
ແມ້ນແຕ່ບິດາຂ້ອຍ
ເຖີງບໍ່ຈັບອາວຸດເຂົ້າຮ່ວມ
ກໍຍັງເອົາໃຈຊ່ອຍ

ຫລາຍເທື່ອຂ້ອຍສະຫາວເວົ້າວ່າ
ແນວລາວຮັກຊາດທີ່ແທ້ກໍຄືແນວລາວຂາຍຊາດ
ພໍ່ບອກວ່າ
ພວກເພິ່ນເປັນຄົນດີ
ຢ່າງນ້ອຍກໍສໍາລັບຄົນທີ່ພໍ່ຮູ້
ລຸງສຸພາຜູ້ພໍ່ເຄົາລົບ
ລຸງພຸມີທີ່ພໍ່ນັບຖື
ນາຍພົນສິງກະໂປ ນັກຮຽນລຸ້ນອ້າຍ
ລຸງອຸດຕະມະນັກຮຽນຮ່ວມຫ້ອງ

ຂ້ອຍຮູ້ວ່າ
ພໍ່ເບິ່ງຄົນບໍ່ຜິດ
ເພາະຄົນດີເທົ່ານັ້ນ
ທີ່ຈະຮູ້ເຖີງຄົນດີດ້ວຍກັນໄດ້

ແມ້ນກະທັ່ງວ່າ
ວັນທີ່ຄວາມຫວັງໄດ້ເຫືອດແຫ້ງໄປ
ພໍ່ເອງຕ້ອງພັດພາກຈາກບ້ານເກີດເມືອງນອນ
ພໍ່ກໍຍັງເຊື່ອໃນຄຸນງາມຄວາມດີ
ໃນການເສັຽສລະຂອງຜູ້ຄົນເຫລົ່ານີ້

ແລະທຸກຄັ້ງທີ່ຂອ້ຍໄດ້ຍິນເພັງດວງຈໍາປາ
ຂ້ອຍກໍອົດບໍ່ໄດ້ທີ່ຈະຄິດເຖີງຄົນດີຂອງຊາດ
ຄວາມໃຝ່ຝັນຂອງບ້ານເກີດເມືອງນອນ
ທີ່ຕ້ອງມາແປເປັນອື່ນ

ຂໍໃຫ້ວິນຍານຂອງພວກເພິ່ນ
ຈົ່ງໄປສູ່ທີ່ສຸຂຕິເຖີດ
ເພາະຊີວິດພວກເພິ່ນໄດ້ມອບໃຫ້
ເພື່ອບູຊາຄຸນແກ່ຜືນແຜ່ນທໍຣະນີແລ້ວ

ມາບັດນີ້
ມີແຕ່ເຮົາລູກຫລານຂອງພວກເພິ່ນເທົ່ານັ້ນ
ທີ່ຈະສືບຕໍ່ວິຣະກັມນັ້ນຕໍ່ໄປ
ຈົນກ່ວາຄວາມໃຜ່ຝັນອັນດັ່ງເດີມຂອງພວກເພິ່ນ
ຂອງຊາດບ້ານເມືອງ
ຈະໄດ້ກັບກາຍເປັນຈິງໃນທີ່ສຸດ

*****


ສະຫາຍໄກສອນຫນູຮັກ

ວ່າກັນວ່າ
ແມ້ນພຽງການໂຮມລາວຄັ້ງທີ໑ບໍ່ຫລົ້ມ
ສະຫາຍໄກສອນແລະຫນູຮັກ
ກໍຄົງຫມົດບຸນວາສນາ
ຈະໄດ້ເປັນໃຫຍ່ເປັນໂຕ
ຂຶ້ນຄອງເມືອງລາວດັ່ງຜ່ານມາ

ດັ່ງກັບວ່າຈະເປັນເຄາະກັມຂອງບ້ານເມືອງ
ລຸງສຸພາລຸງພູມີ
ແລະຜູ້ຮັກຊາດທີ່ຍໍຍົກໄວ້ຊຶ່ງເມືອງລາວເພື່ອຄົນລາວ
ກໍຫມົດໂອກາດທີ່ຈະໄດ້ຝາກຝີໄມ້ລາຍມືໄວ້
ໃຫ້ແກ່ຄົນຮຸ່ນຫລັງ
ເພາະຈັ່ງໃດ?
ເຮົາໆກໍຮູ້ກັນດີ

