ພຸທປຣັຍາ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album



ບັນດິດມີການເພ່ງໂທດຕົນເອງ ເປັນສໍາຄັນ
ບັນດິດບໍ່ໄດ້ເພ່ງໂທດຕາມແບບຄົນພານ
ແຕ່ເພ່ງສິ່ງທີ່ເປັນປໂຍດ
ແລະບໍ່ເປັນປໂຍດ

ສິ່ງນີ້ມີ ສິ່ງນີ້ຈຶ່ງມີ
ສິ່ງນີ້ເກີດ ສິ່ງນີ້ຈຶ່ງເກີດ
ສິ່ງນີ້ດັບ ສິ່ງນີ້ຈຶ່ງດັບ

ສິ່ງທີ່ມີຢູ່ເປັນຢູ່ ນັ້ນເປັນພຽງຂອງສົມມຸດ
ດັ່ງນັ້ນ ມີກໍຄືບໍ່ມີ ບໍ່ມີກໍຄືມີ

ການຕັ້ງຢູ່ໃນຄວາມບໍ່ປມາດ ຄືຕັ້ນຕໍຂອງທັມມະທັງຫລາຍ
ຖ້າຂາດຄວາມບໍ່ປມາດເສັຽແລ້ວ ທັມມະຂໍ້ອື່ນກໍຫມົດຄວາມຫມາຍ
ກາຍເປັນການປະຕິບັດທີ່ລົມໆແລ້ງໆ ໄຮ້ຊຶ່ງຈຸດຫມາຍປາຍທາງຊື່ໆ

***************
ພຸທສາສນາ ຈັດແບ່ງແບບງ່າຍໆ ກໍມີຢູ່ພຽງ໒ຢ່າງ ອັນມີທັມແລະວິໄນເປັນທີ່ຕັ້ງ ແມ່ນພຽງແຕ່ສອງຢ່າງນີ້ ຖ້າເອົາໄປປະຕິບັດໄດ້ ຊີວິດທີ່ສງົບສຸກກໍຈະເກີດຂຶ້ນແກ່ຜູ້ທີ່ປະຕິບັດຕາມນັ້ນໆ

ດ້ວຍວ່າຍັງມີຄົນລາວເຮົາຈໍານວນບໍ່ຫນ້ອຍ ທີ່ບໍ່ເຂົ້າໃຈແລະຊາບຊື້ງເຖີງຫົວໃຈຂອງພຸທສາສນາ ຂ້າພະເຈົ້າຈຶ່ງຂໍຖືໂອກາດນີ້ມາບັລຍາຍສູ່ກັນຟັງ ເທົ່າທີ່ຄວາມຮັບຮູ້ແລະປັນຍາຂອງຕົນມີໄວ້ໃຫ້

ທໍາອິດຢາກຂໍກ່າວເຖີງທັມ ຫລືທັມມະ ເພາະຄໍາໆນີ້ມີຄວາມຫມາຍກ້ວາງ ກວມໄປເຖີງຫມົດທຸກສິ່ງ ຖ້າຈະເວົ້າລວມໆແລ້ວ ທຸກສິ່ງທຸກຢ່າງຢູ່ໃນໂລກນີ້ລ້ວນແລ້ວແຕ່ແມ່ນທັມມະຫມົດ ນັ້ນຫມາຍຄວາມວ່າ ທັງສິ່ງດີແລະບໍ່ດີ ຕໍ່າຫລືສູງ ທັມມະແລະອະທັມ ລ້ວນຈັດເຂົ້າຢູ່ໃນທັມມະຫມົດ ເພື່ອບໍ່ເປັນການງຸນງົງແກ່ການປະຕິບັດ ເພາະພຸທສາສນາແມ່ນສາສນາທີ່ຖືການປະພຶດປະຕິບັດເປັນທີ່ຕັ້ງ ຂ້າພະເຈົ້າຈຶ່ງຈະເວົ້າຄວາມຫມາຍສະເພາະຂອງທັມມະໃນທາງພາກປະຕິບັດເລີຍ

