ບົດຂີດຂຽນຕ່າງໆ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album


ກັບບ້ານເຖີດ
ຈາກດວງໃຈສູ່ດວງໃຈຂອງຄົນລາວໃນຕ່າງແດນທຸກໆຄົນ

ກັບບ້ານເຖີດ

ບ້ານ ຫລາຍປີແລ້ວທີ່ຂ້ອຍຈາກບ້ານມາ ຕອນນັ້ນ ບ້ານຢູ່ໃນພາວະສັບສົນ ຜູ້ຄົນໂຕນຫນີບໍ່ມີໃຜຢາກຢູ່ບ້ານ ບ້ານມີແຕ່ຄວາມອຶດຫີວບໍ່ພໍ ຫລາຍຄົນຊັງພວກເຂົ້າມາໃຫມ່ ທ່າທາງເຊີ່ຊ້າແຕ່ຫາກເປັນເຈົ້າເປັນນາຍ ຫລາຍຄົນຈໍາຈາກເພາະຊົງທົນຢູ່ບໍ່ໄດ້ ແລະຫລາຍຄົນກະອີ່ມໃຈທີ່ຈະໄດ້ໄປຢູ່ເມືອງນອກ ສ່ວນຂ້ອຍເອງ ຈາກບ້ານມາ ເພາະບໍ່ໄດ້ໄປຮຽນຕໍ່ ຂ້ອຍຊັງບ້ານບໍ່? ແນ່ນອນວ່າບໍ່! ເຖີງບ້ານຈະເປັນຈັ່ງໃດ ບ້ານກໍຍັງຄືບ້ານທີ່ໃຫ້ກໍາເນີດ ທີ່ຫລໍ່ລ້ຽງຈົນເຕີບໃຫຍ່ ຂ້ອຍຍັງຈື່ໄດ້ດີ ຄາວຍັງນ້ອຍ ຂ້ອຍເຄີຍປີນກົກດອກຈໍາປາ ເຄີຍຮ້ອງເພັງຊາດ ແລະເຄີຍລົງອາບນໍ້າຂອງ ມັນຊ່າງເປັນທໍານອງຂອງລາວແທ້ໆ ຕອນນັ້ນຂ້ອຍຝັນວ່າ ຖ້າຂ້ອຍຮຽນຈົບລີເຊວຽງຈັນ ຂ້ອຍຈະໄປຮຽນຕໍ່ຢູ່ຝລັ່ງ ແລ້ວນໍາເອົາວິຊາຄວາມຮູ້ ກັບມາສ້າງສາບ້ານເກີດເມືອງນອນ
ໃຫ້ຈເຣີນທຽມທັນກັບບ້ານອື່ນເມືອງເຂົາ ຂ້ອຍເອງກໍເຫມືອນຄົນລາວຫລາຍໆຄົນ ທີ່ມີໃຈຢາກທໍາຕົວໃຫ້ເປັນປໂຍດແກ່ຊາດບ້ານເມືອງ ເຮົາຄົນລາວຮູ້ດີວ່າ ບ້ານເມືອງເຮົາຍັງລ້າຫລັງ ບໍ່ແມ່ນຄົນລາວເຮົາຂີ້ຄ້ານຫລືບໍ່ມີຫົວຄິດປະດິດສ້າງ ຄືຄົນລາວບາງຄົນເວົ້າໃຫ້ ແຕ່ຍ້ອນບ້ານເມືອງເຮົາເປັນເມືອງຂຶ້ນເຂົາ ເກືອບວ່າຕລອດມາ ອອກຈາກໄທແລ້ວກໍແມ່ນຝລັ່ງ ອອກຈາກຝລັ່ງແລ້ວກໍແມ່ນອະເມຣິກາ ນັກຮຽນຮູ້ຍ່ອມຮູ້ດີວ່າ ຂຶ້ນຊື່ວ່າເປັນເມືອງຂຶ້ນແລ້ວ ບໍ່ວ່າເມືອງຂຶ້ນຫນ້າໃດຮູບແບບໃດ ລ້ວນແລ້ວແຕ່ກົດຂີ່ເຮັດໃຫ້ເຮົາເງີຍຫົວບໍ່ຂຶ້ນທັງນັ້ນ ເບິ່ງສໄມກ່ອນເມືອງລາວເຄີຍປູກເຂົ້າກຸ້ມກັນເອງໄດ້ ແຕ່ພໍສໄມຫລັງໆອະເມຣິກາເຂົ້າມາ ເມືອງລາວຕ້ອງອ້າປາກງໍມືຂໍແຕ່ເຂົາກິນຕລອດມາ ຫລາຍຄົນຄິດວ່າ ເມືອງລາວກໍາລັງຈເຣີນໂດຍສະເພາະວຽງຈັນ ເພາະເຫັນມີຕຶກໃຫຍ່ລົດຫລາຍໆແລະເຄື່ອງໃຊ້ຂອງສອຍບໍ່ອຶດ ແຕ່ຫາກເບິ່ງຄັກໆໂດຍສະເພາະດ້ວຍສາຍຕາທີ່ຫຍັ່ງຄິດ ຈະຮູ້ວ່ານັ້ນເປັນພຽງພາບມາຍາ ເພາະທີ່ແທ້ເມືອງເຮົາເປັນພຽງແຫລ່ງຈໍາຫນາຍສິນຄ້າຂອງຕ່າງປະເທດ ຊຶ່ງຫາກນີ້ຖືເປັນຄວາມຈເຣີນ ບ້ານເມືອງເຮົາຄົງເປັນຂີ້ຂ້າເຂົາຕລອດຊາດ ຂ້ອຍມັກຄໍາເວົ້າຂອງນາຍທະຫານເກົ່າຜູ້ນຶ່ງວ່າ “ສຸພານຸວົງ ລາວຮັກຊາດລາວຈຶ່ງລຸກຂຶ້ນຕໍ່ສ້”ູ ເວົ້າແລ້ວ ມັນກໍຍາກທີ່ຈະເຮັດໃຫ້ຄົນລາວທຸກຄົນສໍານຶກວ່າ ຂະບວນການທີ່ຕໍ່ສູ້ໃນປ່າເມື່ອກ່ອນນັ້ນ ຕໍ່ສູ້ເພື່ອເຮົາຄົນລາວທຸກຄົນ ດ້ວຍການໂຄສະນາຊວນເຊື່ອຂອງອະເມຣິກາທີ່ເຮົາຫລົງໄຫລ ມີອິດທິພົນຢູ່ເຫນືອຄວາມຄິດເຮົາຈົນແກະບໍ່ອອກ ແລະອີກຢ່າງ ເຮົາຈໍານວນບໍ່ຫນ້ອຍ ກໍເດີນເສັ້ນທາງທີ່ຂັດກັບການປະຕິວັດມາແຕ່ຕົ້ນແລ້ວ ທາງອອກຈຶ່ງມີພຽງ ຈໍາເປັນຕ້ອງເດີນທາງທີ່ອະເມຣິກາມອບໃຫ້ຕໍ່ໄປ ເມື່ອການປະຕິວັດມີໄຊ

