ຜຍາພາສິດ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album


ໂຄງສຸພາສິດບຸຮານຂອງລາວ


1. ຄົນໃດບໍ່ໄດ້ສຸພາສິດ ໄປສນາມ
ຈະປາກຈາເກງຂາມ ແຂກຂ້າ
ເປັນດັ່ງໃຍບົວຂ້ອງຕີນສານ ລືຫ່ອນ ຄານັ້ນ
ໄດ້ບໍ່ຖອງຖືກຖ້າ ຄ່ອຍຮູ້ຮຽນປະສົງ

2. ອຸປລະໂກມຸດເກີດ ໃນຕົມ
ປາກໍລອຍລົງຈົມ ຢູ່ນໍ້າ
ບໍ່ຫ່ອນໄດ້ເຊີຍຊົມ ດວງດອກ ນັ້ນນາ
ດ້ວຍເກີດມາບໍ່ເຄີຍຊໍ້າ ສິ່ງນັ້ນ ຄວນຫອມ

3. ແກ້ວດີຄວນຄ່າລ້ານ ຄໍາແສນ
ຈາກທີ່ເກີດມາເປັນແຫວນ ໃສ່ກ້ອຍ
ທີລະເຈົ້າເດີນແດນ ປະເທດຕ່າງເມື່ອໃດ
ແຮງບໍ່ຕົກຕໍ່າຕ້ອຍ ສເມີແກ້ວມະນິໂຊ

4. ຍາມວຽກຍາມຮໍ່າຮູ້ ສາດຕະສິນ
ຍາມໃຊ້ສອຍຍາມກິນ ເມື່ອນັ້ນ
ຢ່າອາຍຄ່ອຍອາຈິນ ຈົ່ງປະກອບຈິງແຮ
ສຸກສໍາຣານດັ່ງນັ້ນ ອາດໄດ້ດູຄວນ

5. ລົມຊູລົມມອດມ້ວຍ ໄຟຫລົວ
ຍາມມັ່ງມີແມ່ນຕົວ ມອບໃຫ້
ຍາມທຸກບໍ່ມີກົວ ສັກຢາດ
ຍັງບໍ່ລືມຄຸນໃກ້ ແກ່ນໄທ້ກະຕັນຍູ

ຜຍາ

6. ພີ່ນີ້ ເປັນດັ່ງ ແນວສຽມຫ້ຽນ ປະສົງຫາດິນແກ່ນ
ສຽມບ້ອງຕື້ນ ປະສົງທື້ນໃສ່ໂພນ

7. ຢ່າໄດ້ ທໍາໃຈພ້ຽງ ເຂົາຮໍຂົ່ມຂືນ
ຄວາມຄິດຢ່າໄດ້ຕື້ນ ສເມີຫມໍ້ປາກບານ

8. ຮຽມນີ້ ເປັນດັ່ງມົດແດງເຝົ້າ ອົມພາມີ້ມ່ວງ
ກິນກໍກິນບໍ່ໄດ້ ຄອຍເຝົ້າແຕ່ໃບ

9. ເຈົ້າຜູ້ ແພຜືນກວ້າງ ປູມາໃຫ້ມັນເຫລື່ອມ ແນ່ເປັນຫຍັງ
ສັງມາ ປູອ່ອມຊ່ອມ ແພງໄວ້ນັ່ງຜູ້ດຽວ

10. ລົມພັດຕ້ອງ ໃບໄຜ່ໂວກວິໂວ
ລົມພັດຕ້ອງ ໃບໂພໂວກວິເວກ
ອ້າຍກໍ ຄິດຮອດນ້ອງ ທົນໂທ່ໂຖກຖິໂຖຍ

11. ຮຽມນີ້ ທຽນດັ່ງເຮືອແຊມນໍ້າ ນະທີທອງເຟືອນຟາດ
ຄອຍແຕ່ ມື້ຊິຈົມຈຸ່ມເລື້ອຍ ລົງພື້ນແຜ່ນນະທີ

12. ຊາດທີ່ ດວງຫອມນີ້ ບານຕາຍແລ້ງເປົ່າ ເປັນຫລື
ຄວາມຄຶດແມງພູ່ມີທໍ່ຟ້າ ຊິຫມາຍມ້ຽນດູດດອມ