ທັມມະໃນທີ່ນີ້ກໍຄື ຄວາມຮັບຮູ້ຄວາມເຂົ້າໃຈໃນວິຖີທາງເດີນຂອງຊີວິດ ດ້ວຍວ່າມີຄວາມເຂົ້າໃຈເປັນທີ່ຕັ້ງ ມັນຈຶ່ງມີຄວາມງາມໃນເບື້ອງຕົ້ນ ໃນທ່າມກາງ ແລະໃນເບື້ອງປາຍ ເວົ້າງ່າຍໆກໍຄືມີຫົວໃຈເປັນຫລັກ ມີຄວາມຄິດເປັນທາງໄຕ່ ຈະປະກອບການງານໃດໆ ກໍຈະສໍາເຣັດຜົນໄດ້ໂດຍງ່າຍ

ສ່ວນວິໄນນັ້ນກໍຄືສິ່ງທີ່ເຮົາພາກັນຮູ້ໆດີວ່າ ມັນແມ່ນລະບຽບແບບແຜນຈາກພາຍນອກນໍາມາປະຕິບັດເພື່ອທີ່ເຮົາຈະເຂົ້າເຖີງຄວາມດີຄວາມງາມແລະຄວາມຈິງໃນຂັ້ນທີ່ສຸດ ທັງສອງຢ່າງນີ້ມັນມີຄວາມຈໍາເປັນຢ່າງຍິ່ງສໍາລັບຜູ້ທີ່ສແວງຫາຄວາມຈເຣີນແກ່ທັງກາຍແລະໃຈ

ຂໍໃຫ້ເຂົ້າໃຈກັນວ່າ ທັມວິໄນນີ້ບໍ່ພຽງແຕ່ຈໍາເປັນສໍາລັບພະສົງອົງຄະເຈົ້າເທົ່ານັ້ນ ແຕ່ສໍາລັບປຸຕຸຊົນເຮົາເຈົ້າຂ້ອຍຄືກັນ

ຕົນເປັນທີ່ເພິ່ງຂອງຕົນ

ອາດຈະເປັນຍ້ອນວ່າ ຂ້າພະເຈົ້າພະຈົນຊີວິດມາຢ່າງລົ້ມລຸກຄຸກຄານ ພຸທປຣັຊຍາຈຶ່ງມີຄວາມຫມາຍເປັນພິເສດສໍາລັບຂ້າພະເຈົ້າ ຫວັງວ່າຢ່າງຍິ່ງຂໍ້ຄວາມທີ່ຈະຂຽນລົງດັ່ງຕໍ່ໄປນີ້ ຈະເປັນປໂຍດແກ່ທ່ານຄົງບໍ່ຫລາຍກໍຫນ້ອຍ
ກຸສົນໃດທີ່ມີຈາກຂໍ້ຂຽນນີ້ ຂ້າພະເຈົ້າຂໍມອບໃຫ້ແກ່ຜູ້ບັງເກີດເກົ້າດ້ວຍ

-ລາວເກົ່າ

ຕົນເປັນທີ່ເພິ່ງຂອງຕົນ

ຕາມຄວາມເຂົ້າໃຈຂອງຄົນສ່ວນຫລາຍ ຄໍາວ່າ ຕົນເປັນທີ່ເພິ່ງຂອງຕົນນັ້ນມັນມີຄວາມຫມາຍຢູ່ໃນຕົວຂອງມັນແລ້ວ ນັ້ນກໍຄືບໍ່ມີຫຍັງເປັນທີ່ເພິ່ງໄດ້ນອກຈາກຕົວຂອງຕົວເອງເທົ່ານັ້ນ ຈະເວົ້າແລ້ວຄິດແນວນັ້ນກໍຖືກແລະກໍນັບວ່າໃຊ້ການໄດ້ ແຕ່ທາງພຸທສາສນາຫັ້ນຍັງຕີຄວາມຫມາຍໄປໄກກ່ວາຫັ້ນຕັ້ງຫລາຍໂຍດ