ມາບັດນີ້ ຫລາຍປີໄດ້ຜ່ານພົ້ນ ບາງຄົນເລີ້ມພໍທົນໄດ້ ກັບເຫດການທີ່ເກີດຂຶ້ນຕອນຈາກມາ ເມື່ອເວລາຄ່ອຍກ່ອມເກົາບາດແຜແລະອາລົມ ບາງຄົນເລີ້ມເຂົ້າໃຈ ເມື່ອໄດ້ຮຽນຮູ້ ເມື່ອໄດ້ເຫັນທາດແທ້ຂອງລະບອບນາຍທຶນ ເພາະໃນທ້າຍທີ່ສຸດແລ້ວ ບ້ານຕ້ອງການກໍານົດຊາຕາຊີວິດຂອງຕົນເອງ ເຖີງບ້ານຈະຍັງລ້າຫລັງ ບ້ານກໍພູມໃຈ ທີ່ບ້ານເດີນເສັ້ນທາງກ້າວໄປ ດ້ວຍລໍາແຂ້ງຂອງຕົນເອງ ແນ່ນອນວັນນຶ່ງບ້ານຈະຕ້ອງທຽມທັນກັບບ້ານອື່ນເຂົາ ເຖີງຈະໃຊ້ເວລາຫລາຍຊົ່ວຄົນກໍຕາມ ແລ້ວເຮົາຄົນລາວແທ້ໆ ຈະບໍ່ເຂົ້າໃຈບ້ານບໍ່? ຈະບໍ່ຢາກຊ່ອຍບ້ານດ້ານໃດດ້ານນຶ່ງບໍ່? ໂອກາດທີ່ເຮົາຈະກັບໄປຕັ້ງຖິ່ນຖານຢູ່ບ້ານເຫມືອນເດີມຄົງເປັນການຍາກ ເພາະຫລາຍຄົນມີເຮືອນຊານບ້ານຊ່ອງຢູ່ພີ້ ຄວາມສະດວກສະບາຍຢູ່ພີ້ ແລ້ວເຮົາຈະເຮັດຢ່າງໃດເພື່ອບ້ານ? ສິ່ງນຶ່ງທີ່ແວບເຂົ້າມາໃນສມອງກໍຄື ເຖີງເວລາແລ້ວບໍ່? ທີ່ເຮົາຈະກັບບ້ານ ກັບໄປສໍາຜັດກັບບັນຍາກາດເກົ່າໆ ຢ່າງຫນ້ອຍກໍອີກຈັກຄັ້ງ ກ່ອນທີ່ເຮົາຈະຈາກບ້ານໄປເທົ່າໃດໆ ໂອບ້ານ ວັນນຶ່ງ ຂ້ອຍຈະຕ້ອງກັບໄປ ກັບໄປພ້ອມວິຊາຄວາມຮູ້ຂັ້ນສູງທີ່ບ້ານຈະຕ້ອງພູມໃຈ ແລະເມື່ອນັ້ນມາເຖີງ ບ້ານຈະຮູ້ວ່າ ລູກຫລານທີ່ຢູ່ຕ່າງແດນ ຍັງຮັກຄິດເຖີງແລະລໍວັນທີ່ຈະກັບບ້ານຢູ່ທຸກເວລານາທີ

- ລາວເກົ່າ







  ກ້ອຍປາຜູ່ບ່າວລ າວ

ມື້ນີ້ຊິລຳເຣຶ່ອງ ເຣຶ່ອງເຮັດກ້ອຍປາ ອາຫານແຊບໆມາຊູ່ກັນກິນແລະເຮັດພາເຂົ້າສະມັກຄີ ປະຈຳ SCL
ຂອງພວກເຮົາອີກ. ການທຳກ້ອຍປາກໍມີເຄັດລັບຫລາຍຢ່າງທີ່ ທຳບໍ່ໃຫ້ປາທີ່ເຮົາມາທຳນັ້ນ ມີກິ່ນຄາວ.
ມື້ນື້ຈະຍົກເອົາປານິນ ມາເຮັດກ້ອຍ ເປັນປາທີ່ຫາຊື້ໄດ້ງ່າຍໆ ໃນທ້ອງຕລາດ.
ການເລືອກປາ ນິນມາເຮັດກ້ອຍຕ້ອງປານິນ ໂຕໃຫຍ່ ຍັງເປັນໆ ດີ້ງພັບແພ໊ບຢູ່.
ວິທີຄົວປາເປັນວິທີສຳຄັນໃນການເຮັດກ້ອຍປາ ເອົາປາມາຂູດເກັດປາອອກໃຫ້ຫມົດແລະຕ້ອງ ເອົາຄົມມີດ
ຂູດເອົານຳ້ເມືອກໆ ທີ່ຕິດຢູ່ນຳ ຫນັງປານັ້ນອອກໃຫ້ຫມົດຄາວເມືອກ. ເຮົາສາມາດຈັບເບິ່ງຫນັງປານັ້ນ ມັນຈະບໍ່ມື່ນ
ແລ້ວຖືວ່າໃຊ້ໄດ້ ເອົາປາອອກມາວາງໄວ້ ເພື່ອໃຫ້ມັນສະເດັດນຳ້ ເສັຽກ່ອນ,
ສຳຄັນມີດຄົວປາຕ້ອງໃຫ້ເຂົ້າແລະຄົມ ເອົາປາມາວາງໄວ້ຫນ້າຂຽງ ແລ້ວປາດຫນັງປາ
ຕັ້ງແຕ່ຫົວປາໄປຕາມສັນຫລັງ ຈົນເຖິງຫາງປາງ ແລ້ວລອກຫນັງປາອອກ. (ສິ່ງສຳຄັນ ຢ່າໃຫ່ຫນັງປາ ເກັດປາ
ນຳ້ເມືອກຂອງໂຕປາຖຶກ ກັບຊີ້ນປາໂດຍເດັດຂາດ ຖ້າພວກນີ້ຖືກຊີ້ນປາ ຈະທຳໃຫ້ປານັ້ນຄາວ)
ມືເຮົາຕ້ອງເອົາຜ້າຂາວມາໄວ້ເຊັດ ເພາະບໍ່ຢາກໃຫ້ກິ່ນຂອງປາ ໄປຖືກຊີ້ນປາ ແລະເອົາມີດ ເຂົ້າແຫກ
ຫລືບເອົາຊີ້ນປາອອກຈາກ ໂຄງຮ່າງຂອງກ້າງປາ ແລະເອົາຊີ້ນປາ ອອກຈາກຫນ້າ ຂຽງທັນທີ ທີ່ເອົາຈາກປາ
(ຖ້າປະໄວ້ເທິງຫນ້າຂຽງ ປາຈະມີກິ່ນ ຄາວຂອງຫນ້າຂຽງ) ເອົາຊີ້ນປາອອກຝາກນຶ່ງແລ້ວ
ກໍປີ້ນເອົາຝາກນຶ່ງຂອງປານັ້ນອີກ. ຈົນຊີ້ນປາພຽງພໍກັບຄວາມຕ້ອງການແລ້ວ. ກໍເອົາຊີ້ນປານັ້ນ
ມາຊອຍທາງຍາວເປັນຕ່ອນຍາວ ແລ້ວມາຊອຍຫັ່ນບາງໆເປັນຕ່ອນກ້ອຍ ຫລັງຈາກຈຶ່ງ ຊົວະຂີ້ປານັ້ນອອກ
ເອົາຟັນຟືມຂອງປານັ້ນອອກໃຫ້ຫມົດ ເພາະຄວາມເປື້ອນຂອງມາຈະຢູ່ທີ່ ຟັນຟືມຂອງປາ ແລ້ວບ່ອນລົງຫມໍ້ຕົ້ມປາ
ໃຫ້ເປັນຕົ້ມປາ ພໍໄດ້ຮູບນຳ້ແກງຮ້ອນໆ ແຕ່ຫນັງຂອງ ປາແມ່ນລວກລົງຫມໍ້ ຕົ້ມໃຫ້ສຸກ ແລ້ວຕັກອອກມາ
ໄປຊອຍໄວ້ທີ່ນຶ່ງເພື່ອຈະເອົາມາໃສ່ ກ້ອຍປາ (ຫນັງປາ ຢ່າຕົ້ມດົນເພາະຫນັງປາຈະເປື່ອຍ).
ເອົາຊີ້ນປາທີ່ຊອຍອອກມານັ້ນ ໃສ່ໃນຊາມໄວ້ ແລ້ວປາດຫມາກນາວ ບີບເອົານຳ້ຫມາກນາວ ລົງແຊ່ ຊີ້ນປາ
ປະມານ ສາມຫລືຫ່ນວຍ ອີງຕາມຫມາກແນວມີນຳ້ຫນ້ອຍຫລືຫລາຍ ປະໄວ້ ຈັກ ໑໐ ນາທີ ທ່ານຊິເຫັນຊີ້ນປາທີ່ດິບໆ
ນັ້ນສຸກຫມາດໄປເລີຍ ແລ້ວເອົາຖ້ວຍມານຶ່ງໃບ ແລ້ວບີບ ນຳ້ຫມາກນາວ ທີ່ແຊ່ປານັ້ນ ອອກໃຫ້ຫມົດ
ລົງໃສ່ຖ້ວຍນັ້ນ. ເອົາຊີ້ນປາ ປະໄວ້ບ່ອນນຶ່ງ ແລ້ວເອົານຳ້ ຫມາກນາວແລະນຳ້ຂອງຊີ້ນ ປາທີ່ບີບອອກນັ້ນ
ເອົາໃສ່ຫມໍ້ ນ້ອຍ ໄປຕົ້ມໃຫ້ ມັນຟົດ ແລ້ວຖອກລົງໃສ່ຖ້ວຍໄວ້.
ວິທີຂັ້ນຕອນ ຂອງການປຸງກ້ອຍປາ ເອົາຊີ້ນປາທີ່ວາງໄວ້ໃສ່ຊາມປານກາງ ຖອກຫນັງປາ ທີ່ຊອຍໄວ້ນັ້ນລົງໄປ
ແລ້ວຕັກນຳ້ປາແດກດິບທີ່ ຫອມໆນົວໆ ລົງໄປ ແປ້ງນົວຫນ້ອຍນຶ່ງ ເຂົ້າຂົ້ວ ຫມາກເຜັດປົ່ນ ແລະນຳ້
ຫມາກນາວແລະປາທີ່ ຕົ້ມໄວ້ນັ້ນ ລົງໄປ (ແຕ່ຊີມແບິ່ງກ່ອນ ບາງທີ່ ນຳ້ຫມາກນາວທີ່ຕົ້ມນັ້ນ ຈະສົ້ມໂພດ
ຕ້ອງຕື່ມນຳ້ ຫນ້ອຍນຶ່ງ ຕອນຕົ້ມ ພຸ້ນແລະຊີມເບິ່ງ ວ່າບໍ່ໃຫ້ສົ້ມເກີນ) ຄ່ອຍໆຊາວ ເພາະເນື້ອປາຈະແຕະມຸ່ນ
ນຳ້ທີ່ຖອກລົງນັ້ນ ຢ່າໃຫ້ນ້ອຍເກີນໄປ ຫລືຫລາຍເກີນໄປ ໃຫ້ມີນຳ້ ພໍ ອຸຍຸ ນັ້ນນາ ຊີມເບິ່ງ ຣົດຊາດ ໃຫ້ພໍດີປາກ
ຫລັງຈານັ້ນ ຈຶ່ງ ເທຫອມລົງໄປ. (ຢ່າໃສ່ ຫມາຖົ່ວງອກເດີ ມັນຊິບໍ່ແຊບ ຖ້າຢາກໄດ້ແນວປະສົມໃຫ້
ເອົາຫມາກຖົ່ວຢາວ ຫມາກໄຮ່ນັ້ນນາ ມາຊອຍແລບໆ ປະສົມດີກ່ວາ) ຫມໍ້ຕົມກ້າງປາແລະຫົວປາ
ຕ້ອງເອົາຫມາກຂາມເປັຽ ຂອງຫມາກຂາມຊົ້ມລົງໄປ ພໍສົ້ມຈ່ວງລ່ວງ ຊີມໃຫ້ພໍດີປາກ ຊອຍຫອມໃສ່ຖ້ວຍແລ້ວ
ຕັກຫົວປາໃສ່ ຢ່າລືມຕອນຕັກແກງປາ ຕ້ອງຫມໍ້ແກງຕ້ອງຍັງຝົດຢູ່ ມັນຈຶ່ງແຊບ ແກງປາເຢັນ ບໍ່ເປັນກິນເດີ. ອ່າ!
ຕັກມາ ຮ້ອນໆ ເຂົາຫນຽວຮ້ອນໆ ແລະຕັກກ້ອຍປາ ມາໂດຍມີຫມາກເຜັດຂີ້ຫນູ ວາງອ້ອມກ້ອຍນັ້ນ....
ເປີດເພັງຟັງເບົາໆ ເພັງປາແດກກົ້ນໄຫ ໄປນຳກິນໄປນຳ....

