ກະວີຮັກ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album


ແມ່ເທບທິດາຂອງຂ້ອຍ

ໃນຝັນ
ຂ້ອຍຝັນເຫັນເຈົ້າ
ປະຄອງລູບໄລ້ເສັ້ນຜົມຂອງຂ້ອຍ
ດ້້ວຍຝາມືທີ່ຖນຸຖນອມ
ແລະດ້ວຍດວງຕາທີ່ອ່ອນໂຍນ

ໃນຍາມຕື່ນ
ຂ້ອຍມອງເຫັນເຈົ້າ
ຍີ້ມໃຫ້ຂ້ອຍຢ່່າງອ່ອນຫວານ
ດ່ັ່ງຕະວັນຍີ້ມໃຫ້ໂລກ
ດັ່ງດວງເດີືອນຍີ້ມໃຫ້ນະພາ

ໃນຍາມຢູ່ໃກ້
ຂ້ອຍຮູ້ສຶກໄອອຸ່ນຂອງເຈົ້າ
ປີ່ວກະຈອນມາເຖີງຂ້ອຍ
ເຮັດໃຫ້ທົ່ວສາຣະພາງຮ່າງຄີງວາບຫວິວ
ແລະຕົກຢູ່ໃນພະວັງແຫ່ງຄວາມຫລັບຝັນ

ໃນຍາມຫ່າງໄກ
ໂລກຂອງຂ້ອຍເປັນສີເທົາ
ໃບໄມ້ຣ່ວງຫລົ່ນ
ແລະນົກນ້ອຍບໍ່ຂັບຂານ
ຍາມຮ້ອນກໍສຸດຈະຮ້ອນ
ຍາມຫນາວກໍສຸດຈະຫນາວ
ດັ່ງດວງໃຈດວງນີ້ຈະແຕກລະລາຍ


ຄະນຶງຫາ

ທະເລ ຍາມເຊົ້າ
ຄື້ນກະທົບຝັ່ງເປັນລະລອກ
ດວງຕາຂ້ອຍຈ້ອງມອງ
ດວງໃຈຂ້ອຍຄິດເຖີງ

ສາຍລົມ ຍາມບ່າຍ
ໃບໄມ້ລ່ວງຫລົ່ນເປັນສາຍ
ສາຍຕາຂ້ອຍບັນທຶກ
ດວງໃຈຂ້ອຍຄໍ່າຄວນ

ຫນຸ່ມສາວ ຍາມແລງ
ເດີນຄູ່ຄຽງກັນເປັນທິວແຖວ
ແວວຕາຂ້ອຍສໍາຜັດ
ດວງໃຈຂ້ອຍສະອື້ນ

ຢາກຈະບອກ ຢາກຈະກະຊີຍ
ດວງໃຈດວງນີ້ໃກ້ຈະເປັນເຖົ່າຖານ

ຢາກຈະເອີ່ຍ ຢາກຈະເວົ້າວອນ
ດວງໃຈດວງນີ້ ເຝົ້າຄະນຶງຫາ
ແຕ່ເຈົ້າພຽງຜູ້ດຽວ

ໂອ້ທີ່ຮັກ ເຈົ້າເດ
ຄະນຶງຫາຂ້ອຍຢູ່ບໍ່?
ຍາມເມື່ອ ທະເລສາດຊັດ
ຄື້ນກະທົບຝັ່ງເປັນລະລອກ
ດວງໃຈເຈົ້າຄົງຈະຄິດເຖີງແຕ່ສິ່ງທີສວຍງາມ

ຍາມເມື່ອໃບໄມ້ລ່ວງຫລົ່ນເປັນສາຍ
ສາຍຕາເຈົ້າຄົງຈະລື່ນເລີງ
ດວງໃຈເຈົ້າຄົງຈະລ່ອງລອຍໄປໄກ

ຍາມເມື່ອຫນຸ່ມສາວເດີນຄູ່ຄຽງກັນເປັນຄູ່
ແວວຕາເຈົ້າສໍາຜັດ
ດວງໃຈເຈົ້າຄົງ…

ຢາກຈະວ່າ
ເຈົ້າຈະຄະນຶງຫາຂ້ອຍ
ແຕ່ກໍບໍ່ກ້າ
ມີແຕ່ໃນຄວາມຝັນເທົ່ານັ້ນ
ທີ່ປອບປະໂລມໃຈວ່າ
ເຈົ້າຄະນຶງຫາຂ້ອຍ

ຄະນຶງຫາ
ໂອ້ຄະນຶງຫາ
ດວງໃຈດວງນີ້
ຄົງບໍ່ມົ້ມໄດ້ແຕ່ຄະນຶງຫາເຈົ້າ
ຢູ່ດຽວດາຍ
ຈົນຕລອດຊົ່ວຊີວິດແລ້ວຫລືໃດ?
ນົກນ້ອຍ ເຈົ້າຈະກັບມາເມື່ອຟ້າສາງບໍ່?

ວັນນີ້ ຟ້າມືດຄໍ່າ
ບົນເວຫາ ມີແຕ່ເມກເຝື້ອດໍາກຸ້ມ
ນົກນ້ອຍຂອງຂ້ອຍບິນໄປໄດ້ຫລາຍມື້ແລ້ວ
ສູ່ຟາກຟ້າຕາເວັນຕົກ ສູ່ການຕໍ່ສູ້ອັນໃຫມ່
ບໍ່ມີໃຜຈະຮູ້ວ່າ
ເຈົ້າຈະຕີປີກ ຫລືໂຊມປີກກັບມາ
ຕອນເຈົ້າຈາກຂ້ອຍ
ປີກຂອງເຈົ້າບໍ່ທັນແຂງ ແຜຂອງເຈົ້າບໍ່ທັນຫາຍສນິດ
ແຕ່ເຈົ້າກໍທະນົງພຽງພໍ
ຫນ້າທີ່ແລະຈິດສໍານຶກ ຮຸ່ມຮ້ອນເຈົ້າໃຫ້ໄປແລະໄປ…
ຂ້ອຍເຂົ້າໃຈ ຈະບໍ່ຫ້າມ ບໍ່ຫວງຫຍັງເລີຍ

ທ້ອງຟ້າສຸດທີ່ກ້ວາງໃຫຍ່
ແສງແດດແລະສາຍລົມ ຄົງຈະເຮັດໃຫ້ເຈົ້າສົດຊື່ນ
ແລະລືມຂ້ອຍໄດ້ໃນບໍ່ຊ້າ
ສ່ວນຂ້ອຍຈະບໍ່ມີວັນລືມເຈົ້າ
ຟ້າມືດຄໍ່າວັນໃດ ຂ້ອຍຍັງເປັນຫ່ວງ
ຢາກຈະຢູ່ໃກ້ ຢາກຈະຄອຍລະວັງ
ຫມູ່ມານໃຫ້ຫ່າງຫນີ

ບັນຍາກາດມົວຊົວຄືຄືນນີ້
ຫລາຍຄົນຄົງຈະມີຄວາມສຸກ
ເມື່ອຫວນຄິດເຖີງຊີວິດຂອງຕົນເອງ
ທີ່ສົດໃສແລະເຈີ້ດຈ້າ
ສ່ວນນົກນ້ອຍຂອງຂ້ອຍ ເຈົ້າພັດກໍາລັງຊິຮ້ອງໄຫ້
ໂທມມະນັດໃນໂຊກຊະຕາຂອງຕົນ

ນົກນ້ອຍເອີຍ ຫລຽວມາທາງຕະເວັນອອກຕິ
ອີກບໍ່ນານ ຟ້າກໍຈະສາງ
ຄວາມມືດດໍາ ກໍຈະຫາຍສາບສູນ
ຈາກນັ້ນ ອາກາດໃນຍາມເຊົ້າຕູ່
ຈະມີແຕ່ສາຍລົມເຢັນ ແສງແດດອ່ອນ ແລະສຽງເພັງເບົາ
ຕາມກິ່ງໄມ້ ແລະໃບຫຍ້າ
ຈະມີນໍ້າຄ້າງອອກອາຍຕ່ວນໆ
ຊ່າງເປັນພາບທີ່ງົດງາມ ເຫລືອພັລນາ
ຂ້ອຍຢາກໃຫ້ເຈົ້າມາເຫັນເຫລືອເກີນ
ເຈົ້າຄົງຈະມີຄວາມສຸກ
ຍີ້ມຫົວໄດ້ຢ່າງເຕັມທີ່