13. ທາງຫລາຍເສັ້ນ ຕາມໃຈຊິເລືອກໄຕ່
ມັກເສົ້ນໂຄ້ງ ໂງງ້ຽວກໍຫາກມີ

14. ຊາດເຊື້ອ ຫົງຄໍາຜ້າຍ ເວຫາດັ້ນເມກ
ກາດໍາ ຂໍແອ່ວຊ້ອນ ຕາມກົ້ນກໍບໍ່ຫລຽວ

15. ຈວງຈັນຄູ້ ທະລອນຫອມແຕ່ມື້ໃຫມ່
ມື້ເກົ່າ ມາລ່ວງລໍ້າ ຈັນຄູ້ກໍເລົ່າເຫີຍ
16. ວັງບໍ່ ມີຂອນຂວ້າງ ພານແຫ່ບໍ່ມີຢ່ອນ ມືແລ້ວ
ນໍ້າບໍ່ ມີເງືອກແຂ້ ຄົນໃບ້ກໍບໍ່ກົວ

17. ຊົລທານໍ້າ ໄຫລລົງຕາມຮ່ອມ
ນໍ້າບໍ່ຫ່ອນ ໄຫລຂຶ້ນ ເທີງຟ້າຍອດດອຍ

18. ໂວໂວເວົ້າ ສຽງໂຕວ່າແຕ່ແມ່ນ
ຍາມເຂົາ ປາກບໍ່ໄດ້ ສຽງເຈົ້າຫາກຖືກຄອງ
ປາງໃຜໄດ້ ປາງມັນໄວ້ຊັ້ນກ່ອນ
ບາດຫ່າ ເວນຈວບເຂົ້າ ຊິຫລົງມ້ອຍສເມ່ງຕາຍ

19. ເຈົ້າຜູ້ນົມເຫລືອຜ້າ ໃຜຊິສານກະຕ່າໃສ່
ບາດວ່າ ໄຟໄຫມ້ບ້ານ ໃຜຊິຫີ້ວກະຕ່ານົມ ເຈົ້າເອີຍ

20. ເອົາຫິນແຫ່ມາຄັ້ນສົ້ມ ສາມປີມັນຊິເປື່ອຍ ເປັນຫລື
ຫລົກກົກເຂົ້າມາຝັງແຜ່ນຫິນລ້ານ ມັນຊິຫມັ້ນຮ່ອມໃດ

21. ບຸນຫົວ ຫາກເຈົ້າໄດ້ຂີ່ຊ້າງ ຂ້ອຍຊິຂີ່ແມວຂັບ
ຫາກວ່າ ບຸນແມວມີ ຫາກຊິສູງພຽງຊ້າງ

22. ຕີເຈັບແລ້ວ ແສນຊິອອຍກໍປານດ່າ
ແມ່ນວ່າ ເວົ້າຈ້ອຍໆ ປານໄມ້ຖັ່ງຕາ


ຜຍາຂ້າງລຸ່ມນີ້ແມ່ນສົ່ງມາຮ່ວມປະກອບສ່ວນໂດຍ ອີ່ລຸງທອງວັນ ຂ້າພະເຈົ້າຕ້ອງຂໍ
ຂອບໃຈນໍາລຸງຫລາຍໆເດີ ມີເວລາເທື່ອຫນ້າ ກໍຢ່າລືມສົ່ງມາຮ່ວມອີກແດ່

- ລາວເກົ່າ

..........................................................................................................................................................



ໄກຂໍໃຫ້ໄກແຕ່ບາ້ນ ຮົ້ວໄຮ່ນາສວນ
ໄກຂໍໃຫ້ໄກແຕ່ມວນ ໝູ່ເຮົາກັບເລົ້າ
ສວ່ນວ່າວາຈາເຈົ້າ ສອງເຮົາຢ່າໄດ້ຫາ່ງ
ຕາ່ງຄົນແມ່ນຊິຢູ່ຕາ່ງບາ້ນ ຄວາມເວົ້າຢ່າຫາງກັນ



ໄກເຮົາກະໄກແຕ່ບາ້ນ ຫົວໃຈນັ້ນບໍ່ຫາ່ງໄກດອກນາ
ໄກເຮົາກະໄກແຕ່ບາ້ນ ຄຳເວົ້າແຮ່ງບໍ່ໄກ
ອັນນີ້ຄືດັ່ງໄຊຫລັງຫລ້າ ບໍ່ໝານປານຳເພິ່ນ
ບາດມາຢາມຖືກແຕ່ກຸ້ງ ປາຄາ້ວບ່ໍຖືກໄຊ ຈັກເທື່ອແຫ້ລວ