ແລ້ວສອງສະຫາຍຜູ້ເປີດຜ້າກັ່ງ
ຢ່າງມີອະພິດນິຫານ
ຢ່າງມີລິດມີເດດກັນຫນັກກັນຫນານັ້ນ
ແມ່ນໃຜແລະມາຈາກໃສກັນແທ້?

ເພື່ອຊົງໄວ້ຊຶ່ງສັດຈະທັມ
ຂ້ອຍຕ້ອງຮັບວ່າ
ຂ້ອຍບໍ່ຮູ້ ຮູ້ແຕ່ວ່າ
ສອງສະຫາຍນີ້ມາຈາກສວັນນະເຂດ
ຫລາຍສຽງວ່າ ສະຫາຍຫນູຮັກເປັນຄົນຂັບລົດກະບະ
ທຽວສົ່ງຂອງຕາມຊາຍແດນລາວວຽດ
ຫລາຍຄົນວ່າ ສະຫາຍໄກສອນເປັນລູກຊອດ
ພໍ່ເປັນວຽດແມ່ເປັນລາວ
ໂຮຈີມິນຮັບໄວ້ເປັນລູກບຸນທັມ

ດ້ວຍວ່າທັງສອງມາຈາກຊົນຊັ້ນກັມມະຊີບ
ຊອດວຽດແດ່ກໍແຮ່ງດີ
ວຽດເອງກໍແຮ່ງມັກ
ຜົນປໂຍດຂອງຊາດ
ຜົນປໂຍດຂອງຄອມມູນິດ
ມັນຊ່າງອໍເຕາະອ່ອງຕ່ອງກັນເຫລືອເກີນ
ສໍາລັບໃຜກັນແທ້
ເຮົາເອງກໍຕ່າງຮູ້
ບໍ່ຕ້ອງເອົາມາເວົ້າໃຫ້
ລົບຫລູ່ດູຫມິ່ນປັນຍາຂອງເພື່ອນຮ່ວມຊາດເລີຍ

ຫາກຈະຖາມຂ້ອຍວ່າ
ນັ້ນມັນພຽງພໍແລ້ວບໍ່
ສໍາຫລັບຄຸນສົມບັດທີ່ຈະນໍາພາປະເທດຊາດ
ຂໍ້ນີ້ຂໍໃຫ້ປະເທດຊາດຕັດສິນເອົາເອງເຖີດ

ແນ່ນອນ
ສະຫາຍໄກສອນແລະສະຫາຍຫນູຮັກຫລັກແຫລມ
ບໍ່ຊັ໋ນກໍຄົງບໍ່ສາມາດເຂັ່ຽຜູ້ອື່ນລົງໄດ້ຫມົດ
ແຕ່ຫາກນີ້ຄືຄຸນສົມບັດຂອງຜູ້ນໍາລາວ
ຈະອີກຈັກຟ້າຈັກປີ
ເມືອງລາວຈະມີສີສັນຄືບ້ານອື່ນເມືອງເຂົາໄດ້

ວ່າກັນວ່າ
ຕອນສຸດທ້າຍຂອງຊີວິດ
ສະຫາຍໄກສອນເອງກໍຫັນຫນ້າເຂົ້າສູ່ພະທັມ
ໃນນາມຂອງເພື່ອນຮ່ວມຊາດຮ່ວມເຜົ່າພັນ
ຂ້ອຍຂໍອະໂຫສິກັມໃຫ້ແກ່ສະຫາຍ
ເຊື່ອວ່າຄຸນງາມຄວາມດີທີ່ສະຫາຍທໍາ
ເພື່ອຊາດບ້ານເມືອງຕາມທີ່ສະຫາຍເຂົ້າໃຈ
ຈະນໍາສະຫາຍໄປສູ່ສຸຂຕິພົບ