ນົກນ້ອຍຂອງຂ້ອຍ… ເບິ່ງແມ
ຟ້າສາງ… ຫຍັບໃກ້ເຂົ້າມາແລ້ວ
ຄວາມມືດມົນ ຫາຍອອກໄປທຸກເມື່ອ
ທຸກຄົນໃຜກໍລໍຄອຍ
ແລ້ວເຈົ້າເດ ຈະໃຈຈືດໃຈດໍາ
ບໍ່ກັບມາເມື່ອຟ້າສາງບໍ່?
ຂ້ອຍຍັງຄອງຄອຍ

ເຈົ້າ… ຄວາມຮັກ… ເມັດຊາຍ

ເຈົ້າເປັນຄວາມຊົງຈໍາ
ທີ່ບໍ່ມີວັນສິ້ນສຸດຂອງຂ້ອຍ
ຫາກຈະປຽບ
ຄວາມຮັກທີ່ຂ້ອຍມີຕໍ່ເຈົ້າ
ກໍບໍ່ຕ່າງຫຍັງກັບເມັດຊາຍ
ມັນມາກມາຍກ່າຍກອງ
ເກີນກ່ວາຈະຄະນານັບໄດ້

ຫລາຍເທື່ອ
ຄື້ນຟອງຖາຖົມເຂົ້າໃສ່
ເມັດຊາຍຈໍານວນບໍ່ຫນ້ອຍ
ຫາຍໄປກັບຄື້ນຟອງນັ້ນ
ແຕ່ຄືນແລ້ວຄືນເລົ່າ
ວັນແລ້ວວັນເລົ່າ
ເມັດຊາຍທີ່ເຫລືອຄ້າງ
ກໍຍັງຄະນານັບບໍ່ໄດ້
ແລະມັນຈະເປັນເຊັ່ນນີ້
ຊົ່ວນິດນິຣັນດອນ
ເຖີງວ່າ
ຮ່າງຄີງຈະແຕກດັບ
ໄປກັບກາລເວລາກໍຕາມ

ເຈົ້າ… ຄວາມຮັກ
… ເມັດຊາຍ
ທັງຫມົດປະກອບກັນເປັນຂ້ອຍ
ແລະເມື່ອຂາດສິ່ງໃດສິ່ງນຶ່ງ
ຄວາມເປັນຂ້ອຍກໍຈະຂາດຫາຍໄປ
ຈະເຫລືອໄວ້ກໍພຽງຄວາມຊົງຈໍາ
ທີ່ເຈັບປວດເລິກໆໃນດວງໃຈ
ເທົ່ານັ້ນເອງ
ຫາກຄວາມຮັກ...

ສຸດທີຮັກ
ຫາກຄວາມຮັກ
ຄືດອກໄມ້ຜະລິ ຕ້ອນຮັບແສງຕະວັນ
ຄືສາຍລົມ ຄືສຽງເພັງ
ຄືຢາດນໍ້າຄ້າງ ແລະຄືຄື້ນຟອງຂອງທະເລ
ທີ່ມີແຕ່ຄວາມບໍຣິສຸດສົດຊື່ນ
ຂ້ອຍຂໍມອບຄວາມຮັກນີ້ໃຫ້ແກ່ເຈົ້າ
ຄົງບໍ່ຈໍາເປັນຕ້ອງບອກວ່າ
ດວງໃຈຂ້ອຍ ຜູກພັນຕໍ່ເຈົ້າຫລາຍພຽງໃດ
ບາງທີຄໍາເວົ້າກໍບໍ່ຈໍາເປັນ

*******************

ວັນເວລາມາເຖີງແລ້ວ ທີ່ຮັກ
ສາຍລົມໂຊຍຊື່ນໂບກພັດ
ແສງສີທອງປະທັບແສງຮອງໆບົນຜິວພື້ນ
ບໍ່ດົນ ທັງສາຍລົມແລະແສງແດດ ກໍຈະຊື່ມຊາບເຂົ້າໄປໃນຜິວກາຍຂອງເຈົ້າ
ເມື່ອເຖີງເວລານັ້ນ ເຈົ້າກໍຈະຈາກຂ້ອຍໄປໄກຈົນສຸດຂອບຟ້າ
ແລະນັບວັນ ລະຍະທາງເດີນຂອງພວກເຮົາ ກໍຈະເພີ້ມທະວີຄູນ
ຕໍ່ໄປນີ້ ຈະມີພຽງຈົດຫມາຍເປັນສື່ສໍາພັນ
ທີ່ລາຍມືປາກົດເປັນໃບຫນ້າ ດວງຕາແລະຮອຍຍີ້ມໃຫ້ຝັນເຫັນ

*******************

ດັ່ງສວັນບັນດານ
ໃຫ້ເຈົ້າແລະຂ້ອຍ
ໄດ້ມາພົບກັນ
ມັນເປັນຄວາມຫວານ
ມັນເປັນຄວາມສຸກ

******************


ຈາກດວງໃຈ

ຂ້ອຍຈະເກັບດວງດາວທີ່ຣະຍິບຣະຍັບເຕັມຢູ່ທົ່ວທ້ອງຟ້າ
ມາວາງໄວ້ແທບເທົ້າເຈົ້າ
ຂ້ອຍຈະເສກເມັດຊາຍໃນຊາຍຫາດ
ເປັນເພັດນິນຈິນດາໃຫ້ເຈົ້າໄດ້ປະດັບເອ້
ຂ້ອຍຈະເປັນແສງອາຣຸນຂອງວັນໃຫມ່
ຂັບໄລ່ຄວາມມືດມິດຫນາວເຢັນໄປຈາກເຈົ້າ

ວັນໃດໂລກນີ້ເປັນແຕ່ທະເລຊາຍ
ຂ້ອຍຈະເປັນວັງນໍ້າໃສໃຫ້ເຈົ້າໄດ້ດື່ມກິນ
ວັນໃດໂລກນີ້ ມີແຕ່ຄວາມມຶດມິດ
ຂ້ອຍຈະເປັນທຽນໄຂ ເຜົາໄຫມ້ຕົນເອງບໍ່ຫ່າງ
ວັນໃດໂລກນີ້ຖລົ່ມທະລາຍ
ຂ້ອຍຈະເປັນເກາະກໍາບັງໃຫ້ເຈົ້າໄດ້ຢືນຢູ່ຄູ່ຟ້າ

ໂອ້ທີ່ຮັກ ດວງໃຈດວງນີ້ມີແຕ່ຄວາມຊື່
ໂອ້ຍອດບູຊາ ດວງໃຈດວງນີ້ມີແຕ່ຄວາມຮັກ
ໂອ້ຍອດປາຖນາ ດວງໃຈດວງນີ້ມີແຕ່ຄວາມດີ
ເທົ່ານັ້ນມອບໃຫ້ເຈົ້າ ເຈົ້າຜູ້ດຽວເທົ່ານັ້ນ ສຸດທີ່ຮັກ
ໄປໄກແລ້ວ… ໄກສຸດໄກ

ວັນເວລາມາເຖີງແລ້ວ ທີ່ຮັກ
ສາຍລົມໂຊຍຊື່ນໂບກພັດ
ແສງສີທອງປະທັບແສງຮອງໆບົນຜິວພື້ນ
ບໍ່ດົນ ທັງສາຍລົມແລະແສງແດດ ກໍຈະຊື່ມຊາບເຂົ້າໄປໃນຜິວກາຍຂອງເຈົ້າ
ເມື່ອເຖີງເວລານັ້ນ ເຈົ້າກໍຈະຈາກຂ້ອຍໄປໄກຈົນສຸດຂອບຟ້າ
ແລະນັບວັນ ລະຍະທາງເດີນຂອງພວກເຮົາ ກໍຈະເພີ້ມທະວີຄູນ
ຕໍ່ໄປນີ້ ຈະມີພຽງຈົດຫມາຍເປັນສື່ສໍາພັນ
ທີ່ລາຍມືປາກົດເປັນໃບຫນ້າ ດວງຕາແລະຮອຍຍີ້ມໃຫ້ຝັນເຫັນ