ຟັງສຽງຟ້າຮອ້ງຕຶ້ງ ກົບກະອາ່ນໜັງສື

ຂຽດບັກແອະຕົບມື ອື່ງຢາງເພງສອ້ຍ

ຂຽດຈະນາຖືແຄນນອ້ຍ ບັກຫລັງຊາເປົ່າປີ່

ພີ່ກະຄຶດຮອດນອ້ງ ໂທນໂທ່ໂຖກທິໂຖຍ



ຄັນຄາກໝາຍອວດອາ້ງ ຈາແບກຂອນຈິກ

ຂຽດຈະນາກິນກົບ ຂຽດບັກແອະກິນຊາ້ງ

ຄືດັ່ງນາງກັບນອ້ງ ຊິກິນດອງກະປູຈີ່

ເດືອນສາມເດືອນສີ່ມາຮອດແລ້ວ ຊິກິນຕົ້ມເຕົ່າອຸດອນຊັ້ນແຫຼ້ວ



..ເຈົ້າຜູ່ພົ້ວດອກຊອ້ນ ຊອນດອກສະເລເຕ

ກົກບໍ່ເຊປາຍບ່ໍເນີ້ງ ສັງມາໃຫ້ຂອ້ຍຄຶດນຳແທ້ນໍ..



ໃຈປຣະສົງຢາກໄດ້ນຳ້ ຈັ່ງຄອນຄຸມາຫາ

ໃຈປຣະສົງປູປາ ຈັ່ງແຕ່ງດາງລົງສອ່ນ

ໃຈປຣະສົງຕໍ່ເຈົ້າ ໃຜກວນກະບ່ໍຂຸ່ນ

ໃຈມັນໃສຕໍ່ເຈົ້າ ໃຜຕອ້ງຂຸ່ນບໍ່ເປັນ



ຢ່າສິຫວັງສຸຂຍອ້ນ ບຸນເຂົາມາເພິ່ງ

ສຸຂກະສຸຂ ເພິ່ນພຸ້ນ ບໍ່ມາກຸ້ມຮອດເຮົາ



ເຮົາຜູ່ນອ້ຍ ຕອ້ງຄອຍຕາມຫລັງຜູ່ໃຫ່ຍ
ຕາມກົ້ນທາ່ນ ໝາຮາ້ຍບໍ່ກັດ



ຢ່າໄດ້ຄິດກອບເກື້ອ ກັມບາບໜາໜັກ
ໃຫ້ເອົາບຸນເປັນສຫາຍ ຮວ່ມເຮືອນຮຽງຊອ້ນ



ຢ່າໄດ້ເຫັນຂອງຮາ້ຍ ເປັນຂອງດີມີຄ່າ
ຢ່າໄດ້ເຫັນຕອ່ນດາ້ວ ດົງກວາ້ງວ່າແປນ
ໃຫ້ເຈົ້າເອົາຄວາມຮູ້ ຫາກິນທາງຊອບ
ຄວາມຮູ້ມີຢູ່ແລ້ວ ກິນໄດ້ຊົ່ວຊີວັງ



..ເຈົ້າຜູ່ພົ້ວດອກຊອ້ນ ຊອນດອກຊະເລເຕ
ກົກບໍ່ເຊປາຍບ່ໍເນີ້ງ ສັງມາໃຫ້ຂອ້ຍຄຶດນຳແທ້ນໍ..



ຝົນຕົກຍັງຮູ້ເອື້ອນ
ກົບກິນເດືອນຍັງຮູ້ອີ່ມ
ບາດວ່າອາ້ຍຮັກນອ້ງ
ບ່ໍມີມື້ອີ່ມເປັນ



ໃຈປຣະສົງເຈົ້າ ໃຈດຽວເດັດດຽ່ວ
ໃຜຊິມາກຽ່ວຂອ້ງ ຕົວຂອ້ຍກະບໍ່ຫລຽວ
ຄິດຕໍ່ຄົນດຽວເຈົ້າ ເປັນຄູ່ຄອງແສນຊາຕ
ຄາດຊິຕາຍຍອ້ນເຈົ້າ ຄຳແລ້ວບໍ່ວ່າຫຍັງ ເຈົ້າເອີຍ



ຂອງດີນັ້ນເຖິງຊິແພງ ຢາກລອງເບິ່ງ ຢູ່ແຫລ້ວ
ມັນຊິແພງຮອດລາ້ນ ປານນັ້ນບ່ໍ ລະຫື
ແມ່ນບ່ໍມີເງິນຊື້ ຂອງດີຊິບຸໃສ່ ພຸ້ນແຫລ້ວ
ແມ່ນເຖົ້າພ່ໍຊິຫາ້ມ ຊິລອງໝົ້ນເບິ່ງກອ່ນນາ
ວາ່ຊິພາກັນໜີ ຫາກບ່ໍມີເງິນຊື້



ຜູ່ຂ້ານີ້ບ່ໍປຣະສົງຕັ້ງແນວໃດຈັກຢາ່ງ
ຂໍນັ່ງຮຽງຈອກເຫລົ້າ ຖອງໄດ້ແມ່ນຊື່ນຄໍ ຂອ້ຍແຫລ້ວ..