ແລະກໍຫວັງຢ່າງຍິ່ງວ່າ
ວິນຍານຂອງລຸງສຸພາ
ວິນຍານຂອງລຸງພູມີ
ແລະວິນຍານຂອງຜູ້ຮັກຊາດທີ່ຖືກລົ້ມຫາຍຕາຍຈາກ
ຈະໃຫ້ອະໂຫສິກັມແກ່ສະຫາຍຄືກັນ

*****


ຝາກໃຈເຖີງເມືອງລາວ

ບໍ່ຢາກຈາກກໍຕ້ອງຈໍາຫນີ
ບໍ່ຢາກຈອນກໍຕ້ອງຈໍາພາກ
ເພາະບ້ານບໍ່ເປັນບ້ານ
ຈະມີໃຜແດ່ນໍຮູ້ວ່າ
ດວງໃຈຂອງຜູ້ຮັກຊາດ
ມັນເຈັບປວດຣວດຣ້າວພຽງໃດ?

ຫລາຍຮ້ອຍປີຜ່ານມາ
ແລ້ວກໍຜ່ານໄປ
ຄົນລາວຕາດໍາໆຕ່າງກໍເຝົ້າຝັນ
ຢາກເຫັນບ້ານເມືອງເປັນຕົວຂອງຕົວເອງ
ບໍ່ແມ່ນຂີ້ຂ້າຄ່ອຍຮັບໃຊ້ບ້ານອື່ນເມືອງເຂົາ

ແລະແລ້ວກໍເຫມືອນຖືກສາບ
ບໍ່ວ່າໃຜຂຶ້ນມາກໍເຫມືອນໆກັນ
ທັງລະບອບໃຫມ່ລະບອບເກົ່າ
ເຫມືອນກັບວ່າ
ເມືອງລາວໄຮ້ສິ້ນແລ້ວຊຶ່ງຄົນດີ

ຂ້ອຍຂໍເຝົ້າໄຫວ້ວອນອົງເທບໄທ້
ໄດ້ໂຜດກັບມາປົກປ້ອງຜືນແຜ່ນດິນທອງ
ໃຫ້ໄດ້ຢູ່ດີມີສຸກ
ໃຫ້ພາດພົ້ນຈາກຫມູ່ມານຈັງໄຮ

ຫາກວ່າວັນນຶ່ງ
ຊີວິດຂ້ອຍນີ້ຍັງມີ
ຂ້ອຍຈະຂໍກັບຄືນໄປ
ກົ້ມກາບບ່ອນຝັງສາຍແຮ
ບ່ອນແຜ່ສາຍບືອີກຄັ້ງ

ແລະເມື່ອວັນນັ້ນມາເຖີງ
ຂ້ອຍຄົງຈະຕາຍຕາຫລັບ
ເມື່ອຂ້ອຍຈະບໍ່ຕ້ອງ
ພັດພາກຈາກຜືນແຜ່ນດິນລາວ
ອີກຕໍ່ໄປ

*****


ຫົນທາງຍັງຍາວໄກ

ມື້ນີ້ເຈົ້າເມື່ອຍ ເຈົ້າເຫງົາ
ເຈົ້າບໍ່ຢາກກ້າວໄປຂ້າງຫນ້າ
ຫົນທາງເຈົ້າເດີນມາ ຊ່າງມີແຕ່ຫຸບເຫວ
ມືດມົນ ແລະເຕັມໄປດ້ວຍຄໍາຖາມ

ເປັນຫຍັງເຈົ້າຈຶ່ງໄປບໍ່ຮອດໃສ?
ເປັນຫຍັງເຈົ້າຈຶ່ງສູ້ເຂົາບໍ່ໄດ້?
ຫລືວ່າເຈົ້າຫົວຂີ້ເລື່ອຍ
ຫລືວ່າເຈົ້າອ່ອນແອ
ຄໍາວ່າ ເປັນຫຍັງ? ເປັນຫຍັງ?
ເຫມືອນຈະຫລອກຫລອນເຈົ້າໃຫ້ຕື່ນ ທັງທີຍັງຫລັບ
ຫລືວ່າເຈົ້າບໍ່ແມ່ນຄົນ
ເຈົ້າບໍ່ມີສອງແຂນ ສອງຂາ ແລະສອງຫນ່ວຍຕາຄືເຂົາອື່ນ?