ຂໍພຽງຮອຍຍີ້ມ

ຮອຍຍີ້ມກໍາລັງຈະເຫືອດຫາຍ
ໄປກັບເມກຫມອກທີ່ກຸ້ມກົ້ວໃນຍາມຮຸ່ງເຊົ້າ
ບໍ່ຫນ້າຈະເປັນໄປໄດ້
ແລະບໍ່ຫນ້າຈະເກີດຂຶ້ນ
ແຕ່ມັນກໍເປັນໄປແລ້ວ ເກີດຂຶ້ນແລ້ວ

ຮອຍຍີ້ມ ອາດຈະບໍ່ມີຄວາມຫມາຍສໍາລັບຄົນອື່ນ
ອາດຈະເປັນພຽງຮອຍຍີ້ມທີ່ຍີ້ມຊື່ໆ
ແລ້ວກໍຜ່ານໄປ ແຕ່ສໍາລັບຂ້ອຍ
ຮອຍຍີ້ມຂອງເຈົ້າຄືຢາດຝົນ
ໃຫ້ຄວາມຊຸ່ມຊື່ນແກ້ຊີວິດຊີວາ
ແກ່ຄວາມຫວັງ ແລະການຕໍ່ສູ້ທີ່ຍາວໄກຂອງຂ້ອຍ
ປຽບດັ່ງໂລກນີ້ ຖ້າຂາດສາຍຝົນ
ຄົງຈະແຫ້ງແລ້ງ ຊົບເຊົາ
ພືດພັນສັດສາວາສິ່ງຈະຕ້ອງຫມອງເສົ້າ
ແລະເຖີງທີ່ດັບສູນ
ບໍ່ຕ່າງຫຍັງກັບຊີວິດຂ້ອຍ
ຫາກຂາດຮອຍຍີ້ມຂອງເຈົ້າ
ບົດກະວີຈະມີແຕ່ທໍານອງເສົ້າ
ບົດເພັງຈະມີແຕ່ທໍານອງໂຫຍຫວນ
ແລະບົດຊີວິດຈະມີແຕ່ທໍານອງສະອຶ້ນ
ໄດ້ໂປດເຖີດ
ຢ່າໃຫ້ຊີວິດຂ້ອຍຕ້ອງເປັນແນວນີ້ເລີຍ
ໃຫ້ມັນໄດ້ເບັ່ງບານສົດຊື່ນ
ແລະເປັນປໂຍດແກ່ຊົນຜູ້ຍາກໄຮ້
ໃນທົ່ວທຸກມຸມໂລກ ຕາມທີ່ຂ້ອຍປາຖນາເຖີດ

ຍີ້ມຕິ ຍີ້ມໃຫ້ຂ້ອຍແດ່
ຍີ້ມຫວານໆ ຍີ້ມເລື້ອຍໆ
ເຖີງບາງຄັ້ງ ຈະເປັນພຽງຮອຍຍີ້ມທີ່ຕ້ອງຝືນກໍຕາມ
ຂ້ອຍກໍພູມໃຈ
ໃຫ້ກັບຊີວິດທີ່ປາສຈາກຄົນເຂົ້າໃຈຂອງຕົນ
ບາງທີ ວັນນຶ່ງເມື່ອເຈົ້າມອງເຫັນຄວາມຈິງ
ເຈົ້າຄົງຈະເຂົ້າໃຈ
ຊີວິດທີ່ເປັນຊີວິດຫລາຍກ່ວານີ້

ແຕ່ສໍາລັບວັນນີ້
ວັນທີ່ທ້ອງຟ້າພວມມືດມົວ
ມິດຖີມານະພວມຄອບງໍາ
ຂ້ອຍຈະບໍ່ຮຽກຮ້ອງຫຍັງຫລາຍ
ຂໍພຽງແຕ່ຮ້ອຍຍີ້ມ
ທີ່ສະແດງຄວາມເປັນເພື່ອນຂອງເຈົ້າເທົ່ານັ້ນ
ນໍ້າຕາຂອງຂ້ອຍກໍເອີ່ເບົ້າພຽງພໍແລ້ວ
ເລ່ຫລ່ຽມ

ນາງນັ່ງຢູ່ຫັ້ນ ຍີ້ມແລະຫົວ
ທຸກອາຣິຍະບົດຂອງນາງ ສາຍຕາຂ້ອຍບັນຈົງບັນທຶກພາບເອົາໄວ້ ງາມ ຄົມ ຊຶ້ງ ຈະຫາພາບໃດໃນໂລກນີ້ ມາປຽບປານ ບໍ່ມີອີກແລ້ວ

ບາງຄັ້ງສາຍຕາເຮົາເຈິະກັນ ໃຈຂ້ອຍຮູ້ສຶກເຕັ້ນຕູມຕ່າມ ວາບຫລົ່ນໄປຈົນສຸດບຶ້ງຫົວໃຈ
ເປັນຫຍັງຈຶ່ງເປັນແນວນີ້ ຂ້ອຍເອງກໍບອກບໍ່ຖືກ ຄ້າຍໆກັບໃນຕາຂອງນາງມີແສງເຫລື້ອມ
ແວວວາວ ສາມາດແທງຊອດໃນຕາຂອງຂ້ອຍລົງເລິກໄປເຖີງຂົ້ວຫົວໃຈໄດ້

“ແນັດ ຂ້ອຍມັກໆເບິ່ງຕາຂອງເຈົ້າ ມັນງາມໆ”
ຂ້ອຍເອີ່ຍອອກມາເປັນຄັ້ງທີເທົ່າໃດກໍບໍ່ຮູ້ ບາງທີອາດຈະເປັນເທື່ອທີຮ້ອຍ ແລະບາງທີນາງອາດ
ຈະເບື່ອ ແລະວ່າຕັ້ງແກ້ງຍໍກໍເປັນໄດ້ ແຕ່ຫາກວ່ານີ້ເປັນການຍໍ ກໍເປັນການຍໍຈາກໃຈຈິງ
ຈາກຄວາມບໍຣິສຸດທີ່ໃນຕາແລະຫົວໃຈຊື່ໆບອກໃຫ້

“ເລ່ຫລ່ຽມ”
ນາງເອີ່ຍເບົາໆ ແລ້ວກໍຍີ້ມພ້ອມທັງອ່ຽງຫນ້າຫນີ ຫົວໃຈຂ້ອຍວາບຫລົ່ນອີກຄັ້ງ ເມື່ອເຫັນຮອຍຍີ້ມ
ທີ່ຕຶ້ງຕາຕຶ້ງໃຈນີ້ ຫາກເປັນໄປໄດ້ຂ້ອຍຢາກຈະເກັບຮອຍຍີ້ມນາງ
ໄວ້ເປັນສົມບັດຂອງຂ້ອຍພຽງຜູ້ດຽວ ບໍ່ຢາກໃຫ້ໃຜອື່ນໃດມາເຫັນແລະມາຍາດເອົາໄປຄອງເລີຍ

“ແນັດ ຂ້ອຍມັກໆຟັງສຽງຂອງເຈົ້າ ຖ້າມື້ໃດຂ້ອຍໄດ້ຍິນສຽງຂອງເຈົ້າ ມື້ນັ້ນບໍ່ໃຫ້ຂ້ອຍກິນເຂົ້າ ກໍຍັງໄດ້”
ຂ້ອຍເວົ້າບໍ່ທັນເທົ່າໃດ ຄໍາເວົ້າທີ່ຮີດທີ່ສຸດຂອງເຈົ້າກໍດັງຂຶ້ນເປັນຄັ້ງທີ… ຂ້ອຍເອງກໍນັບບໍ່ໄດ້
“ເລ່ຫລ່ຽມ”