..ແນວຜູ່ຮາ້ຍ ລີ້ຢູ່ຄືກົບ
ເຫັນຄົນມາ ຫລຸບລູ່ລົງນຳ້
ແນວນາມຂອ້ຍ ບັກຫອຍນາໜ້າຕຳ່
ມັນບ່ໍສົມຊາຕເຊື້ອ ເຄືອເຄົ້າບາ່ວພິຊາຍ..



..ຮັກກັນໄວ້ດີກວ່າຊັງກັນ ໃຫ້ມັນຍາວໆໄວ້ຄືເສົາໂທຣະເລຂ
ຢ່າຊຸສັ້ນຂໍ້ຫລໍ້ ຄືຂໍ້ຫມາກຂາມເດີ...



..ຜັດແຕ່ຟັງຄວາມເຈົ້າ ຄວາມເກົ່າເອົາມາຈາ
ມີແຕ່ພາທີຮັກ ແມ່ນບອ່ນໃດ໋ຈິງແທ້
ໃຜຊິເປັນອົງເຈົ້າ ອໍຣະຫັນຕັດສອ່ງ
ໃຜຊິມອງສອດຮູ້ ໃຈເຈົ້າວ່າບ່ໍຈິງ...



ຄວາຍບ່ໍກູນາຄາດ ຮານຄັນແທຢູ່ກຸ້ນກຸ່ນ
ໄຖບ່ໍກູນາແອກນອ້ຍ ຄວາຍບັກເຖົ້າເຊັດນຳ້ຕາ
ແມວບ່ໍກູນາຫິ້ງ ປະແຕ່ປາໄວ້ເທິງຂື່
ໄກ່ບ່ໍກູນາເຂົ້າກອ້ງ ປະຖິມ້ໄວ້ຄົກມອງ ໂປກ
ຄຸບ່ໍກູນານຳ້ ປະແຕ່ຮວງໄວ້ໂຂ່ງໂລ່ງ
ເກິກເກິເດີເດີ ເອິກ ໄກ່ແມ່ກ້າ ຫົວຍຸ່ມໄສ່ສາກມອງ
ກະຕາ໊ກໆໆໆໆໆໆ



ຮຽມນີ້ປອດອອ້ຍຊອ້ຍ ສເມີດັ່ງຕອງຕັດ
ຜັດແຕ່ເປັນຄົນມາ ກະບ່ໍມີໃຜຊອ້ນ
ຮຽມນີ້ເປັນດັ່ງສາຂາໄມ້ ລຳດຽວບ່ໍມີຄູ່
ໄມ້ຫາກມີແຕ່ຕົ້ນ ເຄືອສິກຽ້ວກະບໍ່ມີ
ຮຽມນີ້ເປັນດັ່ງດວງດອກໄມ້ ບານຢູ່ກາງດົງ
ຝົນບ່ໍຕົກລົງໂຮຍ ສິຫລົ່ນຂຸຄາຕົ້ນ