ທ່ານອາຈານຊາ ໄດ້ກ່າວໄວ້ວ່າ ຕົນນີ້ບໍ່ໄດ້ຫມາຍເຖີງຮ່າງກາຍປະກອບກັບຄວາມຄິດຂອງເຮົາຕາມທີ່ເຮົາພາກັນເຂົ້າໃຈ ແຕ່ຫມາຍເຖີງຫລັກທັມທີ່ບໍ່ໄດ້ແປປ່ຽນໄປກັບການເວລາຫລືເຫດປັດໃຈທີ່ເຂົ້າມາກະທົບ
ອີກຢ່າງນຶ່ງກໍຄື ຕົນທີ່ແທ້ຈິງນັ້ນເປັນອະນັດຕາ ເພາະສະນັ້ນຕົນຈຶ່ງເປັນທີ່ເພິ່ງຂອງຕົນໄດ້
ນອກຈາກນັ້ນ ພຸທສາສນາຍັງໄດ້ສອນອີກວ່າ ການເຫັນຕົນກໍຄືການຮູ້ວ່າຕົນນັ້ນບໍ່ມີ ທຸກສິ່ງເປັນພຽງສິ່ງຂອງສົມມຸດແລະທຶກທັກເອົາເທົ່ານັ້ນ ຈະເວົ້າແລ້ວ ຖ້າເຮົາຕັ້ງຈິດສັງເກັດເບິ່ງ ເຮົາຈະເຫັນວ່າ ທຸກສິ່ງທຸກຢ່າງໃນໂລກນີ້ລ້ວນແລ້ວແຕ່ມີຄວາມຫວ່າງເປົ່າເປັນທີ່ຕັ້ງ ສິ່ງທີ່ປາກົດຕໍ່ສາຍຕາຄວາມນຶກຄິດຂອງເຮົາແຕ່ລະວິນາທີ ນັ້ນເປັນພຽງປາກົດການ
ທີ່ເກີດຈາກການປາກົດຕົວຂອງເຫດປັດຈັຍໃນຂະນະນັ້ນໆ ເມື່ອເຫດປັດຈັຍບໍ່ມີ
ຫລືຫາຍສາບສູນໄປ ປາກົດການທີ່ເຮົາມັກທຶກທັກເອົາວ່າ ເປັນຕົວເປັນຕ່ອນເປັນຈິງແທ້ນັ້ນ ກັບກາຍເປັນພຽງວ່າ ຈຸດຈໍ້ານຶ່ງຂອງຄວາມນຶກຄິດເຮົາຊື່ໆ ຫາຕົວຕ່ອນ ແລະຄວາມເປັນສາຣະ
ບໍ່ມີເລີຍ

ເພິ່ນຍັງກ່າວຕໍ່ໄປອີກວ່າ
ການຖືວ່າ ຕົນນັ້ນສູງກ່ວາເພິ່ນ ກໍບໍ່ຖືກ
ຕົນນັ້ນສເມີເພິ່ນ ກໍບໍ່ຖືກ
ຕົນນັ້ນຕໍ່າກ່ວາເພິ່ນ ກໍບໍ່ຖືກ
ຄັນຊັ້ນແລ້ວ ຈະເອົາຈັ່ງໃດ? ນີ້ເປັນຄໍາຖາມທີ່ເຮົາຜູ້ປະພຶດປະຕິບັດເທົ່ານັ້ນຈະຕອບໄດ້ ເພາະເຖີງທີ່ສຸດແລ້ວ ຄໍາເວົ້າຕ່າງໆກໍຈະຂັດກັນ ເຮັດໃຫ້ຄໍາຕອບທີ່ລຽບງ່າຍກັບກາຍເປັນ
ຄໍາຕອບທີ່ຝືນຄວາມເປັນຈິງ ທາງທີ່ຖືກທີ່ສຸດຈຶ່ງຄວນຂຶ້ນຕົ້ນແລະລົງເອີ່ຍຢູ່ທີ່ການປະຕິບັດ
ແລ້ວເຮົາຈະເຫັນປາຈັກແຈ້ງດ້ວຍຕົວເຮົາເອງວ່າ ຕົນນັ້ນບໍ່ມີ ອັນເປັນສັດຈະທັມ
ແລະອັນຈະເປັນທີ່ເພິ່ງຂອງຕົນນັ້ນຢ່າງແທ້ຈິງໃນທີ່ສຸດ