ຄວາມຝັນຂອງແຜ່ນດິນ

ໃນນາມຂອງຄົນລາວ
ບອກໄດ້ບໍ່ວ່າ
ແມ່ນຫຍັງ
ຄືຄວາມຝັນຂອງແຜ່ນດິນ?


ວ່າໄດ້ບໍ່ວ່າ ມັນແມ່ນ
ຄວາມເປັນນໍ້ານຶ່ງໃຈດຽວກັນ
ຢາກເຫັນບ້ານເມືອງ
ໄດ້ຮັບການພັທນາ
ໃຫ້ທຽມທັນ
ກັບບ້ານອື່ນເມືອງເຂົາ?


ຖ້າວ່າເປັນຈັ່ງຊັ້ນແທ້
ມີບໍ່?
ທີ່ເຮົາຈະພາກັນຫລີ້ນພັກຫລີ້ນພວກ
ແລະກອບໂກຍເຂົ້າຖົງຕົນເອງຫມົດ
ດັ່ງກັບວ່າ
ຜືນແຜ່ນດິນຕ່ອນນີ້
ເປັນຂອງເຮົາຜູ້ດຽວ


ໂຜດຮັບຮູ້ວ່າ
ຜືນແຜ່ນດິນຕ່ອນນີ້
ທົນທຸກທໍຣະມານ
ມາໄດ້ຫລາຍຊົ່ວນາຕາປີ
ມີບໍ່?
ທີ່ເຮົາລູກລາວຫລານລາວແທ້ໆ
ຈະຊໍ້ເຕີມຂຶ້ນອີກ
ຖ້າວ່າເປັນຈັ່ງຊັ້ນ
ຈະໃຫ້ເອີ້ນວ່າ
ເປັນລາວເຊື້ອຫນໍ່ແນວຂຸນບໍຣົມໄດ້ແນວໃດ?


ໂຜດເຖີດ ໂຜດຝັນດ້ວຍກັນ
ລາວໃນແລະລາວນອກ
ມາຝັນຮ່ວມກັນກັບແຜ່ນດິນ
ຝັນເຖີງຄວາມຮັກຫໍ່ສາມັກຄີ
ດັ່ງເຄືອຍາດທີ່ບໍ່ມີວັນຖືກຕັດຂາດ


ເມື່ອວັນນັ້ນວຽນມາເຖີງ
ບາດແຜທີ່ເຄີຍຊໍ້າ
ນໍ້າຕາທີ່ເຄີຍໄຫລຫລັ່ງ
ຈະເປັນດັ່ງຄວາມຝັນຮ້າຍ
ທີ່ຈາງຫາຍໄປກັບກາລເວລາ


ໂອ້ຄວາມຝັນຂອງຄົນລາວ
ໂອ້ຄວາມຝັນຂອງແຜ່ນດິນ
ຂໍເຈົ້າຈົ່ງເປັນຄວາມຈິງໃນຊີວິດຂອງຜູ້ຂ້ານີ້
ດ້ວຍເທີ້ນ


ຄົນດີຕົກນໍ້າບໍ່ໄຫລ ຕົກໄຟບໍ່ໃຫມ້




ກ່າວກັນວ່າຄໍາເວົ້າຂ້າງເທີງນີ້ແປປ່ຽນໄປຕາມສະພາບແຕ່ລະຍຸກແຕ່ລະສໄມ ເມື່ອກ່ອນຕອນຄໍາເວົ້ານີ້ຖືກເອີ່ຍຫລືຂຽນອອກມາ ເກືອບບໍ່ຕ້ອງສົງໃສວ່າ ມັນເປັນຄວາມຈິງຫມົດ ຫາກຈະຄາດເຄື່ອນແດ່ ກໍຄົງຈະແມ່ນວ່າ ຫາກຄົນດີຕົກນໍ້າ ແລະຖ້ານໍ້າຫາກໄຫລແຮງ ແນ່ນອນຄົນດີຫລືຄົນບໍ່ດີ ກໍຕ້ອງຖືກນໍ້າພັດໄປຢ່າງແນ່ນອນ ເຊັ່ນດຽວກັບວ່າ ຖ້າຄົນດີຕົກເຂົ້າໄປໃນກອງໄຟ ມັນກໍໃຫມ້ຄົນດີເປັນຂອງທັມມະດາ ບໍ່ມີຫຍັງແປກ ຫລືເປັນທີ່ຍົກເວັ້ນ ແຕ່ນັ້ນມັນເປັນພຽງການຕີຄວາມຫມາຍຕາມຕົວຫນັງສືຊື່ໆ ບໍ່ໄດ້ເຂົ້າເຖີງເນື້ອໃນໃຈຄວາມຂອງຄໍາເວົ້ານັ້ນເລີຍ

ຂ້າພະເຈົ້າວ່າ ໃນສໄມແຕ່ກີ້ ສັງຄົມຍັງຢືນຢູ່ໃນພື້ນຖານຂອງຄວາມດີງາມ ມີມາຕຖານວັດແທກຄັກແນ່ ແລະຄົນເຮົາກໍດໍາຣົງຊີວິດຢູ່ໃນມາຕຖານນັ້ນໆ ຄໍາເວົ້າຂ້າງເທີງຈຶ່ງເປັນຄວາມຈິງທີ່ສຸດ ອີກຢ່າງ ເຖີງຄໍາເວົ້ານີ້ບໍ່ເປັນຈິງຫມົດ ຊຶ່ງກໍເປັນຂອງທັມມະດາຂອງວັດຖຸສິ່ງຂອງທີ່ແປປ່ຽນໄປກັບກາລເວລາແລະເຫດປັດຈັຍ
ສັງຄົມກໍຢືນຢັດຢູ່ໃນຄວາມຍືດຖືນັ້ນ ກາຍເປັນວ່າ ສິ່ງທີ່ບໍ່ສອດຄ້ອງກັບຫລັກການດັ່ງກ່າວ ກໍຖືກຊ່ອຍປິດຊ່ອຍບັງ ຫລືແມ້ກະທັ່ງກໍາຈັດອອກໄປເລີຍ