ບ່ໍຢາກເວົ້າພື້ນຮາ້ຍ ຢາ້ນເພິ່ນຢາກອາຍໂຕ

ຢາ້ນບັກໂມອາຍບັກແຕງ ສິແລ່ນຕຳບັກອຶນອ້ຍ

ບ່ໍຢາກເວົ້າຫາງແມງເງົາຜັດມາແຍ່

ບ່ໍຢາກເວົ້າແທ້ໆ ຫາງແຍ້ຜັດແຍ່ມາ

ຜັດແຕ່ເປັນກໍຂຶ້ນ ບໍ່ມີເຄືອສິກຽ້ວກຸ່ມ

ຜັດແຕ່ເປັນພຸ່ມໄມ້ ເຄືອສິກຽ້ວກະບໍ່ມີ

ຜັດແຕ່ເປັນໜອງຂຶ້ນ ບໍ່ມີປາສິມາໄຂ່

ຜັດແຕ່ເປັນແມ່ນຳ້ ປາສິບອ້ນກະບໍ່ມີ



ອ້າຍນີ້ ກ້ຽງອອດຫລອດ ປອດອອ້ຍຊອ້ຍ ສເມີດັ່ງຕອງຕັດ

ຜັດແຕ່ເປັນຄົນມາ ກະບໍ່ມີເມັຍຊອ້ນ

ຜັດແຕ່ເປັນກໍຂຶ້ນ ບໍ່ມີເຄືອສິກ້ຽວອຸ່ມ

ຜັດແຕ່ເປັນພຸ່ມໄມ້ ເຄືອສິກ້ຽວກະບໍ່ມີ

.ກ້ຽງຮອດບ້ານ ເຮືອນຊານກະແປນເປົ່າ

ມີແຕ່ບອ່ນໃຫ້ເຈົ້າມາຊົ້ນຮົ່ມເງົາ



ນອ້ງຜູ່ນອ້ຍ ບໍ່ຮູ້ຮອ່ມປັນຍາ
ບໍ່ແມ່ນຊາວນາວາ ສິສອ່ງເຫັນແປວນ້ຳ
ເຈົ້າຜູ່ໃໝຄຳຝັ້ນ ໄນຂັນບໍ່ເຫັນເງື່ອນ
ສັງມາຊຸກເຊຶ່ອງໄວ້ ໃນຫັ້ນສອ່ງບໍ່ເຫັນ



ແນນມິ່ງນັ້ນ ຄືດັ່ງວາສນາ
ບາຣະມີມຸງ ເລື່ອມງຳກວມກັ້ງ
ວາສນາເຄີຍສ້າງ ກອງບຸນຊາຕກອ່ນ
ເຄີຍໄດ້ເກັບດອກໄມ້ ໄນຕົ້ນຮວ່ມກໍ



ຊາຕາຄາດສິແຫ້ງຝົນຕົກຣິນກະບໍ່ຂຸ່ນ
ຊາຕາຄາດສິແລ້ງແສນສິຖວ້ມກະໄງ່ຜົງ
ຊາຕາຄາດສິໄດ້ສິບິນມາຄືນົກເຈົ່າ
ຊາຕາຄາດສິບໍ່ໄດ້ສິບິນຂວ້າມຈັ່ງນົກເຂົາ



ຢ້ານແຕ່ທາງພຸ້ນໂຄ້ງ ລັບຫລີກລົບຫນີ
ເວົ້າກັນມາເຫມິດປີ ສິຫລີກຫນີບໍ່ອາຍບໍ້
ວ່າແຕ່ຫົວໃຈເຈົ້າ ນັ້ນບໍ່ແບ່ງເປັນສອງ
ຂອ້ຍສິມີຈິຕດຽວ ຝາກໃຈໄວ້ນຳເຈົ້າ

ບໍ່ຢາກພັດພາກເຈົ້າ ເວຣຫາກຈອ່ງຈຳດຶງ
ໃຫ້ຄນຶງນຳຊາຍ ຜູ່ຫ່າງໄປໄກໜ້າ
ຕັ້ງແຕ່ນົກເຂົາຕູ້ ພາກໝູ່ກະຍັງວອນ
ຕັ້ງແຕ່ນົກເຂົາວອນ ພາກຄອນກະຍັງຮອ້ງ
ບາດວ່າເຈົ້າພາກຂອ້ຍ ຄວາມດຽວບໍ່ເອີ້ນສັ່ງ
ຄັນບໍ່ເອີ້ນສັ່ງໄກ້ ຂໍໃຫ້ເອີ້ນສັ່ງໄກແດ່ແມ