ຄໍາທວາຍ
ນໍາສເນີໂດຍ ຄົນສາມັນ


ບົດເຣີ່ມຕົ້ນ



ຂ້າຂໍກົ້ມຂາບໄຫວ້ ປະນົມນອບນາໂຖ
ທັງທັມໂມສັງໂຄ ຍອດຍານໄຕຼແກ້ວ
ກັບທັງຄຸນຄົນເຖົ້າ ຄຣູບາພໍ່ແມ່
ຄຸນມະຫາຣາຊເຈົ້າ ເຮົາໄດ້ເພີ່ງບຸນ
ກັບທັງ ຄຸນສະຫາຽແກ້ວ ກັລຍາເພື່ອນໝູ່
ຄຸນຝຸງເທພທ່ອນທ້າວ ແຖເຖົ້າປູ່ຫຼວງ
ກັງທັງ ດວງຫອມລໍ້າ ສີລທັມເຄີຽໄດ້ເພີ່ງ
ຄຸນໝູ່ຍາດພີ່ນ້ອງ ເຄີຽຢ້ຽມເພີ່ງກັນ
ອັນວ່ານາໆເບື້ອງ ບຸນຄຸນດັ່ງກ່າວ
ມານີ້ ຂໍໃຫ້ເປັນດາບແກ້ວ ປະຈົນແພ້ໝູ່ມາຣ ແດ່ທ້ອນ
ບັດນີ້ ຂ້າຈັກໄດ້ກ່າວແກ້ ເຣື່ອງພຸທະທໍານວາຽ
ພໍໃຫ້ເປັນຄໍາກອນ ອ່ານຟັງຄາວຮ້ອນ
ພໍໃຫ້ເປັນຢາແກ້ ເຫງົານອນຊ້ອຽຊື່ນ
ເມື່ອໄດ້ອົມອ່ານເວົ້າ ຍາມເສົ້າໃຫ້ສວ່າງເຫງົາ
ເພື່ອໃຫ້ເປັນເສົາຄໍ້າ ເສົາຄູນພໍໄດ້ເພີ່ງ
ເປັນຂັ້ນໄດກ່າຽຂື້ນ ເມືອງຟ້າສູ່ສວັນ
ຂໍໃຫ້ປັນຍາຂ້າ ແຫຼມໄວເວົ່າແມ່ນ
ຂໍໃຫ້ໜັກໜ່ວງແໜ້ນ ສເມີພື້ນແຜ່ນດີນ
ຄືດັ່ງບັບພະໂຕຕັ້ງ ປະຖະພີພື້ນໂລກ ເຮົານີ້
ຢ່າໄດ້ວິໂຍກຍ້າຽ ຫງາຽຂ້ວມປີ່ນແປ
ຂໍໃຫ້ເຫັນຄຸນລໍ້າ ກະແສທັມພຣະເຈົ້າກ່າວ
ຂໍໃຫ້ຫຼີ່ງຫຼໍ່າຢ້ຽມ ຍາມຂະນ້ອຽຂີດຂຽນ ແດ່ທ້ອນ
ຖ້າວ່າຕອນໃດຂ້ອງ ຂັດກັນມັນບໍ່ຄ່ອງ
ຂໍໃຫ້ມາຊ້ອຽຍູ້ ແປງໃຫ້ເລື່ອນໄຫຼ ແດ່ເນີ້
ຜູ້ໃດໄດ້ອ່ານແລ້ວ ພຸທະທໍານວາຽ ອັນນີ້
ຂໍໃຫ້ມີ ອາຍຸຍືນຍາວໝັ້ນ ພັນປີຢ່າເຖົ້າແກ່
ຂໍໃຫ້ມີ ວັນນະໃສສ່ອງແຈ້ງ ຜີວເນື້ອບໍ່ຫຼ່າສີ
ຂໍໃຫ້ມີ ສຸກຂ໌ທຽມທັນ ດັ່ງພະອີນເທີງຟ້າ
ຂໍໃຫ້ມີ ພລະທຽມພຽງຊ້າງ ເຈັດສານຢ່າປຸນປຽບ ໄດ້ທ້ອນ
ຕອນຕໍ່ໄປ ເຮົາຈັກແປງກອນສານ ໄຕ່ຕາມພຣະທັມເຈົ້າ
ເອົາແຕ່ພໍຟັງໄດ້ ໃນພຸທຘະທໍານວາຽ
ບ່ອນພຣະເຈົ້າ ຕັດແບ່ງ
ເພີ່ນສແດງບອກໄວ້ ໃຫ້ຄົນຮູ້ຕໍ່ໆມາ ທ່ານເຮີຽ