ຖາມຕົວເອງເບິ່ງຕິ
ຖາມໃຫ້ເລິກໆເຂົ້າໄປເຖີງຂົ້ວຫົວໃຈ
ເຖີງສາຍເລືອດ ແລະເຖີງກະດູກດໍາຂອງເຈົ້າວ່າ
ເຈົ້າສູ້ຈົນເຖີງລົມຫາຍບາດສຸດທ້າຍແລ້ວບໍ່?
ເຈົ້າຍອມຕາຍເພື່ອສິ່ງທີ່ເຈົ້າໄຂ່ວຄ້ວາແລ້ວບໍ່?
ແລະວ່າເຈົ້າຈະບໍ່ຖອຍ ຈະບໍ່ເສັຽໃຈກັບເສັ້ນທາງທີ່ເຈົ້າເດີນມາແທ້ບໍ່?

ມື້ນີ້ຄົງບໍ່ຕ່າງຫຍັງກັບມື້ວານ
ເພາະຫົນທາງຍັງຄົງທອດໄປຂ້າງຫນ້າ
ຍາວແລະໄກ
ມີພຽງເຈົ້າຜູ້ດຽວເທົ່ານັ້ນ

ທີ່ຈະຕອບຄໍາຖາມນີ້ໄດ້
ກ້າວໄປ ຫລືຢຸດຢູ່ກັບທີ່?

*****


ຂໍພຽງຮອຍຍີ້ມຈາກເຈົ້າ

ເຂົາເປັນນັກເດີນທາງ
ພາຫະນະເຂົາມີພຽງຮອຍຍີ້ມ
ປື້ມສໍແລະຄວາມຈິງໃຈ
ເຂົາກ້າວເດີນໄປ ທຸກຫົນແຫ່ງ
ເພື່ອຄົ້ນຫາສັດຈະທັມຂອງຊີວິດ
ບາງແຫ່ງ ເຂົາພົບຮອຍຍີ້ມ
ບາງແຫ່ງ ເຂົາພົບອາການເສີຍເມີຍ
ໂລກນີ້ ມີຫລາຍສິ່ງທີ່ເຂົາບໍ່ເຂົ້າໃຈ
ເປັນຫຍັງ ຜູ້ຄົນຈຶ່ງແຕກຕ່າງກັນຫລາຍແທ້
ເປັນຫຍັງ ຜູ້ຄົນຈຶ່ງບໍ່ພະຍາຍາມເຂົ້າໃຈ
ຄວາມຮູ້ສຶກຊຶ່ງກັນແລະກັນ
ແລະເປັນຫຍັງຜູ້ຄົນຈຶ່ງຂ້າແກງກັນໄດ້ຢ່າງເລືອດເຢັນ
ຫລືວ່າ ໂລກນີ້ສິ້ນແລ້ວຊຶ່ງຄວາມຮັກ
ສິ້ນແລ້ວຊຶ່ງຄວາມປານີ ແລະສິ້ນແລ້ວຊຶ່ງຄວາມເຂົ້າໃຈກັນ