ນ້ອງນີ້ຄືດັ່ງບຸບຜາດົ້ວ ເລເຕເຫີຍກິ່ນ

ບໍ່ມີໃຜເບິ່ງສິ້ງ ຕານອ້ຍກະບໍ່ຫລຽວ

ຄືດັ່ງສາຂາໄມ້ ໂພໄຮບໍ່ມີໜວ່ຍ

ໝາກບໍ່ມີຢູ່ຕົ້ນ ກາອ້ຽງກະບໍ່ຕອມ

ແກ້ວກະຍັງຕາ່ງແກ້ວ ບໍ່ຄືດັ່ງດວງມນີ ອາ້ຍເອີຍ

ເຫັນແຕ່ຮົງຮົງໃສ ໝວ່ຍຂວງໃຜສິຮູ້

ເພິ່ນວ່າເວົ້າຊູ້ຕາ່ງບາ້ນ ຢາ້ນແຕ່ເພິ່ນປັນໃຈ

ບໍ່ຈັກໃຜສິມາຊົມ ບໍ່ຈັກໃຜສິມາຮັກ

ຍາດເອົາໄປຊອ້ນ ຊັ້ນແຫລ້ວ ອາ້ຍເອີຍ

ໄກຂໍໃຫ້ໄກແຕ່ໜ້າ ສິໄປມາບໍ່ໃຫ້ຫາ່ງ

ສ່ວນຈິຕນອ້ງກະຢູ່ນີ່ ໃຈນອ້ງກະຢູ່ນີ່

ຄວາມຮັກນອ້ງກະຢູ່ນີ່ ສິໄປພຸ້ນແຕ່ຫາ່ງຄີງ ອາ້ຍເອີຍ

ສັຈຈະທີ່ນອ້ງໃຫ້ ຄືໃຈນອ້ງຢູ່ທຸກຢາ່ງ

ສັຈຈະນອ້ງວ່າແລ້ວ ສິມາຍມາ້ງແມ່ນບໍ່ເປັນ

ສັຈຈະເວົ້າ ຄຳດຽວບໍ່ມີປ່ຽນ

ຄວາມຈິງບອກອາ້ຍແລ້ວ ຍັງແທ້ແຕ່ໂຕ ທໍ່ນັ້ນເດ໊

ວ່າບໍ່ຕົວະນາງນອ້ງ ຂອ້ຍຄອຍຄອງບໍ່ເຫັນຈິ່ມ

ຊາ່ງສິປະຂອ້ຍຖິ້ມ ກາງບາ້ນໃຫ້ເພິ່ນຫຍັນ ແທ້ນໍ

ສັງມາຕິແຖລງຫລົ້ມ ຕົມບໍ່ມີພະລາດໝື່ນ

ສັງມາພະລາດລົ້ມ ເດືອນຫ້າກອ່ນຝົນ

ຄອງຄອຍເຈົ້າ ຄອຍຫລາຍຈົນວ່າເບື່ອ

ຄວາມເວົ້າວ່າປີນີ້ ບາດເຖິງແລ້ວວ່າບໍ່ມາ

ຄອງຄອຍຖ້າ ຜີຕາຍບໍ່ກັບເກີດມາດອກ

ໃຫ້ເຈົ້າຫາໃຫ່ມຊອ້ນ ຊອນໄວ້ດັ່ງກາບປີ ນັ້ນແຫມ

ຄອງຄອຍເຈົ້າ ຈົນເຫມິດເຂດພັນສາ

ວ່າສິສິກອອກມາ ຜັດວ່າຄາກະຖິນທອດ

ເຫມິດກະຖິນແລ້ວ ກະຍັງເສີຍຢູ່ຄືເກົ່າ

ສິໃຫ້ຄອຍຮອດເຖົ້າ ເຊົາແລ້ວຂອ້ຍບໍ່ຄອຍ

ຄອຍຢູ່ໄຮ ່ເຈົ້າກະບໍ່ມາ

ຄອຍຢູ່ນາ ເຈົ້າກະບໍ່ຖອ່ງ

ຄອຍຢູ່ຫອ້ງ ຄຳ່ແລ້ວຢ້ານບໍ່ເຫັນ

ຄອງຄອຍເຈົ້າ ຈົນເຂົ້າໃຫ່ມມາເຖິງ

ຄອງຄອຍເຫິງ ຈົນເຂົ້າປານາແລ້ວ

ແນວນາມເຈົ້າ ຄົນດາຍຕົວະງ່າຍ

ຂອ້ຍຂໍເຊົາເຈົ້າໄວ້ ສິໄປເວົ້າບ່າວຊຽງ

ຄອງຄອຍເຈົ້າ ຢູ່ຫົວນາຂອງເກົ່າ

ນົກເຂົາຂັນ ກະແດດແດ້

ແຈນແວນຮອ້ງ ແຮ່ງຄິດຫລາຍ

ຄອງຄອຍເຈົ້າ ຄືກົບຂຽດຄອຍຝົນ