ຂ້າພະເຈົ້າເອງເຫັນວ່າ ສັງຄົມລາວເຮົາແຕ່ເກົ່າກ່ອນດໍາຣົງຢູ່ໄດ້ຢ່າງຄ່ອນຂ້າງຫມັ້ນຄົງ ກໍເພາະຄວາມເຊື່ອໃນຫລັກທັມທີ່ບາງຄັ້ງເຮົາອາດຈະບໍ່ເຂົ້າໃຈງຸນງົງສົງໃສ ຫລືເຖີງຂັ້ນປະຕິເສດ
ໄປເລີຍກໍມີ ເພາະແນ່ນອນ ມີຫລາຍເທື່ອທີ່ບັນພະບຸຣຸດຂອງເຮົາຈະເຫັນຄົນທີ່ຊົ່ວຮ້າຍບາບຫນາ
ໄດ້ດິບໄດ້ດີ ໃນຂະນະທີ່ຄົນດີຖືກຕົກຢູ່ໃນຄວາມຣະກໍາລໍາບາກຈົນເຖີງຂັ້ນມ້ວຍມອດລົງໄປກໍມີ

ສິ່ງນຶ່ງທີ່ບັນພະບຸຣຸດຂອງເຮົາເອົາມາເປັນຫລັກຫນ່ວງຫນ່ຽວຈິດໃຈໃຫ້ຊື່ຕົງໃນເວລາພານພົບກັບ
ເຫດການດັ່ງກ່າວນັ້ນກໍຄື ກົດຂອງກັມ ພວກເຮົາຄົນລຸ້ນໃຫມ່ ບໍ່ມີຄວາມຮູ້ຄວາມເຂົ້າໃຈໃນສັງຄົມເກົ່າ ມັກຈະກ່າວວ່າ ນັ້ນເປັນການປົງຕົກໃນຊີວິດ ເຄື່ອງຫມາຍຂອງຜູ້ປາໄຊທັງຫລາຍ ເບິ່ງຢ່າງຜິວເຜີນ ກໍນັບໄດ້ວ່າເປັນການວິໃຈທີ່ຖືກຕ້ອງ ແລະນັ້ນຄືປາກົດການທີ່ປະຈັກແຈ້ງຕໍ່ສາຍຕາແລະຄວາມເຂົ້າໃຈແບບໃຫມ່ຂອງພວກເຮົາ ແຕ່ຖ້າເບິ່ງຢ່າງຕຶກຕ່ອງຖີ່ຖ້ວນແລ້ວ ເຮົາຈະເຫັນວ່າ ກົດຂອງກັມສາມາດອະທິບາຍຫລາຍຢ່າງທີ່ທ້າທ້າຍຄວາມເຂົ້າໃຈຂອງພວກເຮົາໄດ້ ເຊັ່ນວ່າ ເປັນຫຍັງຄົນໆນຶ່ງຈຶ່ງມີແຕ່ການລົ້ມລຸກຄຸກຄານຕລອດມາ ທັງທີເຂົາມີຄວາມດີງາມ ພ້ອມທັງຄວາມຮູ້ຄວາມສາມາດ ບໍ່ຫນ້ອຍຫລືອາດຈະມີຫລາຍກ່ວາອີກຄົນໆນຶ່ງ ທີ່ປະສົບຄວາມສໍາເຣັດໃນຊີວິດເກືອບວ່າຕລອດມາ ຂໍ້ອ້າງຕ່າງໆທີ່ພວກເຮົາຫາມາໄດ້ ບໍ່ອາດຈະອະທິບາຍໄດ້ວ່າ ແມ່ນຫຍັງເປັນເຫດເປັນປັດຈັຍທີ່ຕົ້ນຕໍ ແມ່ນຫຍັງເປັນເຫດເປັນປັດຈັຍທີ່ສໍາຣອງ ຫລືຮອດຂັ້ນວ່າສິ່ງທີ່ເຮົາທຶກທັກວ່າ ນັ້ນເປັນເຫດເປັນປັດຈັຍ ທີ່ແທ້ແລ້ວແມ່ນເປັນພຽງຜົນຂອງເຫດການນັ້ນໆຊື່ໆ

ອີກອັນນຶ່ງອີກທີ່ພວກເຮົາຄວນເຂົ້າໃຈ ອັນນັ້ນກໍຄືການຮັບໃນກົດຂອງກັມ ບໍ່ຫມາຍເຖີງການປົງຕົກໃນຊີວິດ ແຕ່ເປັນການຍອມຮັບຄວາມເປັນຈິງທີ່ຢູ່ນອກເຫນືອຄວາມຮັບຮູ້ຂອງພວກເຮົາ ບ່ອນນີ້ ຖ້າບໍ່ລະວັງຈະເປັນການເຂົ້າໃຈວ່າ ເຮົາກາຍພວກພະເຈົ້າທີ່ບໍ່ມີເຫດມີຜົນເປັນຫລັກ ດັ່ງທີ່ເຫັນຢູ່ທົ່ວໄປໃນສັງຄົມຕາເວັນຕົກໃນຂະນະນີ້

ພ້ອມກັນນັ້ນ ເຮົາກໍຄວນຈະເຂົ້າໃຈອີກວ່າ ກົດແຫ່ງກັມທີ່ຄົນບູຮານຂອງເຮົາຍອມຮັບນັ້ນ ແທນທີ່ຈະເຮັດໃຫ້ພວກເພິ່ນທໍ້ແທ້ໃນຊິວິດ ມັນຜັດເປັນວ່າ ພວກເພິ່ນຊໍ້າຜັດຫາວິທີທີ່ຈະເດີນໃຫ້ຖືກປ່ອງ ລ່ອງໃຫ້ຖືກແປວ ດ້ວຍຄວາມມຸມານະ ດ້ວຍຈິດໃຈທີ່ຜ່ອງໃສ ປາສຈາກຄວາມອິດສາອາຄາດ ຫລືຈິດໃຈທີ່ຂຸ່ນມົວໃດໆ

ຂ້າພະເຈົ້າເຫັນວ່າ ນັ້ນເປັນຄຸນຄ່າທີ່ດີເລີດທີ່ພວກເຮົາຄວນຈະສືບຕໍ່ ເພາະຈະວ່າແລ້ວ ມັນບໍ່ມີຫຍັງໃນໂລກນີ້ທີ່ຈະຖືກໃຈເຮົາຫມົດ ການຮັບຮູ້ຕົວເອງ ການຮັບຮູ້ຜູ້ອື່ນ ແລະການບໍາພຽນປະຕິບັດໃນເສັ້ນທາງທີ່ບັນພະບຸຣຸດຂອງເຮົາໄດ້ຖາກຖາງໄວ້ໃຫ້ ນັ້ນລະຄືເສັ້ນທາງທີ່ມີຄວາມງາມໃນເບື້ອງຕົ້ນ ຄວາມງາມໃນທ່າມກາງ ແລະຄວາມງາມໃນເບື້ອງປາຍ ສົມກັບທີ່ດິນແດນລາວແລະຊົນເຜົ່າລາວໄດ້ເຕີບໃຫຍ່ ຢູ່ໃນທ່າມກາງແສງທັມຂອງອົງສັມມາສັມພຸທເຈົ້າມາໄດ້ຫລາຍຊົ່ວຄົນ

(ຍັງມີຕໍ່)