ຕອນກ່ອນຈະອອກເດີນທາງ
ເຂົາເຄີຍຖືກພໍ່າສອນວ່າ
ໂລກນີ້ສົດສວຍ ມະນຸດທຸກຄົນເປັນອ້າຍເອື້ອຍນ້ອງກັນ
ແຕ່ກັບສິ່ງທີ່ເຂົາໄດ້ພົບເຫັນໃນຂະນະນີ້
ເຮັດໃຫ້ເຂົາບໍ່ຢາກກ້າວເດີນໄປອີກຕໍ່ໄປເລີຍ
ເຂົາຍັງຈື່ໄດ້ດີ
ຍາມເຂົາເຈັບ ບໍ່ມີໃຜຖາມອາການ
ຍາມເຂົາເມື່ອຍ ບໍ່ມີໃຜຊ່ອຍຜະຍຸງກາຍໃຫ້ລຸກຂຶ້ນ
ໂລກນີ້ຊ່າງໄຮ້ນໍ້າໃຈເຫລືອເກີນ
ເຂົາຮູ້ ເຂົາເມື່ອຍ ເຂົາເຫງົາ
ເຂົາບໍ່ຢາກກ້າວເດີນໄປຕໍ່
ແຕ່ດ້ວຍຄຸນນະທັມປະຈໍາໃຈ
ແລະດ້ວຍອຸດົມການທີ່ບົມເຊື້ອ
ແລະຫລໍ່ລ້ຽງເຂົາມາແຕ່ຍັງຫນຸ່ມນ້ອຍ
ເຂົາຈຶ່ງຕ້ອງສູ້ທົນກ້າວໄປ
ຂໍພຽງຮອຍຍີ້ມຈາກເຈົ້າຜູ້ທີ່ເຂົາຮັກເທົ່ານັ້ນເປັນກໍາລັງໃຈ
ຢ່າງຫນ້ອຍ ເຂົາຈະໄດ້ຄິດວ່າ
ໃນໂລກນີ້ ກໍຍັງມີເຈົ້າທີ່ຮັກແລະເຂົ້າໃຈ
ວັນນຶ່ງ ເຈົ້າຄົງຈະຄົ້ນພົບວ່າ
ດ້ວຍຮອຍຍີ້ມຂອງເຈົ້າເທົ່ານັ້ນ
ເຂົາຈຶ່ງສາມາດຄົນພົບສັດຈະທັມຂອງຊີວິດ
ແລະທຸກຫົນແຫ່ງທີ່ເຂົາກ້າວໄປ
ໂລກນີ້ຍັງຄົງສົດສວຍ
ແລະມະນຸດທຸກຄົນຍັງຄົງເປັນອ້າຍເອື້ອຍນ້ອງກັນຢູ່ເຫມືອນເດີມ

*****

ບົດຂຽນນີ້ຂຽນຂຶ້ນຈາກຄໍາເວົ້າຂອງລຸງໂຊດ ຜູ້ຕ່າງຫນ້າແນວລາວຮັກຊາດທີ່ນະຄອນຫລວງວຽງຈັນໃນສໄມກ່ອນ ໃຫ້ການທີ່ກະຊວງການຕ່າງປະເທດໃນປີ໑໙໘໐ ເອົາມາຂຽນລົງສູ່ຟັງເພື່ອໃຫ້ເປັນສັງວອນແກ່ການປະຕິວັດທີ່ແປປ່ຽນໄປ

ຊ່ວງນຶ່ງຂອງລາວອິສຣະ

ຮູ້ແກ່ໃຈວ່າ
ສິ່ງເຫລົ່ານີ້ຈະເກີດ
ແຕ່ປານນັ້ນ
ຂ້ອຍກໍອົດໃຈບໍ່ໄດ້

ປັ້ນເຂົ້າຖີ້ມໃຫ້
ປານໂຍນໃຫ້ຫມູຫມາ
ຢູ່ຕາມກາງບ້ານ
ນີ້ບໍ່?ຜູ້ຄົນທີ່ຂ້ອຍ
ຜູ້ຄົນທີ່ລາວອິສຣະ
ຫວັງຈະກອບກູ້ເອົາກຽດສັກສີຄືນມາໃຫ້

ດ້ວຍຈິດແລະໃຈທີ່ຍິ່ງໃນກຽດສັກສີ
ຂ້ອຍຢາກຈະກ້າວຂາຫນີໄປ
ຫນີຈາກເພື່ອນຮ່ວມຊາດ
ທີ່ເຫັນຄົນຊາດອື່ນດີກ່ວາຄົນຂອງຊາດຕົນເອງ