ຂ້ອຍຍີ້ມແຫ້ງໆ ຄໍາເວົ້າທີ່ກັ່ນອອກມາຈາກສ່ວນເລິກຂອງຫົວໃຈກາຍເປັນຄໍາວ່າ“ເລ່ຫລ່ຽມ”ໄປໄດ້
ຖ້ານາງຫາກແນມເບິ່ງດວງຕາຂ້ອຍ ຫລຽວເຫັນດວງໃຈຂ້ອຍ ນາງຄົງຈະຮູ້ ນາງຄົງຈະເຂົ້າໃຈ ທຸກຄໍາເວົ້າຂອງຜູ້ທີ່ເທີດທູນແລະຢືນຢັດຕໍ່ສູ້ເພື່ອອຸດົມການ ອັດແຫນ້ນໄປດ້ວຍສັດຈະພຽງໃດ
ແຕ່ກໍຢ່າງວ່າລະ ຄວາມຈິງໃຈຫລືຈະໄປສູ້ຄໍາປີ້ນປອກ ຂ້ອຍຮູ້ ຄວາມປີ້ນປອກອາດຈະເປັນ
ປໂຍດແກ່ຂ້ອຍ ແຕ່ຄຸນນະທັມປະຈໍາໃຈ ບໍ່ອະນຸຍາດໃຫ້ຂ້ອຍເວົ້າມັນອອກມາໃຫ້ເປັນມົນທິນໄດ້
ຂ້ອຍຈົນ ຂ້ອຍຂີ້ຮ້າຍທ້າຍເປກໍຈິງ ແຕ່ຄວາມຈົນຄວາມຂີ້ລ້າຍ ບໍ່ແມ່ນວ່າຊິສາມາດຜັກດັນ
ໃຫ້ຂ້ອຍກາຍເປັນຄົນຊົ່ວໄດ້ ຜ່ານມາ ຂ້ອຍອາດຈະເວົ້າຈາຄຶກຄະນອງ ຍີ້ມຫົວບໍ່ອັ້ນ ແຕ່ໃຜແດ່ນໍ
ຈະຮູ້ວ່າ ຫົວໃຈຂ້ອຍມັນສະເທືອນໄດ້ງ່າຍພຽງໃດ

ຂ້ອຍຢາກຈະງຽບຈະເສົ້າແລະຢາກຈະຮ້ອງໄຫ້ດັງໆ ເພື່ອໃຫ້ນາງໄດ້ຍິນແຕ່ກໍຕ້ອງຍີ້ມ ແລະຫົວແທນເພື່ອຮັບເອົາຄໍາວ່າ“ເລ່ຫລ່ຽມ”ຂອງນາງຕໍ່ໄປ

ນາງຍັງຄົງນັ່ງຢູ່ຫັ້ນ ໃຕ້ແສງຕະກຽງສີມົວໆ ຍີ້ມ… ຫົວ…
ທຸກອະຣິຍະບົດຂອງນາງ ສາຍຕາຂ້ອຍກໍຍັງຄົງບັນຈົງບັນທຶກພາບເອົາໄວ້ຢູ່ຕລອດໄປ

ຈົ່ງຄອຍ

ຜູ້ຄົນທະລັກມາອີກຊຸດນຶ່ງ
ໃບຫນ້າຄຸ້ນເຄີຍ ແລະແຕກຕ່າງ
ແຕ່ບໍ່ມີຄົນທີ່ເຈົ້າຮັກ
“ເຂົາຢູ່ໃສ? ເຂົາບໍ່ໄດ້ມາບໍ່?”

ມິດງຽບບໍ່ມີຄໍາຕອບ
“ປານໃດ ເຂົາຈຶ່ງຈະໄດ້ມາ?”

ສາຍລົມຍັງຄົງນິ່ງຟັງສຽງຢູ່ເສີຍ
ນໍ້າຕາເລີ້ມຂັງນອງຢູ່ທີ່ເບົ້າ
ເມື່ອບໍ່ເຫັນເຂົາມາ ອີກຊຸດນຶ່ງ
ຄວາມຫວັງທີ່ເຫລືອນ້ອຍ ເລີ້ມກາຍເປັນຄວາມນ້ອຍເນື້ອຕໍ່າໃຈ
ຂ່າວລືທີ່ວ່າເຂົາບໍ່ມີເງື່ອນໄຂສໍາພາດຫນາຫູຂຶ້ນ
“ເຂົາຊິບໍ່ໄດ້ມາບໍ່? ເຮົາຊິເຮັດແນວໃດດີ?”
ຖືກຖາມແລ້ວຖາມອີກ
ເມກຝົນທີ່ຕັ້ງເຄົ້າມາໄດ້ຫລາຍເດືອນ
ເລີ້ມຫລັ່ງລົງມາເປັນສາຍ
ຮ້ອນແລະແຜ່ວໄປທົ່ວທັງສອງພວງແກ້ມ
ຈະມີໃຜນໍເຂົ້າໃຈ ດວງໃຈຂອງຜູ້ທີ່ຄອງຄອຍ

ທີ່ຮັກ! ເມື່ອຜູ້ຄົນທໍ້ຖອຍຈົ່ມທຸກ
ຫມົດກໍາລັງໃຈທີ່ຈະຄອງຄອຍ
ຂໍເຈົ້າຈົ່ງນິ່ງສງົບ
ຍອດດວງໃຈ! ເມື່ອຜູ້ຄົນເລີ້ມປ່ອຍຕົວຫລີ້ນກິນເພື່ອຫລົງລືມ
ຂໍເຈົ້າຈົ່ງຢ່າໄດ້ເຂົ້າຮ່ວມ
ຈົ່ງຕັ້ງໃຈພາວະນາແລະຄອງຄອຍ
ແມ້ນຟ້າຈະມືດຄໍ້າ ດວງໃຈຈະຫມອງຫມົ່ນ
ແມ້ນຈະກິນເວລາເປັນເດືອນເປັນປີ ກໍຈົ່ງຄອຍ
ແລະກໍດ້ວຍການຄອງຄອຍຂອງເຈົ້າເທົ່ານັ້ນ
ມື້ນຶ່ງຂ້ອຍຈະມາ
ຈົ່ງຄອຍ… ຈົ່ງຄອຍ…
ແລ້ວຂ້ອຍຈະມາ


ໂອບອຸ້ມຂ້ອຍແດ່ ທີ່ຮັກ

ສາຍລົມຫນາວ
ໃກ້ຈະວຽນມາເຖີງ
ເມກຫມອກກຸ້ມກົ້ວຢູ່ເຕັມທົ່ວທ້ອງຟ້າ
ມຶດດໍາແລະຊື່ມເສົ້າ
ຢູ່ຕາມກົກໄມ້ໃບຫຍ້າ
ສີຂຽວເລີ້ມຈາງລົງ
ຈົນກາຍເປັນສີຂີ້ເຖົ່າ
ສິ່ງເຫລົ່ານີ້
ກໍ່ຄວນສະເທືອນໃຈໃຫ້ຂ້ອຍເຫລືອຄະນາ
ຜິວກາຍທີ່ຖືກຫໍ່ຫຸ້ມດ້ວຍເສື້ອຜ້າເກົ່າຂາດ
ບອກເຕືອນໃຫ້ຂ້ອຍຮູ້ວ່າ
ບໍ່ນານເມື່ອລົມຫນາວມາຮອດມາເຖີງ
ຕົວຂ້ອຍຈະຕ້ອງສັ່ນເຊັນ
ແລະຂ້ອຍຄົງຈະ


ທີ່ຮັກ
ຂ້ອຍບໍ່ຢາກຄິດເຖີງມັນເລີຍ
ກາລຂ້າງຫນ້າທີ່ແສນທໍຣະມານ
ພຽງເຄົ້າຫນໍ່ທີ່ເຢັນຊາຂອງມັນ
ຂ້ອຍກໍຮັບບໍ່ໄດ້ແລ້ວ
ເຈົ້າຄົງຈະຮູ້ເຈົ້າຄົງຈະເຂົ້າໃຈ
ຊີວິດຂ້ອຍຢືນຢູ່ໄດ້
ກໍດ້ວຍການລໍຄອຍຄວາມຫວັງຈາກເຈົ້າ
ດວງຕະເວັນທີ່ບໍ່ຮູ້ວັນມອດ
ທີ່ໃຫ້ຄວາມອົບອຸ່ນແກ່ດວງໃຈຂ້ອຍສເມີມາ