- ລາວເກົ່າ



ບັດນີ້ຂ້າພະເຈົ້າຈະເວົ້າເຖີງສັງຄົມປັດຈຸບັນທີ່ມີວັດຖຸເປັນຫລັກເປັນທີ່ວັດແທກ ອັນທີ່ເອີ້ນວ່າຄວາມຈິງຄວາມດີແລະຄວາມງາມຂອງຊີວິດ ກ່ອນອື່ນພວກເຮົາຕ້ອງມາພາກັນທໍາ
ຄວາມເຂົ້າໃຈວ່າ ວັດຖຸໃນຕົວຂອງມັນເອງບໍ່ດີບໍ່ຮ້າຍ ມີຄ່າຫລືບໍ່ມີຄ່າ ຄົນເຮົາຕ່າງຫາກທີ່ໄປໃຫ້
ຄຸນຄ່າຂອງມັນ ແນ່ນອນເມື່ອສິ່ງໃດມີຄ່າຂຶ້ນ ສິ່ງທີ່ບໍ່ມີຄ່າກໍປາກົດເປັນຮູບຮ່າງຂຶ້ນມາ
ເປັນພ້ອມໆກັນ ເພື່ອຄວາມເປັນທັມ ສໄມບູຮານເຮົາກໍມີແນວຄິດແນວນັ້ນຄືກັນ ແຕ່ມັນບໍ່ມີຄວາມ
ເຂັ້ມຂົ້ນເປັນຕາຍຄືດັ່ງປັດຈຸບັນ ສໄມນີ້ຍ້ອນຄວາມບີບຄັ້ນຂອງສັງຄົມທີ່ເຮັດໃຫ້ເຮົາ
ຕ້ອງເປັນໄປຕາມ ບໍ່ວ່າດ້ານຄຸນຄ່ານິຍົມ ແລະຄວາມຈໍາເປັນຂອງຊີວິດປະຈໍາວັນ ຄໍາເວົ້າທີ່ວ່າ
ຄົນດີຕົກນໍ້າບໍ່ໄຫລ ຕົກໄຟບໍ່ໃຫມ້ ນັ້ນ ນັບມື້ນັບຫມົດຄວາມສັກສິດລົງໄປ ມາບັດນີ້ຄໍາເວົ້າທີ່ວ່າ
ມືຍາວສາວໄດ້ສາວເອົາ ຫລື ນໍ້າຂຶ້ນໃຫ້ຮີບຕັກ ສາວມັກໃຫ້ຮີບຈັດການ ໂດຍປາສຈາກຫລັກທັມໃດໆເປັນທີ່ຕັ້ງ ໄດ້ກາຍເປັນຫລັກສູດຂອງການດໍາເນີນໃນຊີວິດແທນ

ດ້ວຍວ່າ ຄ່ານິຍົມໃຫມ່ນີ້ເປັນທີ່ຍອມຮັບ ເປັນທີ່ຄວນກະທໍາຕາມ ດັ່ງທີ່ປາກົດແຈ້ງຕໍ່ສາຍຕາເຮົາ ຫລາຍຄົນທີ່ມີຄວາມດີເປັນທີ່ຕັ້ງ ຈຶ່ງເກີດຄວາມທໍ້ແທ້ ແລະລະເລີຍຕໍ່ຄວາມດີງາມນັ້ນ ເມື່ອວັນເວລາຜ່ານໄປ ພວກເພິ່ນກໍກາຍເປັນສິ່ງທີ່ຄົນສໄມໃຫມ່ເອີ້ນວ່າ ນີ້ຄືຫລັກຖານທີ່ພິສູດວ່າ
ຄົນດີຕົກນໍ້າບໍ່ໄຫລ ຕົກໄຟບໍ່ໃຫມ້ ນັ້ນບໍ່ທັນສໄມເລີຍ ຊຶ່ງກໍຫມາຍຄວາມວ່າ ບໍ່ໄດ້ເລື້ອງເລີຍ
ນັ້ນເອງ

ກ່ອນທີ່ພວກເຮົາຈະລົງເອີ່ຍວ່າ ຄົນດີຕົກນໍ້າບໍ່ໄຫລ ຕົກໄຟບໍ່ໃຫມ້ ນັ້ນຫມົດສໄມແລ້ວ ມາ
ມາຟັງຂ້າພະເຈົ້າສາທະຍາຍຕໍ່ ຄວາມເປັນຈິງນັ້ນ ຄໍາວ່າ ຄົນດີຕົກນໍ້າບໍ່ໄຫລ ຕົກໄຟບໍ່ໃຫມ້
ມັນເປັນສັດຈະທັມອັນນຶ່ງທີ່ບໍ່ມີວັນແປປ່ຽນຈັກເທື່ອ ສິ່ງທີ່ແປປ່ຽນກໍຄື ຄ່ານິຍົມແລະຄວາມເຂົ້າໃຈ
ຂອງຄົນເຮົາຕ່າງຫາກ ເຮົາຈະສັງເກດເຫັນວ່າ ຄົນດີນັ້ນຫາກດີແທ້ ດີສເມີຕົ້ນສເມີປາຍ ອັນນັບໄດ້ວ່າ ເປັນເຫດເປັນປັດຈັຍ ເຂົາກໍຈະມີຄວາມສະອາດ ສວ່າງແລະສງົບໃນຕົວ ຊຶ່ງເປັນຜົນຂອງເຫດປັດຈັຍນັ້ນໆ

ຂ້າພະເຈົ້າວ່າ ການວັດແທກຄຸນຄ່າຂອງຄົນດ້ວຍວັດຖຸເຂົ້າຂອງເງິນຕາ ຫລືແມ່ນແຕ່ກຽດສັກສີ ຄໍາສັລເສີຍເຍີ້ນຍໍຕ່າງໆນັ້ນ ເປັນການວັດແທກທີ່ບໍ່ຖືກຕ້ອງ ເພາະເຫດປັດຈັຍມັນຄົນລະຢ່າງ ດັ່ງຄົນດີໄປຊື້ຫວຍ ບໍ່ຖືກບໍ່ຫມາຍຄວາມວ່າ ເຂົາບໍ່ດີຈຶ່ງບໍ່ຖືກຫວຍ ເຂົາຕ່າງຫາກທີ່ເຂົ້າໃຈຜິດ ທຶກທັກເອົາ ສິ່ງບໍ່ເປັນປັດຈັຍໃຫ້ມາເປັນປັດຈັຍ ແລ້ວຢາກໄດ້ຜົນອັນເກີດຈາກເຫດປັດຈັຍລອກໆນັ້ນ

ອີກຕົວຢ່າງນຶ່ງກໍຄື ຄົນທີ່ເປັນໄຂ້ ຢາກຈະຫາຍໄຂ້ ກໍຕ້ອງກິນຢາແລະຜັກຜ່ອນໃຫ້ພໍ ນັ້ນເປັນເຫດປັດຈັຍທີ່ຖືກຕ້ອງ ຜົນອອກມາກໍຈັ່ງແມ່ນຖືກຕ້ອງຄືກັນ

ທ້າຍນີ້ ຂ້າພະເຈົ້າຈະນໍາເອົາລັກສະນະຂອງຄົນດີມາເວົ້າສູ່ຟັງ ໂຜດເຂົ້າໃຈນີ້ເປັນພຽງຄວາມຄິດ
ຄວາມເຫັນຂອງຂ້າພະເຈົ້າຊື່ໆ ສາເຫດທີ່ເອົາມາລົງໃນທີ່ນີ້ກໍເພື່ອໃຫ້ກາຍເປັນຊ່ອງທາງປະພຶດ
ປະຕິບັດແກ່ຜູ້ໃຜ່ດີທັງຫລາຍ ອັນເປັນມູນເດີມທີ່ລໍ້າຄ່າຂອງບັນພະບຸຣຸດເຮົານັ້ນເອງ

ຫົວໃຈຫລັກຂອງຄົນດີກໍຄື ຄວາມມີຫິຣິໂອດຕະປະ ຊຶ່ງກໍຫມາຍຄວາມວ່າ ການຮູ້ຈັກລະອາຍໃນບາບ ໃນສິ່ງທີ່ເປັນອະກຸສົນ ໃນສິ່ງທີ່ບໍ່ເກີດປໂຍດ ຫລັກທັມອີກອັນນຶ່ງທີ່ເປັນຫລັກຂອງພຸທສາສນາ ນັ້ນກໍຄື ຄວາມບໍ່ປມາດ ໂດຍທົ່ວໄປແລ້ວ ຄົນເຮົາມັກມີຄວາມປມາດ ອັນເປັນສັນດານອັນດຶກດໍາບັນຂອງມະນຸດ ເຮົາມັກວ່າ ອອກລູກ
ອອກທາງຫນ້ອຍນຶ່ງ ເຮັດຜິດຫນ້ອຍນຶ່ງ ມັນບໍ່ເປັນຫຍັງດອກ ດ້ວຍວ່າ ການຂາດສະຕິ ການຍ່ອນຍານໃນຄວາມປະພຶດ ແມ້ນພຽງຊົ່ວວູບນຶ່ງ ມັນກໍສາມາດປ່ຽນໃຫ້ຄົນດີກາຍເປັນ
ຄົນຮ້າຍ ຜູ້ທີ່ປະພຶດຄວາມດີເປັນທີ່ຕັ້ງ ຄວນຈະສັງວອນໄວ້ໃຫ້ດີ ຄວນຈະຕະຫນັກໄວ້ໃນໃຈ
ໃຫ້ຫລາຍໆ