ແຕ່ຂ້ອຍກໍເຮັດບໍ່ລົງ
ປັ້ນເຂົ້າແມ້ນຈະຖີ້ມໃຫ້ຢ່າງຫມູຫມາ
ກໍຄືປັ້ນເຂົ້າທີ່ພໍຈະນໍາເອົາມາບັນເທົາ
ລ້ຽງຊີວິດໃຫ້ຍືດຍາວ
ພໍໄດ້ມີກໍາລັງຕໍ່ສູ້ກັບຝູງຫມູ່ມານ
ໃຫ້ໄຮ້ສິ້ນໄປຈາກຜືນແຜ່ນດິນ

ດ້ວຍຄວາມຄັ່ງແຄ້ນໃນອົກ
ຂ້ອຍເດ່ມືໄປເກັບເອົາປັ້ນເຂົ້າຂຶ້ນມາ
ປັດຂີ້ຝຸ່ນອອກແລ້ວກໍບັນຈົງວາງມັນໄວ້ໃນຖົງຍ່ານ
ກ່ອນທີ່ຈະກ້າວຂາເຂົ້າປ່າໄປໃນທີ່ສຸດ

*****

ການປະຕິວັດທີ່ແປປ່ຽນໄປ

ເຈົ້າລົ້ມ
ມີຫລາຍມືຜະຍຸງໃຫ້ເຈົ້າລຸກຂຶ້ນອີກ
ເຈົ້າຕາຍ
ເຈົ້າເກີດເປັນພັນເປັນຫມື່ນເປັນແສນ
ແມ້ນຈະເປັນຈັກຮ້ອຍຊາດ ເຈົ້າກໍບໍ່ຫວັ່ນ
ເຈົ້າຈະຂໍສູ້ຕໍ່ໄປເລື້ອຍໆ
ຈົນກ່ວາ
ເມືອງລາວໄດ້ຄືນມາຢູ່ໃນອ້ອມອົກຂອງຄົນລາວທັງຊາດ

ຜ່ານມາ
ທຸກຄັ້ງທີ່ຂ້ອຍຫລຽວເຫັນດວງຕາເຈົ້າ
ແນມເຫັນດວງໃຈເຈົ້າ
ຂ້ອຍເຊື່ອ
ໃນຄວາມຈິງຈັງແລະຈິງໃຈຂອງເຈົ້າ
ຄົນດີຂອງຊາດ
ສາຍໃຍຂອງເຜົ່າພັນ

ມາວັນນີ້
ຂ້ອຍເຫັນເຈົ້າອີກຄັ້ງ
ປະກາຍຕາທີ່ຄັ້ງນຶ່ງເຄີຍແວວວາວ
ໄປດ້ວຍຄວາມຫວັງຂອງຊາດ
ຊ່າງເຫືອດຫາຍໄປ
ແທນທີ່ນັ້ນຄື
ແສງສີຂອງເງິນຕາທີ່ເມືອບໄຫມ້
ແລະອໍານາດບາດໃຫຍ່ພຽງເພື່ອຕົນກຸ່ມຂອງຕົນ

ໂອ້ນໍ ຄົນດີຂອງຂ້ອຍ
ເຈົ້າກໍຊ່າງເປັນໄປ
ດັ່ງກັບວ່າເຈົ້າເປັນຄົນລະຄົນ
ດັ່ງກັບວ່າສາຍເລືອດທີ່ຫລັ່ງລິນເພື່ອເຈົ້າໃນກາລກ່ອນນັ້ນ
ເປັນພຽງຢົດນໍ້າທີ່ໄຫລຖີ້ມໄປຊື່ໆ

ນີ້ບໍ່ນໍວິຖີຂອງຊີວິດ?
ຄິດມາ ຂ້ອຍກໍອົດສະທ້ອນໃຈບໍ່ໄດ້
໓ສັດຕະວັດທີ່ອົດເອົາໃຈຊ່ອຍ
ແລະອີກ໓ສັດຕະວັດທີ່ເສັຽຖີ້ມໄປຢ່າງໄຮ້ຄວາມຫມາຍ
ແຕ່ແລ້ວເຈົ້າກໍກັບກາຍ
ເປັນພຽງຄືຄົນທີ່ເຈົ້າປະນາມໃນທີ່ສຸດ