ບັ້ນພຣະພຸທທະເຈົ້າຫຼີງຍານ



ໃນກາລະຄັ້ງນັ້ນ ອົງພຣະບາດແຈ່ມເຈົ້າ ຕົນເອກສັພພັນຍູ
ພຣະກໍເປັນຄຣູສອນ ທົ່ວແດນທັງຄ້າຽ
ຄາວນັ້ນ ພຣະກໍເນົາໃນຫ້ອງ ດອຽຈາຣີເຂົາໃຫ່ຽ
ແສງຍີ່ງໃສສ່ອງແຈ້ງ ພຣະອົງຍັ້ງຢູ່ສບາຽ
ຍາມນັ້ນ ພຣະກໍຫຼີງເຫັນຮູ້ ການໄກຄິດຮໍ່າ
ຄິດເຫັນ ທັມທີ່ພຣະອົງກ່າວໄວ້ ພາຽຊ້ອຽສິເສື່ອມສູນ
ຄັນວ່າ ອົງພຸທໂທຘເຈົ້າ ນິຣະພານລົດຊົ່ວ ໄປນັ້ນ
ຄົນທັງຫຼາຽ ຊິປະມາດມ້າງ ບໍ່ມີໄດ້ເຊື່ອຟັງ
ຝຸງໝູ່ສັງໂຄເຈົ້າ ທັງຫຼາຽບໍ່ຮຽນຮໍ່າ
ພາກັນປະປ່ອຽຖີ້ມ ບໍ່ມີໄດ້ຫຼໍ່າຄອຽ
ຄ່າວນັ້ນ ຄົນກໍຊິນັບມື້ນ້ອຽ ຕ້ອຽຕໍ່າລົງໄປ
ບໍ່ໄດ້ອາໄລເຖີງ ທີ່ພຣະອົງສອນໄວ້
ພຣະກໍສົງສານເຊື້ອ ເວໄນສັຕທຸກໝູ່
ມີແຕ່ ຊິຕົກຕໍ່າຕ້ອຽ ຄາວໜ້າຕໍ່ໄປ
ແຕ່ນັ້ນ ພຣະກໍປົງໃຈຕັ້ງ ວາງຄໍາສອນສັ່ງ
ຫວັງໃຫ້ຊາວພີ່ນ້ອງ ໄດ້ຮຽນຮູ້ບາບບຸນ
ແລ້ວຈີ່ງ ປຸນແປງໄວ້ ສາມໄຕຼຮວມຍອດ
ຖອດຖອນ ເອົາຕັ້ງແຕ່ເນື້ອ ມາໄວ້ສັ່ງສອນ
ໄຕຼໜື່ງນັ້ນ ຄືພຣະສຸຕັນຕະປິດົກ ຍົກອອກເປັນເປັນຄໍາພີ ພໍ່າມວນມີ໕
ໄຕຼສອງນັ້ນ ຄືພຣະວິໄນປິດົກ ຍົກມາເປັນຄໍາພີ ແບ່ງປັນເປັນ໕
ໄຕຼສາມນັ້ນ ຄືພຣະອະພິທັມປິດົກ ແບ່ງເປັນ-໗-ຄໍາພີ ອອກມາເປັນບັ້ນ
ຮວມທັງສາມໄຕຼນັ້ນ ມີມາຫຼາຽຜແນກ
ແຈກອອກມາເປັນບັ້ນໆ ບໍ່ມີໄດ້ໄຂວ່ຂີນ
ມີໝວດສີລ ໝວດທານພ້ອມ ພໍພຽງທຸກຢ່າງ
ເໝືອນດັ່ງຮ້ອຽດອກໄມ້ ວາງໄວ້ຖີ່ຖັນ
ຈັດອອກ ເປັນຂັນແລ້ວ ຣວມກັນໄດ້-໘-ໝື່ນ-໔-ພັນພຣະທຘັມມະຂັນ