ບໍ່ພໍ ການໂຍະຍານຜ່ອນຜັນຕາມຝ່າຍຕໍ່າແຕ່ລະເທື່ອ ຈະກາຍເປັນອຸປນິໃສທີ່ດື້ຣັ້ນ ມີພະລັງແຮງ
ຕ້ານການໃຜ່ດີຂອງເຮົານັບມື້ນັບຫນັກຫນ່ວງຂຶ້ນໄປເລື້ອຍໆ

ພະຈຶ່ງວ່າ ມະນຸດໃນໂລກນີ້ ຄວນມີທັມວິນັຍຊ່ອຍປະຄອງຕົວໃຫ້ຢູ່ລອດປອດໄພໃນທ່າມກາງ
ໂລກມາຍານີ້ ທັມກໍຄື ຄວາມຈິງທີ່ເຮົາຈະຕ້ອງທໍາຄວາມເຂົ້າໃຈ ເມື່ອມີຄວາມເຂົ້າໃຈ ຫລືທີ່ເອີ້ນວ່າ ປັນຍາແລ້ວ ເຮົາກໍຈະມີບາຣມີ ອັນຈະນໍາໄປສູ່ການແກ້ບັນຫາຕ່າງໆ ດ້ວຍຄວາມ
ອົດທົນເຢືອກເຢັນ ແລະຮູ້ເທົ່າເຖີງການ

ວິນັຍກໍຄື ລະບຽບແບບແຜນທີ່ເຮົານໍາເອົາມາປະຕິບັດ
ເພື່ອທີ່ຈະຊົງໄວ້ຊຶ່ງປັນຍາ ວິໄນນີ້ ເວົ້າອີກແບບນຶ່ງກໍຄືສິນ ປະຕິບັດໄປດົນຢ່າງສເມີຕົ້ນສເມີປາຍ
ກໍຈະກາຍເປັນສະມາທິ ແລະທ້າຍທີ່ສຸດປັນຍາກໍຈະເກີດຂຶ້ນ ເມື່ອເຖີງຕອນນັ້ນ ສິນສະມາທິປັນຍາ
ກໍຈະກາຍເປັນສິ່ງດຽວກັນ ແລະຄົນດີກໍຈະກາຍເປັນຄົນດີ ທີ່ຢືນຢູ່ນອກເຫນືອ ແມ້ແຕ່ຄໍາວ່າຄົນດີ
ຕາມທີ່ເຮົາປຸຕຸຊົນພາກັນເຂົ້າໃຈອີກ

ເວົ້າສລຸບແລ້ວ ຄົນດີຕົກນໍ້າບໍ່ໄຫລ ຕົກໄຟບໍ່ໃຫມ້ ນັ້ນຖືກຕ້ອງຢູ່ຕລອດມາ ເພາະນີ້ເປັນສັດຈະທັມ ບັນຫາມີຢູ່ວ່າ ເຮົານັ້ນດີແທ້ແລ້ວຫລືບໍ່? ຫລືດີແບບເຄິ່ງຜີເຄິ່ງຄົນຊື່ໆ ຖ້າດີແທ້ແລ້ວ ມັນຈະບໍ່ມີຫຍັງສັນສະເທືອນເຮົາໄດ້ ດັ່ງພູເຂົາທີ່ຕັ່ງຕະຫງ່າ ແມ້ນຟ້າຝົນຈະໂຫມ
ກະຫນໍ່າເປັນຫລາຍຟ້າຫລ້າປີກໍຕາມ ເພາະທາງເດີນຂອງເຮົານັ້ນ ມັນມີຄວາມເຕັມພ້ອມໃນຕົວ
ຂອງມັນເອງ ຊຶ່ງບໍ່ມີຫຍັງອີກແລ້ວທີ່ຈະມາຕື່ມເຕີມອີກ ດັ່ງເລກສູນ ດັ່ງຮູບວົງມົນ ດັ່ງກົງກຽວນ ອັນເປັນສັນຍາລັກຂອງພຸທສາສນານັ້ນເອງ

ແລະເມື່ອຄົນດີມີຄວາມເຕັມໃນຕົວເຂົາເອັງ ນັ້ນລະຄື
ທີ່ມາທີ່ໄປ
ທີ່ຕົ້ນທີ່ປາຍ
ແລະທີ່ສຸດຂອງຊີວິດນັ້ນເອງ




- ລາວເກົ່າ

*****

ລັກສະນະຂອງຄົນດີອັນອື່ນໆອີກ

1 ມີຄວາມກະຕັນຍູຮູ້ບຸນຄຸນ ຖ້າເຮົາມີແຕ່ ຂອງກູ ຂອງກູ ຫລື ກູໆຫມົດ ແສງທັມໃດຈະມີລິດແຮງກ້າເຂົ້າເຖີງເຮົາໄດ້
2 ມີແບບແຜນຊີວິດທີ່ລຽບງ່າຍ ແຕ່ເຕັມພ້ອມໄປດ້ວຍປັນຍາ ດັ່ງສະແດງອອກທີ່ ແຕ່ລະບາດກ້າວທີ່ກ້າວເດີນ ແຕ່ລະວາຈາທີ່ເປັ່ງອອກ ແຕ່ລະຄວາມຄິດທີ່ລຽນໄຫລໃນສມອງ
3 ມີສັດທາໃນຄຸນນະທັມອັນແກ່ກ້າ ທີ່ແມ້ນຊີວິດຈະດັບສູນ ກໍບໍ່ວັນຈາງຫາຍໄປ ສັດທານີ້ເມື່ອປະກອບເຂົ້າກັບປັນຍາ ຈະກາຍເປັນແມ່ແຮງຊຸກຍູ້ໃຫ້ເຮົາກ້າວໄປໃນທາງທີຖືກຕ້ອງ
ເພື່ອບູຊາຄຸນຜູ້ມີພະຄຸນ ເພື່ອການສ້າງສັນໃນສິ່ງທີ່ດີງາມ ແລະເພື່ອຄວາມງົດງາມຂອງຊີວິດ
4 ຄົນດີຈະບໍ່ຖືອາລົມເປັນທີ່ຕັ້ງ ຈະບໍ່ໂຕ້ຕອບພຽງເພື່ອສນອງການຄັນປາກ ສິ່ງໃດດີສິ່ງໃດຖືກ ເຮົາຮູ້ເຮົາຍອມຮັບ ເມື່ອຕົວເອງທໍາຜິດດ້ວຍຄວາມລະເລີ້ງຫລືບໍ່ຕັ້ງໃຈ ກໍຮູ້ຈັກຂໍອະໄພ ຮູ້ຮັບເອົາໂທດ ພ້ອມກັນນັ້ນ ຄົນດີກໍຮູ້ຈັກຖອດຖອນບົດຮຽນໃສ່ໃຈບໍ່ໃຫ້ຄວາມຜິດນັ້ນເກີດຂຶ້ນອີກ
5 ຄົນດີເວົ້າຄໍາຕົງຄໍາ ຄິດຖີ່ຖ້ວນແລ້ວຈຶ່ງເວົ້າຈຶ່ງທໍາ
6 ຄົນດີບໍ່ເປັນຄົນກຽດຄ້ານມັກງ່າຍເປັນທີ່ຕັ້ງ ແຕ່ພໍ່າພຽນການງານແລະເຝົ້າພັທນາຈິດໃຈຢູ່ສເມີ
7 ຄົນດີຮູ້ວ່າ ສິ່ງທີ່ມີຢູ່ ເປັນເຈົ້າຂອງຢູ່ ເປັນພຽງຂອງສົມມຸດ ຂອງຢືມມາໃຊ້ພຽງຊົ່ວຄາວ ເມື່ອເຖີງເວລາທີ່ເຈົ້າຂອງທີ່ແທ້ຈິງມາທ້ວງຖາມເອົາຄືນ ເຮົາກໍຮູ້ຈັກປ່ອຍໄປປະໄປ ດ້ວຍຄວາມຍີ້ມແຍ້ມ
8 ຄົນດີບໍ່ຈັບຜິດຜູ້ອື່ນ ເພາະຕົນເອງຮູ້ວ່າ ຄົນເຮົາທຸກຄົນມີຜິດມີຖືກ ກົງກັນຂ້າມຄົນດີເຝົ້າຈັບຈ້ອງການປະພຶດປະຕິບັດຂອງຕົນເອງ ເພາະນັ້ນເປັນວິທີທາງດຽວທີ່
ຕົນເອງຈະບໍ່ກັບມາເຮັດຄວາມຜິດອັນເກົ່າອີກ
9 ຄົນດີຮູ້ຈັກຜ່ອນສັ້ນຜ່ອນຍາວ ຮູ້ຈັກໃຫ້ອະໄພແກ່ຜູ້ທີ່ກະທໍາຄວາມຜິດ
10 ຄົນດີຮູ້ຈັກຊ່ອຍເຫລືອເກື້ອກຸນຜູ້ອື່ນໃນຍາມຂັດສົນ
11 ຄົນດີຖືສເມີວ່າ ເວລານາທີນີ້ ລົມຫາຍໃຈນີ້ ເປັນເວລາແລະລົມຫາຍໃຈບາດສຸດທ້າຍ ດັ່ງນັ້ນຖ້າຕັ້ງປະຕິພານວ່າຈະເຮັດຫຍັງ ກໍເຮັດໄປແລະເຮັດຢ່າງດີທີ່ສຸດ
12 ຄົນດີບໍ່ກະຈັ້ນກະຈໍ້ເອົາແຕ່ໃຈຕົນ ເຫມືອນກັບວ່າຜູ້ອື່ນບໍ່ມີຊີວິດຈິດໃຈທີ່ມີຄວາມເຈັບປວດຄືກັນ
13 ຄົນດີມີຄວາມກ້າຫານ ບໍ່ແມ່ນຂີ້ຂາດຕາຂາວ ປ່ອຍປະໃຫ້ຫມູ່ມານມາຢຽບຢໍາຕລອດເວລາ
ຄົນດີຕ້ອງຫາທາງແກ້ໄຂບັນຫາ ບໍ່ແມ່ນງໍມືງໍຕີນ ເຫມືອນຄົນໄຮ້ສິນແລ້ວຊຶ່ງປັນຍາ
14 ຄົນດີຄວນໄປໃຫ້ລາ ມາໃຫ້ຄອບ
15 ຄົນດີຮູ້ຈັກຈ່ຽມ ສິ່ງຂອງທີ່ເພິ່ນຮັກ ເຂົ້າຂອງສິ່ງທີ່ເພິ່ນຫວງ
16 ຄົນດີຮູ້ຈັກຕົນ ຮູ້ຈັກຜູ້ອື່ນ ຮູ້ຈັກໄດ້ ຮູ້ຈັກເສັຽ ຮູ້ທີພະທີເຈົ້າ ແລະຮູ້ປ່ອຍວາງແມ້ແຕ່ຄວາມດີຂອງຕົນເອງ
17 ຄົນດີມີຫລັກມີການ ມີຄູບາອາຈານສອນສັ່ງ ບໍ່ແມ່ນຢາກເຮັດຫຍັງ ຮາວໄດ້ຮາວເຮັດ
18 ຄົນດີຮູ້ຈັກເຫດຮູ້ຈັກຜົນ ຮູ້ສິ່ງໃດຄວນບໍ່ຄວນ
19 ຄົນດີຮູ້ຈັກສັມມາຄາຣະວະຜູ້ທີສູງກ່ວາຕົນ ບໍ່ວ່າທາງດ້ານຄຸນວຸດທິຫລືວັຍວຸດທິ
20 ຄົນດີບໍ່ປະໃຫ້ຊີວິດມົວຫມອງ ແປະເປື້ອນໄປດ້ວຍກິເລດຕັນຫາ ຄົນດີຖືວ່າ ຢູ່ໃນໂລກນີ້ມື້ດຽວ
ຢ່າງມີສະຕິ ຢ່າງມີຄຸນຄ່າສົມກັບທີ່ເກີດມາເປັນມະນຸດ ມັນກໍຍັງມີຄ່າກ່ວາດີກ່ວາ ຜູ້ທີ່ມີຊີວິດຢູ່ໃນໂລກນີ້ຮ້ອຍປີ ແຕ່ປ່ອຍປະໃຫ້ຊີວິດມົວຊົວແລະລຸ່ມຫລົງຢູ່ກັບ
ອະກຸສົນກັມແລະອະບາຍຍະມຸກທັງຫລາຍ