ຂ້ອຍຮູ້ດີ
ມັນຄົງຈະກິນເວລາຍາວນານ
ກ່ວາຂ້ອຍຈະເອົາຊະນະຄວາມຫນາວເຫນັບໄດ້
ກ່ວາຂ້ອຍຈະຢືນຜະຫງາດຢ່າງຜູ້ມີໄຊໄດ້
ແຕ່ໃນຂະນະນີ້ເວລານີ້
ຄວາມຫນາວເຫນັບກໍາລັງຈະແຂງກະດ້າງຕົວຂ້ອຍແລ້ວ
ມັນມາແລ້ວ ໃກ້ເຂົ້າມາແລ້ວ
ໂອ້ທີ່ຮັກ
ຈະໃຫ້ຂ້ອຍເຮັດຢ່າງໃດດີ
ມືທີ່ອາທອນຂອງໃຜລະ
ຈະມີພະລັງໃນຍາມນີ້
ວາຈາແລະຮອຍຍີ້ມຂອງໃຜລະ
ຈະມີມົນຂັງໃນວັນນີ້
ແລະອ້ອມແຂນຂອງໃຜລະ
ຈະອົບອຸ່ນໃນຕອນນີ້
ເທົ່າກັບມືວາຈາຮອຍຍີ້ມແລະອ້ອມແຂນຂອງເຈົ້າ
ຜູ້ຊຶ່ງເປັນສຸດທີ່ຮັກຂອງຂ້ອຍ
ຄົງບໍ່ມີອີກແລ້ວ
ຂໍໄດ້ໂປຣດເຖີດທີ່ຮັກ
ກ່ອນທີ່ລົມຫນາວຈະວຽນມາເຖີງ
ກ່ອນທີ່ມັນຈະພາກຂ້ອຍໄປຈາກເຈົ້າ
ຢ່າງບໍ່ມີວັນກັບ
ພ້ອມກັບຄວາມຮັກທີ່ບໍຣິສຸດຍິ່ງໃຫຍ່ແລະອໍາມະຕະນັ້ນ


ວາແຂນອອກຕິ ສຸດທີ່ຮັກ
ວາແຂນອອກມາ
ປະສານກັບອ້ອມແຂນຂອງຂ້ອຍ
ແລ້ວເມື່ອນັ້ນ
ເຈົ້າຈະພູມໃຈ
ເຈົ້າຈະຊາບຊຶ້ງວ່າ
ດ້ວຍອ້ອມແຂນຂອງເຈົ້າເທົ່ານັ້ນ
ຊີວິດຂອງຂ້ອຍຈຶ່ງຟັນຜ່າລົມຫນາວໄດ້ຢ່າງທໍຣະນົງ
ແລະກໍດ້ວຍອ້ອມແຂນຂອງເຈົ້າເທົ່ານັ້ນ
ດອກຮັກທີ່ພວກເຮົາຄວນດິນແລະຫົດນໍ້າຮ່ວມກັນ
ຈຶ່ງຈະເຕີບໃຫຍ່ເບັ່ງບານອອກດອກອອກຜົນ
ເປັນທີ່ເອກອ້າງແກເສລີຊົນທົ່ວໂລກ
ຈົນຕລອດຊົ່ວຟ້າດິນສລາຍ


*****
ເວລານີ້ມີພຽງຂ້ອຍ


ຮູ້ຕົວດີວ່າ
ຄໍ່ານີ້ກໍເຫມືອນຄືນກ່ອນ
ເຊົ້ານີ້ກໍເຫມືອນແລງວານ
ດວງໃຈເຝົ້າຝັນຫາ
ບໍ່ຢາກຄິດ
ແຕ່ໃຈກໍຮໍ່າຮ້ອງ
ບໍ່ຢາກຕລົມ
ແຕ່ຮອຍຍີ້ມກໍບໍ່ເຜີຍ
ບໍ່ຢາກໃຫ້
ແຕ່ນໍ້າຕາກໍໄຫລຊື່ມ


ຄິດເຫັນ
ເວລານີ້ຍາມນີ້ຕອນນີ້
ເຮົາສອງເຄີຍຢູ່ໃນສາຍຕາກັນ
ເຈົ້າອົບຂນົມ
ຂ້ອຍຂູດຫມາກພ້າວ
ເຈົ້າຕັກຂອງກິນໃຫ້
ຂ້ອຍໂມ້ມເຂົ້າປາກ
ຂ້ອຍໂສກເສົ້າ ເຈົ້າປອບໃຈ
ເຈົ້າຍີ້ມ ຂ້ອຍຫົວ
ເຈົ້າເວົ້າ ຂ້ອຍຟັງ


ແຕ່ເວລານີ້ຍາມນີ້ຕອນນີ້
ຫລຽວໄປມາທາງໃດ
ກໍເຫັນແຕ່ຄວາມມືດມິດ
ຄວາມເປົ່າປ່ຽວຄືເຫມືອນຈະຈັບ
ຢູ່ກັບທຸກສິ່ງທີ່ຂ້ອຍຫລຽວເຫັນ
ໂຕະທີ່ເຈົ້າເຄີຍວາງມືທາບ
ຕັ່ງທີ່ເຈົ້າເຄີຍໂຍ້ໂຕລົງນັ່ງ
ກາຍເປັນພາບຕໍາຈິດໃຫ້ຫ່ວງຫາອາວອນ
ຂ້ອຍຜູ້ເປັນສ່ວນເກີນຂອງມະນຸສທັມ
ຈຶ່ງຕ້ອງເສົ້າສ້ອຍ
ລ່ອງລອຍໄປກັບຄວາມຄິດ
ປະໃຫ້ເວລາຜ່ານໄປ ແລະລາລັບ
ໂອ້ເວລານີ້ຍາມນີ້ຕອນນີ້
ຈະມີພຽງຂ້ອຍໄປອີກດົນປານໃດ?

*****


ຮັກເຈົ້າເທົ່າຊີວາ
ແມ້ນວັນເວລາຈະລ່ວງລັບ
ແມ້ນດວງໃຈຈະແຕກດັບ
ຮັກນີ້ບໍ່ມີວັນຄາຍ


*****

ດອກຟ້າ


໒໒ປີແລ້ວທີ່ດອກຟ້າດອກນີ້
ປະທັບພື້ນປະສຸທາ
ກິ່ງກ້ານຂອງເຈົ້າ
ສົ່ງກິ່ນຫອມຫວນ
ຟຸ້ງຂະຈອນໄປທົ່ວທ້ອງນະພາ


ໂອ້ດອກຟ້າ
ເຈົ້າຊ່າງເກີດມາ
ເພື່ອຊັບນໍ້າຕາຂອງຢາດນໍ້າຄ້າງ
ຊ່າງເຕີບໃຫຍ່
ເພື່ອເປັນມິ່ງຂວັນຂອງດອກຫຍ້າ
ແລະຊ່າງລໍ້າເລິກ
ເພື່ອຄວາມມຸມານະຂອງຊາຍຈົນໆຄົນນີ້


ຫາກເຈົ້າຮູ້
ຍາມເມື່ອເຈົ້າເອີ່ຍວາຈີ
ໂລກທັງໂລກຂອງຂ້ອຍ
ຈະງຽບນິ່ງສງັດຟັງເຈົ້າ
ຍາມເມື່ອເຈົ້າຍີ້ມຫົວ
ໂລກທັງໂລກຂອງຂ້ອຍ
ຈະຖືກແຕ່ມແຕ່ງ
ດ້ວຍຟ້າວັນໃຫມ່
ດວ້ຍສັກກຸນາທີ່ເຈີ້ຍເຈີດ
ດ້ວຍໃບໄມ້ທີ່ແກ່ວງໄກ່ວ
ດ້ວຍຄື້ນຟອງທີ່ລະຍິບລະຍັບ
ແລະດ້ວຍສຽງເພັງທີ່ຂັບກ່ອມໃຫ້ຫລັບຝັນ