ຄືຄົນຈົນຄອຍຣວຍ ຢ້ານແຕ່ຕາຍບໍ່ເຫັນຊ້ຳ

ກ້ຽງແຕ່ນອກ ທາງໃນເປັນຫມາກເດື່ອ

ຫວານແຕ່ທາງນອກເນື້ອ ໃຈສົ້ມດັ່ງຫມາກນາວ ແທ້ນໍ

ກ້ຽງແຕ່ນອກ ທາງໄນຍັງດຳມືດ

ນີ້ລະນໍ ເພິ່ນວ່າກ້ຽງປາກບັ້ງ ຂັງຂ້ໍປາກກະທໍ

ກ້ຽງແຕ່ປາກເຈົ້າເວົ້າ ໃຈເຈົ້າເລົ່າໂງຄົດ

ໃຈຂົດໄປໂງມາ ປຽບດັ່ງງູລອຍນຳ້

ກຽ້ງແຕ່ຍາມຢາກໄດ້ ຄວາມໃດດີເອົາມາວ່າ

ບາດຫ່າໄດ້ຂອ້ຍແລ້ວ ມີມ້າຢ້ານຂີ່ຫນີ ໂລດເດ

ກຽ້ງແຕ່ປາກ ຄວາມຕົວະເຕັມກະຕ່າ

ບາດຫ່າຈັບໄດ້ແລ້ວ ສິຂາຍຫນ້າທໍ່ກະເຍີ ນີ້ເດ

ກຽ້ງແຕ່ຄວາມປາກເວົ້າ ຫົວໃຈກະແປນເປົ່າ

ບາດຫ່າເປີດເບິ່ງແລ້ວ ດົງຊ້າງກະບໍ່ປານ

ມັກອ້າຍເດ ອົກຊິເພແຕກຮ່າວ
ຄັນເປັນບ່າວໂສດວ່າງ ນາງນ້ອງຢາກຈອງໝາຍ
ຢ້ານແຕ່ອ້າຍຕິໂຕຮ້າຍ ບໍ່ມາໝາຍເອົາເປັນຄູ່
ຊິບໍ່ຊູເອົາເປັນຊູ້ ປະຖິ້ມໃຫ້ຮ່ຽວດາຍ

ຢ່າໄດ້ໄປລືມຖີ້ມ ຜັກກະເດົາຕົ້ນເກົ່າ
ຢ່າໄດ້ລະເຜົ່າເຊື້ອ ໄປຫຼົງຍ້ອງຜູ້ອື່ນດີ





ຢ່າມາຕິຖະແຫຼງເວົ້າ ເອົາໃຈນ້ອງບໍ່ເຊື່ອ
ບາດວ່າເມືອຮອດບ້ານ ເມັຽອ້າຍຊິວ່ານາງ



ຟັງເດີເຈົ້າ ເບົ້າລ່ຽນອິນຂຽນ
ພີ່ມາວຽນ ຈົນທາງເປັນໂສກ
ທຽວຂ້າມໂຄກ ຈົນຫົວເຂົ່າຄອນ
ນັບແຕ່ ພີ່ມາວອນ ມານ້ອມມາໜ່ຽວ
ນາງກໍເລີຍ ບໍ່ກ່ຽວ ຄວາມໝັ້ນສັນຍາ
ຕົວະໃຫ້ ເຄີກເວລາ ມາເສັຽດາຍດອກ
ຄັນບໍ່ມັກ ເປັນຫຍັງນ້ອງບໍ່ບອກ ມາແຕ່ຫົວທີ
ອັນນີ້ນາ ເວົ້າກັນມາຕັ້ງປີ ໝົດຢາຕັ້ງໝື່ນ

ຈົນວ່າຂັ້ນໄດມື່ນ ທຽວຂຶ້ນທຽວລົງ
ເຊີນນ້ອງບອກກົງໆ ເອົາບໍ່ຫຼືບໍ
ຄັນຊິເວົ້າວ່າບໍ່ ກໍໃຫ້ວ່າມາສາ
ຊິໄດ້ໝົດສົງກາ ຄວາມຊາຍໝາຍມາດ
ເຊີນນ້ອງເວົ້າໃຫ້ຂາດ ຕັດທ່ອນຮອນສິນ

ມັກອ້າຍເດ ອົກຊິເພແຕກຮ່າວ
ຄັນເປັນບ່າວໂສດວ່າງ ນາງນ້ອງຢາກຈອງໝາຍ
ຢ້ານແຕ່ອ້າຍຕິໂຕຮ້າຍ ບໍ່ມາໝາຍເອົາເປັນຄູ່
ຊິບໍ່ຊູເອົາເປັນຊູ້ ປະຖິ້ມໃຫ້ຮ່ຽວດາຍ