ບົດຄວາມຄິດຄວາມອ່ານເລື້ອງ

ຊາວຫນຸ່ມລາວໃນສາຍຕາຂ້າພະເຈົ້າ

ຂ້າພະເຈົ້າຢຽບຍ່າງລົງເຖີງແຜ່ນດິນອະເມຣິກາຄັ້ງແຣກເມື່ອທ້າຍປີ໑໙໘໕ ສິ່ງແຣກທີ່ປາກົດເປັນຮູບເປັນຮ່າງຢ່າງແຈ່ມຊັດຢູ່ໃນສມອງກໍຄື ຈະເຮັດຢ່າງໃດຈຶ່ງຈະປັບຕົວເຂົ້າກັບສັງຄົມຕ່າງຊາດຕ່າງສີຂອງແຜ່ນດິນນີ້

ຂ້າພະເຈົ້າຄິດວ່າ ປະໂຍກຂ້າງເຖີງນີ້ຊາວຫນຸ່ມເຮົາທຸກຄົນ ຄົງເຄີຍຜ່ານມາພໍສົມຄວນ
ຈະຕ່າງກັນກໍແຕ່ ວັນເວລາກ່ອນຫລືລຸ່ນທີ່ຢຽບຍ່າງລົງຄັ້ງແຣກເທີງແຜ່ນດິນນີ້ເທົ່ານັ້ນ ບາງຄົນມາອະເມຣິກາຕັ້ງແຕ່ຍັງນ້ອຍ ພາສາລາວບໍ່ເຄີຍຮຽນຮູ້ມາກ່ອນຈັກໂຕເລີຍກໍມີ ບາງຄົນມາເມື່ອເຣີ້ມແຣກແຕກຫນຸ່ມຜ່ານການຮຽນຮູ້ມາພໍສົມຄວນ ແລະບາງຄົນມາເມື່ອ
ໄວຫນຸ່ມໃກ້ຈະຜ່ານໄປແລ້ວ ຄວາມຫວັງໃນອານາຄົດຈຶ່ງຕ່າງສີສັນກັນ ແຕ່ສິ່ງນຶ່ງທີ່ບໍ່ຕ່າງ
ກໍຄື ຫົນທາງແຫ່ງຊີວິດທີ່ສວຍງາມ ໄດ້ເປີດກ້ວາງໃຫ້ແກ່ທຸກຄົນຢ່າງເທົ່າທຽມກັນ ບັນຫາ
ຈຶ່ງມີວ່າຊາວຫນຸ່ມເຮົາໄດ້ຈັບເອົາໂອກາດອັນດີງາມນີ້ມາໃຊ້ໃຫ້ເປັນປໂຍດບໍ່?