ໂອ້ດອກຟ້າ
ນັບແຕ່໒໒ປີນີ້ຕໍ່ໄປ
ຂ້ອຍຈະເປັນສາຍລົມຄອຍຈູມພິດ
ເປັນສຽງເພັງຄອຍປອບຂວັນ
ແລະເປັນສາຍທາລາ
ຄອຍຊຸບຄວາມໃຜ່ຝັນຂອງເຈົ້າ
ໃຫ້ສົດໃສຢ່າງບໍ່ມີວັນຄາຍ
ໂອ້ດອກຟ້າ
ໂອ້ຍອດບູຊາ
ຮັກເຮົານີ້
ຂໍໃຫ້ມີແຕ່ຄໍາວ່າ
ປະດັບໄວ້ໃນດວງໃຈຂອງກັນແລະກັນ
ຕລາບຊົ່ວນິດນິຣັນ


*****

ສຸດທີ່ຮັກ

ດອກໄມ້ເປັນສຸດທີ່ຮັກຂອງແມງກະເບື້ອ
ທາລາເປັນສຸດທີ່ຮັກຂອງຫມູ່ມັດສາ
ທ້ອງຟ້າເປັນສຸດທີ່ຮັກຂອງຫມູ່ສັກກູນາ
ແລະສາຍຝົນເປັນສຸດທີ່ຮັກຂອງພຶກສາຊາດ
ສ່ວນເຈົ້າກໍເປັນສຸດທີ່ຮັກຂອງຂ້ອຍ

ໂອ້ທີ່ຮັກ ຄໍາໆນີ້ມີຄ່າຫນັກຫນາ
ບໍ່ມີໃຜອິກແລ້ວໃນໂລກນີ້
ທີ່ຂ້ອຍຈະຮຽກເອີ້ນນອກຈາກເຈົ້າເທົ່ານັ້ນ
ດ້ວຍຜູ້ອື່ນເຖີງຈະດີຈະງາມຈະມີຄ່າ
ກໍປະທັບໃຈຂ້ອຍປະດຽວປະດາວ ແລ້ວກໍມະລາຍຫາຍໄປ
ແຕ່ເຈົ້າຜູ້ຊຶ່ງມີແວວຕາສໍ່ຄວາມອົບເອື້ອອາຣີ
ເຈົ້າຜູ້ຊຶ່ງມີຮອຍຍີ້ມອາບສເນ່
ເຈົ້າຜູ້ຊຶ່ງມີກິຣິຍາທ່າທາງແກ່ນໆເປັນຕາຮັກ
ບໍ່ວ່າແຕ່ວັນນີ້ວັນຫນ້າປີນີ້ຫລືປີຫນ້າ
ແມ້ແຕ່ອີກຮ້ອຍປີຫນ້າ ກໍຈະປະທັບໃຈຂ້ອຍຢ່າງບໍ່ມີວັນຮູ້ລືມເລືອນ

ຂ້ອຍຮູ້
ຊີວິດຂ້ອຍຢືນຢູ່ໄດ້ກໍດ້ວຍຄໍາໆນີ້
ຂ້ອຍຮໍ່າຮຽນຂຽນຫນັງສືແລະເຮັດວຽກ
ກໍດ້ວຍມີສຸດທີ່ຮັກເປັນກໍາລັງໃຈ
ໄດ້ໂປດເຖີດສຸດທີ່ຮັກ
ຜູ້ຊຶ່ງຂ້ອຍຮັກທຸງສິ່ງທຸກຢ່າງທີ່ເປັນຂອງເຈົ້າ
ຜູ້ຊຶ່ງຂ້ອຍຄໍ່າຄວນຮຽກຫາທຸກວັນຄືນ
ຜູ້ຊຶ່ງຂ້ອຍຫາຍໃຈເຂົ້າອອກເປັນເຈົ້າ
ແລະຜູ້ຊຶ່ງຂ້ອຍຮູ້ສຶກຕົວວ່າມີຄ່າ ເມື່ອມີເຈົ້າຢູ່ຄຽງຄູ່ເທົ່ານັ້ນ

ຂໍໃຫ້ເຈົ້າຈົ່ງຮັກແລະສົງສານຂ້ອຍໃຫ້ຫລາຍໆດ້ວຍ
ເຈົ້າຮູ້ບໍ່?
ເມື່ອມີເຈົ້າໂລກນີ້ຊ່າງສົດສວຍ
ສາຍລົມຊ່າງເຢັນຊື່ນ
ຫມູ່ເມກໄມ້ຊ່າງຂຽວອຸ່ມທຸ່ມຊວນມອງ
ແລະທ້ອງຟ້າຊ່າງສົດໃສຊວນໄຂ່ວຂ້ວາ

ໂອ້ສຸດທີ່ຮັກ
ໄດ້ຍິນບໍ່?
ຂ້ອຍຮັກແລະຄິດເຖີງເຈົ້າເຫລືອເກີນ

*****


ເມື່ອຕະວັນຈວນຈະລັບຂອບຟ້າ

ຂ້ອຍນັ່ງຢູ່ແຄມຮົ້ວ ໃນມືຖືເມັດເຂົ້າ
ຈ້ອງມອງໄປທາງຂອບຟ້າ_ຟ້າສີຈາງໆ
ນົກນ້ອຍສອງຕົວ ບິນມາຢູ່ໃນສາຍຕາ
ຣ່າເຣີງມີຊີວິດຊີວາ
ປີກຂອງມັນພືຂຶ້ນລົງຢ່າງເສລີ
ປະໃຫ້ລວດຫນາມລອຍເອ່ງເຄ່ງຢູ່ເບື້ອງລຸ່ມ
ສໍາລັບນົກ ລວດຫນາມເປັນພຽງເສດເຫລັກ
ເກົ່າຄໍ້າແລະດໍາທະມືນ
ເມັດເຂົ້າຄ່ອຍໆຖືກໂປຍລົງດິນ
ເປັນກຸ່ມແລະກະຈາຍ
ນົກນ້ອຍຄູ່ນັ້ນ ບິນລົງມາດັ່ງເຄີຍ
ສຽງດັງຕັ໊ບໆ ເມື່ອປາກງາມໆປະທະກັບດິນແລະເມັດເຂົ້າ
ຂ້ອຍແນມເບິ່ງແລ້ວກໍຄິດໄປໄກ
ຫາກຄົນທີ່ເຮົາຮັກກັນເປັນດັ່ງນົກ
ຄົງຈະບໍ່ມີວັນພາກຈາກກັນ
ທຸກຟາກຟ້າຈະເຫັນແຕ່ເງົາຂອງທັງສອງ
ຢູ່ຮຽກຄຽງຄູ່ກັນ
ແລະຄວາມເສົ້າຄົງຈະບໍ່ມີເຫລືອຢູ່ໃນກະມົນ

ທ້ອງຟ້າສີຈາງໆ ຄ່ອຍໆຫຍັບທີ່ໃຫ້ແກ່ຄວາມມືດດໍາ
ແລະເມັດເຂົ້າເມັດສຸດທ້າຍ ກໍໄດ້ລັບຫາຍໄປ
ນົກນ້ອຍເຕັ້ນຈ໋ອກໆສອງສາມບາດ
ແລ້ວກໍເຈີ້ຍເຈີດບິນກັບສູ່ຮັງນອນ
ຂ້ອຍຍ່າງກັບເມືອເຮືອນ
ດ້ວຍຄວາມແສບຢ່າງຫນັກ
- ແສບທີ່ກະເພາະ


*****


ນໍ້າຕາ

ຢົດນຶ່ງຍີ້ມປໍ້
ໃຈຂ້ອຍວາບຫວີວ
ຫວນນຶກໄປເຖີງ
ຄັ້ງຮັກເຮົາສອງແຣກບານ
ສົດຊື່ນ ຍີ້ມຫົວ
ຄືຈະບໍ່ມີວັນແປປ່ຽນ

ຢົດສອງໄຫລລິນ
ໃຈຂ້ອຍສັ່ນເຊັນ
ຫວນນຶກໄປເຖີງ
ຄວາມຮັກທີ່ຕ່າງສູ້ຊົນພຽນຖນອມ
ແມ້ນຕາຍຕ່າງກັນ ກໍອາດເປັນໄດ້