ໃຜຜູ້ຂັນຕີຕັ້ງ ຮຽນເອົາໄດ້ຈົບເພສ
ກໍຈັກຕັດກິເລສແຫ້ງ ເຫັນແຈ້ງແຫ່ງນິພພານ ແທ້ແລ້ວ
ອັນນີ້ ເປັນຕໍານານເຄົ້າ ຄໍາພຣະອົງສອນສັ່ງ
ຫວັງໃຫ້ຊາວໜູ່ມນ້ອຽ ຮຽນຮູ້ທົ່ວໄປ
ໃຜຜູ້ປະຕິບັດໄດ້ ຕາມຄໍາສອນພຣະອົງສັ່ງ ມານັ້ນ
ຊິໄດ້ຂື້ສູ່ຊັ້ນ ສວັນຟ້າພາກພົມ
ໃຜຜູ້ງົມງ່າວໄບ້ ບໍ່ຟັງຄວາມສອນສັ່ງ
ຊິໄດ້ລົງສູ່ພື້ນ ໃນໝໍ້ໝື່ນປີ
ອັນວ່າຄໍາສອນເຈົ້າ ຈອມມຸນີສອນສັ່ງ ມານັ້ນ
ແຍກອອກເປັນຂັ້ນໆ ສເມີດ້າມດັ່ງກະໄດ
ພຣະກໍຢາຽຕາມຂັ້ນ ປັນໄປເປັນຄູ່ໆ
ຈັດໃຫ້ເປັນໝູ່ໆໄວ້ ວາງເຂົ້າຄູ່ກັນ
ຄັນວ່າ ມີສີລແລ້ວ ມີນິທານເຂົ້າເປັນຄູ່ ກັນແລ້ວ
ມີພາວະນາຢູ່ແລ້ວ ປັນຍາເຂົ້າຄູ່ກັນ
ຄັນວ່າ ມີມັກແລ້ວ ມີຜົລເຂົ້າເປັນຄູ່
ຄັນວ່າ ມີເກີດແລ້ວ ມີຕາຽຕໍເຂົ້າຄູ່ກັນ ນັ້ນແລ້ວ
ອັນນີ້ ພໍແຕ່ໄຂຣະຫັດໃຫ້ ເຫັນທາງທຽວທ່ອງ
ຂໍແຕ່ ນັກປຣາດເຈົ້າ ຟັງແລ້ວໃຫ້ຮີ່ນຕອງ ນັ້ນທ້ອນ
ຕາມທີ່ອຸປະມານີ້ ພໍພຽງເປັນສັງເຂບ
ເວົ້າແຕ່ພໍຫຍໍ້ໆ ຕາມໃຫ້ສ່ອງເຫັນ ແທ້ແລ້ວ
ພຣະກໍຈັດເອົາໄວ້ ປັນໃຫ້ເປັນໝູ່ໆ
ແລ້ວຈີ່ງຍໍມອບໃຫ້ ພຣະສັງຄະເຈົ້າ ຮຽນຮູ້ຕໍ່ມາ
ມີກໍາໜົດໄວ້ ໕-ພັນປີເປັນເຂຕ
ພຣະກໍເທເທສໄວ້ ໃນຫັ້ນຊູ່ປະການ ແທ້ແລ້ວ
ນັດຖິບັ້ນ ອົງພຸທໂທຫຼີງຫຼໍ່າ ກ່ອນແລ້ວ
ໄປໜ້າພຸ້ນ ຍັງຊີ່ກວ້າງກວ່າຫຼັງ ເຈົ້າເຮີຽ


For more of the story, please click this link: http://angelfire.com/poetry/kawilao/shortstories.htm