ຫລາຍສິບປີແລ້ວເດທີ່ຄົນລາວລຸ້ນທໍາອິດອົພຍົບມາຢູ່ເທີງຜືນແຜ່ນດິນນີ້ ຖ້າຈະນັບເປັນປະຣິມານ
ກໍເຂົ້າເຖີງສອງສາມແສນຄົນແລ້ວ ແນ່ນອນໃນຫັ້ນຊາວຫນຸ່ມຄົງບໍ່ມີຫນ້ອຍກ່ວາເຄິ່ງນຶ່ງ ແຕ່ເປັນຫຍັງມາຮອດປານນີ້ ໃນອົງການທີ່ສໍາຄັນຂອງລັຖບານຫລືຂອງເອກຊົນຈຶ່ງບໍ່ມີຄົນລາວ ພໍເປັນທີ່ເອກອ້າງໄດ້ເລີຍ ຂ້າພະເຈົ້າບໍ່ຢາກຄິດວ່າ ຄົນລາວໄຮ້ຄວາມສາມາດ ບໍ່ມີຄວາມຫລັກແຫມພຽງພໍ ຈົນສູ້ຄົນຊາດອື່ນທີ່ອົພຍົບມາລຸ້ນລາວຄາວດຽວກັນບໍ່ໄດ້ ຄັນຊັ້ນດ້ວຍສາເຫດອັນໃດແປວໄຟທີ່ລຸກກຸ່ນຂອງຊາວຫນຸ່ມລາວ ຈຶ່ງຖືກດັບມອດລົງທີລະດວງ
ສອງດວງ ຫລາຍຄົນວ່າຍ້ອນນິໃສຄົນລາວໃຈບໍ່ເອົາ ນັ້ນກໍມີສ່ວນຖືກ ແຕ່ຂ້າພະເຈົ້າຢາກກ້າວໄປ
ໄກກ່ວາຫັ້ນວ່າ ຍ້ອນການບໍ່ມີເອກລັກຂອງຕົນເອງເປັນສໍາຄັນ ຈຶ່ງພາໃຫ້ຊາວຫນຸ່ມເຮົາຮັບເອົາ
ວັທນະທັມຕາເວັນຕົກຢ່າງບໍ່ເລືອກວ່າ ອັນໃດຄວນອັນໃດບໍ່ຄວນ ເວົ້າແນວນີ້ບໍ່ຫມາຍຄວາມວ່າ ຂຶ້ນຊື່ວ່າວັທນະທັມຕາເວັນຕົກແລ້ວບໍ່ມີອັນດີ ເລື້ອງດີມັນກໍມີອັນດີ ເຊັ່ນການຮໍ່າຮຽນຊອກຫາ
ຄວາມຈິງຂອງເຂົາເຈົ້າ ແລະການຢູ່ຢ່າງອິສຣະຊົນທີ່ຮູ້ຈັກຫນ້າທີ່ແລະຄວາມຮັບຜິດຊອບ
ຂອງຕົນເອງ ແຕ່ເມື່ອເຮົາບໍ່ຈັກເລືອກ ບໍ່ມີຈຸດຢືນເປັນຂອງຕົນເອງຄັກແນ່ ແນ່ນອນເຮົາກໍຮັບເອົາ
ຂອງເຂົາມາຫມົດ ບັງເອີນເຫລືອເກີນທີ່ສ່ວນໃຫຍ່ເຮົາຮັບເອົາມານັ້ນເປັນສ່ວນທີ່ຄົນຂອງເຂົາເອງ
ກໍເລີ້ມໆຮູ້ສຶກວ່າ ມັນຈະພາໃຫ້ບ້ານເມືອງແລະຕົນເອງລົ້ມຈົມຈິບຫາຍໃນລະຍະຍາວ ເຊັ່ນການ
ຕາມໃຈຕົນເອງໂດຍບໍ່ຄິດເຖີງຫົວອົກຄົນອື່ນ ແລະການຫລີ້ນກິນຟູມເຟືອຍ ຊຶ່ງໃຜລະຫານວ່າ ມັນເປັນການເອື້ອອາທອນຕໍ່ຄວາມກ້າວຫນ້າຂອງຊີວິດ ທີ່ຖ້າຈະໄດ້ມາກໍດ້ວຍຄວາມມານະບາກບັ່ນ
ເທົ່ານັ້ນ ຂ້າພະເຈົ້າຄິດວ່າມັນເຖີງເວລາແລ້ວ ທີ່ຊາວຫນຸ່ມລາວເຮົາຈະໄດ້ທົບທວນເບິ່ງບົດບາດ
ແລະຫນ້າທີ່ຂອງຕົນເອງຄືນໃຫມ່ ຖ້າຈະໃຫ້ດີແທ້ ຄວນຈະຖາມຕົນເອງວ່າເຮົາມາຢູ່ອະເມຣິກາ
ເພື່ອຫຍັງ? ເພື່ອຢູ່ກິນໄປວັນໆ ເພື່ອເຕັ້ນລໍາຫາກ້ຽວບ່າວກ້ຽວສາວ ຫລືເພື່ອຮຽນຕໍ່ສູງໆ ໂຕຫລັງນີ້ຂ້າພະເຈົ້າຄິດວ່າ ຄົງຈະເປັນວິທີທາງດຽວທີ່ຄົນລາວເຮົາຈະຖີບຖານະຕົນເອງໃຫ້ມາ
ຢືນຢູ່ຄຽງບ່າຄຽງໄຫລ່ກັບຊົນຊາດອື່ນໄດ້ ບັນຫາມີວ່າຊາວຫນຸ່ມລາວເຮົາພ້ອມທີ່ຈະຕັ້ງໃຈຮຽນ
ແລະອຸທິດເວລາໃຫ້ແກ່ການຮໍ່າຮຽນຫລາຍກ່ວານີ້ບໍ່? ຄໍາຕອບນີ້ມີພຽງເຮົາຊາວຫນຸ່ມຈະໃຫ້
ຄໍາຕອບໄດ້

ຕາມທັສນະຂອງຂ້າພະເຈົ້າແລ້ວ ຊາວຫນຸ່ມລາວຄວນຈະໄປໄກກ່ວາທີ່ເປັນດັ່ງທຸກວັນນີ້ໄດ້ຫລາຍ
ຫາກເຮົາມີຈຸດຢືນຄັກແນ່ ມີເອກລັກເປັນຂອງຕົນເອງ ຊຶ່ງເອກລັກນີ້ທີ່ເຮັດໃຫ້ຍີ່ປຸ່ນສາມາດຢືນ
ຜະຫງາດຢ່າງຄຽງບ່າຄຽງໄຫລ່ ກັບຊາດທີ່ຈເຣີນແລ້ວໃນຕາເວັນຕົກ ບໍ່ພຽງເທົ່ານັ້ນຍີ່ປຸ່ນຍັງມີ
ທີທ່າຈະກ້າວໄປເລື້ອຍໆ ຍ້ອນຫຍັງ? ຖ້າບໍ່ແມ່ນຍ້ອນເຂົາພູມໃຈໃນຕົນເອງທີ່ເກີດມາເປັນຍີ່ປຸ່ນ
ຊາດທີ່ມີເອກລັກແຫ່ງຄວາມອ່ອນນ້ອມ ຍາມເມື່ອເຖີງຄາວອ່ອນນ້ອມ ແລະແຂງແກ່ນຍາມເມື່ອ
ເຖີງຄາວຕ້ອງການຄວາມແຂງແກ່ນ ລັກສນະເຊັ່ນນີ້ກໍມີຢູ່ໃນວັທນະທັມລາວ ຊຶ່ງເປັນສ່ວນນຶ່ງຂອງ
ວັທນະທັມຕາເວັນອອກ ອັນມີຍີ່ປຸ່ນຮ່ວມຢູ່ໃນນັ້ນດ້ວຍ ຂ້າພະເຈົ້າກ່າວເຊັ່ນນີ້ ບໍ່ຫມາຍຄວາມວ່າ
ຢາກໃຫ້ຄົນລາວເປັນຄືຄົນຍີ່ປຸ່ນ ຊຶ່ງເຖີງຢາກເປັນກໍບໍ່ມີວັນເປັນໄດ້ ແລະກໍບໍ່ສົມຄວນອີກ ເພາະຖ້າເຮັດແບບນັ້ນກໍບໍ່ຕ່າງຫຍັງກັບການດູຖູກຄຸນຄ່າແຫ່ງຄວາມເປັນລາວຂອງຕົນເອງ ຢ່າງບໍ່ມີສິ້ນດີນັ້ນເອງ ຊຶ່ງຄົນທີ່ມີຄວາມເຄົາລົບໃນຄວາມຄິດຂອງຕົນເອງ ຈະບໍ່ມີວັນເປັນແນວນັ້ນ
ເດັດຂາດ ບົດຮຽນທີ່ດີງາມຂອງເຂົາຕ່າງຫາກເປັນສິ່ງທີ່ເຮົາຄວນຈະເອົາມາແຍງສະທ້ອນເບິ່ງວ່າ ສິ່ງໃດທີ່ເຮົາຍັງຂາດຕົກບົກພ່ອງເພື່ອຫາທາງແກ້ໄຂ ແລະເສີມແຕ່ງໃຫ້ດີຂຶ້ນ ເພື່ອໃຫ້ຕົນເອງບໍ່ເສັຽທີ ທີ່ເກີດມາເປັນຄົນ ທີ່ມີຫົວຄິດ ມີສອງແຂນ ສອງຂາ ແລະສອງຫນ່ວຍຕາ
ຄືເຂົາອື່ນ

ວັນເວລານັບມື້ນັບຜ່ານໄປ ຄວາມກ້າວຫນ້າຂອງມະນຸດນັບມື້ນັບທະວີຂຶ້ນໄປເລື້ອຍໆ ຫາກວ່າເຮົາຍັງປະໃຫ້ສະພາບເປັນດັ່ງທີ່ເຄີຍເປັນມາ ມີໃຜຈະກ້າຮັບປະກັນວ່າ ຄົນລາວຈະມີອະນາຄົດຄືເຂົາອື່ນໃນດິນແດນເຕັກໂນໂລຢີແຫ່ງນີ້ ຫລາຍສິບປີຜ່ານມາມັນຄົງຈະ
ພຽງພໍສໍາລັບການໄຂ່ວຄ້ວາຫາເສັ້ນທາງ ບັດນີ້ຄວນເຖີງເວລາລົງມີທຸ່ມກາຍທຸ່ມໃຈ ພິສູດໃຫ້ໂລກເຫັນວ່າ ຄົນລາວມືຈໍ້າປາແດກນີ້ລະ ກໍເປັນນຶ່ງບໍ່ມີສອງຮອງໃຜຄືກັນ








More writings can be found at http://angelfire.com/folk/panya