ຢົດສາມ ເຈີ້ງນອງ
ໃຈຂ້ອຍຫລົ່ນວູບ
ດວງຕາຫວານເສົ້າ
ກັບກາຍເປັນຫມອງຫມົ່ນ

ຂ້ອຍ

*****


ເມື່ອເຢືອກນຶ່ງຂອງລົມຫນາວພັດມາ

ອາກາດຄືນນີ້ ຫນາວເຢັນຣະຣິກ ເຫມືອນຈະຕອກຢໍ້າຄວາມເຢືອກເຢັນນັ້ນ ໃຫ້ຈົມເລິກເຂົ້າໄປໃນ
ດວງໃຈທີ່ຫົດຫູ່ຂອງຂ້ອຍ ສາຍຕາ ເຖີງແມ່ນຈະຈັບຈ້ອງຢູ່ທີ່ຕົວຫນັງສື ແຕ່ ແຕ່ລະຕົວ ແຕ່ລະອັກສອນ ກາຍເປັນພາບໃບຫນ້າຂອງເຈົ້າ ທີ່ສາຍຕາເສົ້າ ບໍ່ອາດປະໃຫ້ຂ້ອຍຕ້ອງຝືນອ່ານ
ຫນັງສືຕໍ່ໄປໄດ້ອີກ ແຕ່ຄາວໃດທີ່ຂ້ອຍພວມຈະລະສາຍຕາອອກ ແວວຫມອງຫມົ່ນກໍເລີ້ມປາກົດ
ລາງໆຢູ່ທີ່ສາຍຕາຄູ່ນັ້ນ
ຂ້ອຍ ຈຶ່ງຍິນດີເບິ່ງອັກສອນທີ່ມີສາຍຕາຂອງເຈົ້າຕໍ່ໄປ

..
“ອ້າຍ ຖ້າເຈົ້າບໍ່ໄປ ງານວັນເກີກມັດທຸ ເຮົາເຊົາກັນເນາະ”
“ເຊົາກະເຊົາ”
..

ພຽງຊົ່ວວູບນຶ່ງຂອງອາລົມ ທໍາລາຍລົງແລ້ວຊຶ່ງທຸກສິ່ງທຸກຢ່າງ ຄວາມຮັກທີ່ເຄີຍວ່າ ຫວານຊື່ນ ເຫລືອໄວ້ແຕ່ຮອຍຂົ່ມຂືນ ຄວາມສົງສານທີ່ເຄີຍວ່າ ເຕັມປ່ຽມ ຊ່າງເຫືອດຫາຍໄປກັບກະໂຊກນຶ່ງ
ຂອງລົມຫນາວ
ເຈົ້າ ຜູ້ເປັນລົມຫາຍໃຈ
ຜູ້ເປັນທີ່ຫລໍ່ລ້ຽງດວງໃຈຂ້ອຍໃຫ້ສົດຊື່ນ
ຈະຍັງຮັກແລະຫ່ວງໃຍຂ້ອຍຢູ່ບໍ່ນໍ?

ສຽງດົນຕີ ສຽງຢອກລໍ້ ຄົງຈະມີມົນຂັງ ກະຊາກດຶງພາບໃບຫນ້າຂ້ອຍໃຫ້ເລືອນຫາຍໄປຈາກຫ້ວງນຶກຂອງເຈົ້າ
ຂ້ອຍ ຄົງຈະກໍ່າກືນ ກິນນໍ້າຕາຜູ້ດຽວໄປຕລອດໄປ
ສຽງເພັງ ສຽງຢອກລໍ້ທີ່ເຈົ້າໄດ້ຍິນ ກາຍເປັນມີດແຫລມເສືອດເສືອນດວງໃຈຂ້ອຍໃຫ້ບາງລົງ
ແລະບາງລົງ ຂໍລົມຫນາວໄດ້ໂປດໂຊຍຊັບຊ່າ ຜິວກາຍເຈົ້າໃຫ້ຮູ້ສຶກດ້ວຍວ່າ ຂ້ອຍຍັງຮັກເຈົ້າ
ແລະຮັກເຈົ້າຄົນດຽວຕລອດໄປ
ຂ້ອຍ ຄົງຈະບໍ່ຍືນຍາວໄດ້ເຫັນຄືນວັນທີ່ສົດໃສ
ຂ້ອຍ

ລົມຫນາວພັດມາເຢືອກນຶ່ງ ພ້ອມກັບສຽງບາດຕີນ ໃບຫນ້າຂ້ອຍເຢັນຊາ ແຕ່ກໍຍັງປາຖນາໄຫວ້ວອນ ຢາກໃຫ້ຜູ້ທີ່ມາກັບລົມຫນາວນັ້ນເປັນແຕ່ຂ້ອຍກໍຄົງໄດ້ແຕ່ປາຖນາ
ເພາະ ຄົງຈະຣື່ນຣົມ ລືມຄົນທີ່ຟ້າໄຮ້ຄວາມປານີຜູ້ນີ້ແລ້ວ

ເຫດການພຽງຊົ່ວວູບນຶ່ງຂອງອາລົມ ນາງຈະຄິດບໍ່ນໍ ນາງຄົງຈະບໍ່ໃຫ້ອະໄພ ນາງຄົງຈະເຂົ້າໃຈໃນຄວາມຮັກຂອງຂ້ອຍຜິດຕລອດໄປ ນາງ
“ອ້າຍ ຂ້ອຍເອົາຂນົມເຄັກມາໃຫ້”

ລົມຫນາວທີ່ເຄີຍວ່າ ຫອດແຫ້ງ ກາຍເປັນເຈິ້ງນອງ ເພາະຜູ້ທີ່ມາກັບລົມຫນາວເຢືອກນັ້ນຄືເຈົ້າ
ຜູ້ຊຶ່ງເສັຽສລະແລ້ວທຸກສິ່ງທຸກຢ່າງເພື່ອຄົນທີ່ເຈົ້າຮັກ
ຂ້ອຍຈະບໍ່ມີວັນລືມເລືອນ

*****


ຄິດຮອດຄວາມຫລັງ

ເຫັນຫນຸ່ມສາວເປັນຄູ່ໆ
ນັ່ງລົມກັນ
ເຫັນໃບໄມ້ແກ່ວງໄກ່ວ
ຕາມແຮງລົມ
ເຫັນເຄຫັງທີ່ນາງເຄີຍຢູ່
ຢືນຢູ່ຢ່າງຊື່ມເສົ້າ
ຂ້ອຍກົ້ມຫນ້າລົງ ເອົາມືອັດທີ່ຕາ


ພາບຂອງເຈົ້າປາກົດເປັນລາງໆ
ບາດຍ່າງ ຮອຍຍີ້ມ ທ່າທີແກ່ວງຫົວຄ່ອຍໆ
ໃຫ້ເສັ້ນຜົມປີວວ່ອນໄປກັບສາຍລົມ
ຮີບສົບຂອງເຈົ້າເຫນັງຫນິບໆ
ແຕ່ບໍ່ມີສຽງເລັດລອດອອກມາ
ຮ່າງຄີງຂອງເຈົ້າເຄື່ອນທີ່
ແຕ່ລະຍະທາງເຮົາສອງຍັງຄົງບໍ່ປ່ຽນແປງ
ພາບຂອງເຈົ້າລາງເລືອນ
ແລ້ວກໍເລື່ອນລອຍຂຸ່ນມົວ


ຂ້ອຍເງີຍຫນ້າຂຶ້ນ ເອົາມືອັດທີ່ຕາອອກ
ເຫັນຫນຸ່ມສາວເປັນຄູ່ໆ ນັ່ງລົມກັນ
ເຫັນໃບໄມ້ແກ່ວງໄກ່ວ ຕາມແຮງລົມ
ເຫັນເຄຫັງທີ່ເຈົ້າເຄີຍຢູ່ ຢືນຢູ່ຢາງຊື່ມເສົ້າ