ຫາກວ່າ
ເຈົ້າຫາກລົ້ມອິີກຄັ້ງ
ຈະມີໃຜນໍຊ່ອຍຜະຍຸງເຈົ້າໃຫ້ລຸກຂຶ້ນອີກ
ຂ້ອຍເອງກໍຢາກເຫັນຄືກັນ



*****

ແມ່ຂອງ


ຊົ່ວຊີວິດຂອງຂ້ອຍ
ເຫມືອນກັບວ່າຈະຫມູນວຽນຢູ່ກັບແມ່ນໍ້າຂອງ
ຈາກສວັນເຖີງທ່າແຂກ
ຈາກທ່າແຂກເຖີງວຽງຈັນ
ແມ່ຂອງເປັນດັ່ງລົມຫາຍໃຈ
ເຂັ້ມຊີ້ທິດສ່ອງທາງ
ຄ່ອຍບອກຄ່ອຍເຕືອນ
ຄ່ອຍສິດຄ່ອຍສອນ
ເສັ້ນທາງແຫ່ງຊີວິດ


ເຊັ່ນດຽວກັບຫລາຍໆຊີວິດ
ບາງຄັ້ງຂ້ອຍກໍຫລົງທາງ
ກໍຄິດຜິດ
ຄິດວ່າຕົວນັ້ນລອຍຢູ່ຟ້າ
ຕີນບໍ່ຕິດດິນຈັກເທື່ອ
ບໍ່ວ່າຂ້ອຍຈະເປັນແນວໃດໃນຊີວິດອັນວົກວົນນີ້
ແມ່ຂອງກໍເຂົ້າໃຈແລະໃຫ້ອະໄພສເມີ


ຫລາຍຮ້ອຍຫລາຍພັນປີແລ້ວເດ
ທີ່ແມ່ຂອງໄຫລພັດຜ່ານດິນດ່ອນຕ່ອນນີ້
ດິນດ່ອນທີ່ຄັ້ງນຶ່ງສອງຟາກຝັ່ງເປັນລາວທັງຄູ່
ທີ່ຄັ້ງນຶ່ງລາວກັນເອງເຄີຍຂ້າຟັນລັ່ນແທງກັນ
ຈົນວ່າຟາກນຶ່ງຂອງແມ່ຂອງກາຍເປັນຂອງຄົນອື່ນ
ແລະທີ່ແມ່ໄດ້ຊັບນໍ້າຕາ
ຊັບຮອຍເລືອດຂອງລູກ
ທີ່ຕ້ອງມາພາກຈາກອ້ອມອົກຂອງແມ່ໄປ


ແມ່ຂອງ
ແລ້ວວັນນີ້ລູກກໍກັບຄືນມາຫາແມ່ອີກ
ຫລາຍສິບປີຜ່ານໄປ
ແມ່ກໍຍັງຄົງອົດອົມຂົມກຶນ
ເພາະລູກຫລາຍຄົນຂອງແມ່ຍັງບໍ່ກັບ
ຍັງໄປຫນ້າເລື້ອຍໆ
ດັ່ງກັບວ່າທຸກຢ່າງທີ່ເກີດຂຶ້ນ
ແມ່ເປັນຜູ້ຜິດ
ຈົນລູກຂອງແມ່ເອງກໍບໍ່ຍອມໃຫ້ອະໄພແມ່ໄດ້


ສໍາລັບຂ້ອຍ
ແມ້ນບັ້ນປາຍຂອງຊີວິດຈະວຽນມາເຖີງ
ຂ້ອຍກໍຈະຍັງຄົງຍຶດເອົາແມ່ເປັນເຂັ້ມຊີ້ທິດສ່ອງທາງ
ດ້ວຍຄວາມຫວັງວ່າ
ໃນຕາຂອງລູກຈະກັບມາເປັນລາວອີກຄັ້ງ
ດັ່ງແມ່ຄອຍເຝົ້າວອນຈົນຊົ່ວຊີວິດຂອງແມ່ນັ້ນເອງ


*****



More poems can be found at http://angelfire.com/folk/panya