ຂ້ອຍຍ່າງເມືອເຮືອນ ເຈັບປວດຣວດຣ້າວ
ພຽງພາບລາງໆປາກົດເປັນເພື່ອນ ແລະກໍພຽງຄັ້ງຄາວ

*****


ຫາກສວັນຍັງມີ

ຫາກສວັນຍັງມີ
ຊີວີຂ້ອຍຄົງຈະມີຄວາມສຸກ
ຜ່ານມາ
ຂ້ອຍເຄີຍຄິດ ເຄີຍຫວັງ
ຢາກຈະມີໃຜຄົນນຶ່ງ
ທີ່ຮັກເຂົ້າໃຈ
ແຕ່ແລ້ວ
ກໍເຫມືອນດັ່ງຄວາມຝັນ
ທີ່ບໍ່ມີວັນເປັນຄວາມຈິງ
ຜ່າມມາແລ້ວກໍຜ່ານໄປ
ນີ້ບໍ່?ຄືຄ່າແຫ່ງຄວາມຮັກ
ທີ່ຊີວິດທັງຊີວິດຂອງຂ້ອຍມອບໃຫ້

*****


ຫາກຂ້ອຍເປັນນົກ

ຂ້ອຍບໍ່ຮູ້ວ່າ
ເວນກັມອັນໃດເຮັດໃຫ້ຂ້ອຍເກີດມາເປັນຄົນ
ທີ່ມີແຕ່ຄວາມລະທົ່ມຫມົ່ນຫມອງ
ຂ້ອຍບໍ່ຢາກຈະພໍ້ກັບສະພາບເຊັ່ນນີ້ເລີຍ
ແຕ່ຂ້ອຍກໍເຮັດບໍ່ໄດ້
ເພາະຂ້ອຍຍັງເປັນຄົນ
ຂ້ອຍຝັນ
ຫາກພຽງແຕ່ຂ້ອຍເປັນນົກ
ຂ້ອຍຢາກຈະບິນຫນີໄປໃຫ້ໄກແສນໄກ
ຫນີຈາກຄວາມລະທົ່ມຫມົ່ນຫມອງ
ຫນີຈາກຄວາມເສແສ້ງ
ແລະຫນີຈາກຄວາມບໍ່ແນ່ນອນຂອງຜູ້ຄົນ
ຈົນວັນຕາຍ ຂ້ອຍກໍຈະບໍ່ຂໍຫວນຢ່ອນຄືນມາອີກເລີຍ

*****


ຟັງນີ້ກ່ອນທີ່ຮັກ

“ສຸດທີ່ຮັກ” ຄໍາໆນີ້ແມ້ມີພຽງສາມພະຍາງ
ໃນໂລກແຫ່ງຄໍາເວົ້າທີ່ມີມາກມາຍຫລາຍຄໍາ
ບາງມີຄໍາໆນີ້ ຫລາຍຄົນອາດຈະບໍ່ຊຶ້ງ
ດັ່ງໄດ້ຍິນສຽງສາຍລົມພັດແວ່ວມາ
ແລ້ວກໍພັດຜ່ານໄປ
ແຕ່ສໍາລັບຂອ້ຍ ຄໍາວ່າ “ສຸດທີ່ຮັກ”
ບໍ່ເປັນພຽງສາຍລົມທີ່ແຜ່ວອອກມາຈາກປາກ
ແຕ່ມັນຄືສ່ວນເລິກຂອງຊີວິດຈິດໃຈ
ເລືອດເນື້ອແລະລົມຫາຍໃຈຂ້ອຍ

ຂ້ອຍຮູ້ ໃນໂລກນີ້ຂ້ອຍອາດຈະຮັກຫລາຍສິ່ງ
ຮັກຄວາມຍຸຕິທັມ ຮັກເສລີພາບ
ຮັກຄວາມກ້າວຫນ້າແລະຮັກພໍ່ແມ່
ແຕ່ສໍາລັບເລື້ອງຫົວໃຈ ຂ້ອຍມີພຽງຮັກດຽວ
ຄືຮັກເຈົ້າຜູ້ເປັນສຸດທີ່ຮັກຂອງຂ້ອຍ
ຢ່າງບໍ່ມີວັນປ່ຽນແປງ

ຫລາຍຄົນອາດຈະວ່າ
ວັນເວລາສາມາດປ່ຽນຈິດໃຈຄົນ
ຄໍາວ່າ”ສຸດທີ່ຮັກ”ອາດຈະຖືກແບ່ງເປັນສອງ
ມັນເປັນໄປໄດ້ສໍາລັບຄົນອື່ນ
ແຕ່ບໍ່ແມ່ນສໍາລັບຂ້ອຍຄົນນີ້
ດ້ວຍດວງໃຈຂ້ອຍຝັນໃຜ່ເຖີງແຕ່ເຈົ້າ
ແມ້ຍາມກິນຍາມນອນ ຍາມໄປຍາມມາ
ພາບໃບຫນ້າຂອງເຈົ້າກໍວົນວຽນຢູ່ໃນຫ້ວງນຶກ
ຄໍາວ່າ”ສຸດທີ່ຮັກ”ກິນຄວາມຫມາຍ
ເກີນກ່ວາແວບນຶ່ງຂອງແນວຄິດຈະໄລລາໄດ້

ໂອ້ສຸດທີ່ຮັກ ຈະໃຫ້ຂ້ອຍເອີ່ຍວາຈີໃດນໍ
ຈຶ່ງຈະມີມົນຂັງເຮັດໃຫ້ເຈົ້າເຊື່ອຂ້ອຍໄດ້
ບາງທີຂ້ອຍອາດຈະບໍ່ມີຄວາມສາມາດ
ເທົ່າທີ່ຫົວໃຈຮຽກເອີ້ນ
ແຕ່ເຖີງຢ່າງໃດ ກໍຂໍໄດ້ໂປດຮັບຮູ້ວ່າ
ຂ້ອຍຮັກເຈົ້າຜູ້ດຽວ
ເຖີງເຈົ້າຈະບໍ່ເຊື່ອ
ຂ້ອຍກໍຈະເວົ້າ ເວົ້າຕໍ່ໆໄປ
ຈົນກ່ວາໃນໂລກນີ້ ຈະບໍ່ມີຄໍາວ່າ
“ອ້າຍ”ຂອງເຈົ້າອີກຕໍ່ໄປ

*****


ເຊື້ອໄຟ

ທ້ອງຟ້າມືດຄື້ມ ສາຍລົມພັດກະຫນໍ່າ
ອູ້ດອື້ແລະສັ່ນຊວງ
ຂ້ອຍນັ່ງຢູ່ຂ້າງໆກອງໄຟ
ເຫັນແປວໄຟລຸກວຶບວາບເປັນທາງຍາວ
ຄືຈະຫາຍລັບໄປກັບສາຍລົມກະໂຊກນັ້ນ

ຂ້ອຍຟ້າວຕີງຄີງໄປນັ່ງຢູ່ເບື້ອງຫົວລົມ
ແຕ່ກໍບໍ່ລືມເອົາເສັດໄມ້ທີ່ເຫລືອນ້ອຍໄປນໍາ
ຫາກວ່າສາຍລົມພັດກະຫນໍ່າມາອີກ
ເສດໄມ້ທີ່ເຫລືອຢູ່ນ້ອຍນິດ ຈະພຽງພໍບໍ່?
ຂ້ອຍບໍ່ສາມາດໃຫ້ຄໍາຕອບໄດ້
ມືຂ້ອຍບັນຈົງເຕີມກອງໄຟດ້ວຍເສດໄມ້ເທື່ອລະອັນ
ຈົນໃນທີ່ສຸດ ເສດໄມ້ທັງຫມົດກໍຫາຍລັບເຂົ້າໄປໃນນັ້ນ

ສາຍລົມພັດກະຫນໍ່າມາອີກ ພ້ອມກັບແປວໄຟຄ່ອຍໆຣີບຫລີ່ລົງ
ແລະບໍ່ດົນທຸກສິ່ງກໍຈະມືດມິດ
ໃນນາທີທີ່ມືດມິດນັ້ນ
ເຊື້ອໄຟເຊື້ອສຸດທ້າຍກໍຖືກເຕີມໃສ່
ມັນເປັນເຊື້ອໄຟແຫ່ງຄວາມຮັກ ແລະຊີວິດຂອງຂ້ອຍເອງ

*****