ປາຊິໄລລານ້ຳ ຄຳເອີຍຊິເອີ້ນສັ່ງ

ຄຳຊິໄກສາບສອ້ຍ ກອຍມັນຊິລາປ່າ

ປູປາຊິລານ້ຳ ເຂົ້າກ່ຳຊິລາໜອງ

ໜອງຊິລານ້ຳ ນາທາມຊິລາທົ່ງ

ນັບມື້ໄກກັນແລ້ວ ຫົວເຮືອຊິລາຝັ່ງ

ໝາກຂ່າງໄກໝາກກິ້ງ ຊິງຊິໃຫ້ຕໍ່ນົກທາ

ດວນດັນຫອມ ຊິຫ່າງກໍໄກຕົ້ນ

ຮວກຊິລາແມ່ນ້ຳ ນາງນ້ອຍຄອ່ຍຢູ່ດີ

ດົ້ງຊິລາມອ້ນ ສວນມອນຊິລາຈໍ່

ສີຊິລາໜ້າ ບາທາຊິລາເກີບ

ນໍຊິລາຊ້າງ ເສືອສາງຊິລາປ່າ

ທວນຊິລາຫຍ້າ ຝາເຮືອນທັງດວດ

ຊັ່ງຊິໄກລູກໂຕ້ນ ຄົນຊິໃຫ້ແອ່ວນຳ

ໝາຊິລາເຂົ້າປັ້ນ ກຣະສັນໃຫ້ແອ່ວນຳ

ບົວທອງຊິລາບຶງ ບ່າວພີ່ຊາຍຊິລານອ້ງ

ຜົມປົ່ງລາກະໂດ້ນ ຫວີຊິຊົ້ນບອ່ນໃດ

ດອກສມັ່ງລາຈາກຕົ້ນ ຟານເອີຍຊິລາໜ່າງ

ກາຊິໄລໄກ່ນອ້ຍ ອອ້ຍຊິຫ່າງຮາມສວນ

ຝົນຊິລາຟ້າ ປູປາຊິລາບວກ

ປີຊິລາກ້ວຍ ຄວາຍບັກເລຊິລາທົ່ງ

ປໍຊິລາເຊືອກອອ້ງ ຄວາຍນັ້ນຄ່ອຍຢູ່ດີ

ເສິບຊິລາປີ່ແອ້ ແຄນໄຄ້ຂຸ່ຍຊໍ

ສາລີຊິລາຫຍ້າ ກວຍຍາຊິລາຂ່ວນ

ຕິບນວດລາກະເຊົ້າ ບອກປູນນັ້ນຄ່ອຍຢູ່ດີ



ທາງພີ່ສ້າງ ຂົວແປ້ນ ນ້ອງບໍ່ນຳ ສານໍ
ທາງພີ່ສ້າງ ຂົວຄຳນ້ອງບໍ່ໄຕ່
ບາດຜູ້ບ່າວໄທໄກ ສ້າງແຕ່ຂົວໄມ້ອໍ້
ແຕ່ຕໍ ໄມ້ແຕ້ ເປັນສ້ຽນ ຊິຄ່ອຍຄານ ຊັ້ນບໍ່?



ເຈົ້າຜູ່ຈຸບຸຫນ້າ ພຣະຈັນທຣ໌ເພັງພຸທະແຈ່ມ ນອ້ງເອີຍ

ໃຜນໍຊິໄດ້ເຂົ້າຢູ່ຊອ້ນ ທຽມຂ້າງເມື່ອຊິນອນ



..ໃຜຜູ່ທຳດີໄວ້ຄວາມດີກະດຶງຈອ່ງ
ໃຜຜູ່ສ້າງບາບໄວ້ກັມຊິໄຊ້ເມື່ອລຸນ..

***********


ຕົກກະເທີນ
ຕົກກະເທີນວ່າໄດ້ປໍ້າສິນໍາຮອນຄູ່ສູ່ງ່າ
ພ້າບໍ່ບ່ານຂວານບໍ່ເປ້ຈໍາບ້ອວແມ່ນບໍ່ເຊົາ

ຕົກກະເທີນວ່າໄດ້ກໍາຄໍແກ້ວບໍ່ຫວັງວາງໃຫ້ເຫລົ້າເຫັ່ຽ
ຕົກກະເທີນວ່າໄດ້ກໍາຄໍກະທ້າງບໍ່ວາງໃຫ້ເຂັ່ຽຂີ້ດິນ

ຕົກກະເທີນວ່າໄດ້ຈັບຄັນໂຊ້ ລົງຫນອງສາສາດ
ສິຟາດໃຫ້ແຫ້ງເອົາປາຕົ້ມໃສ່ງາຍ

ຕົກກະເທີນວ່າແຕ່ຂ້ອຍໄດ້ເຈົ້າ
ເຂົ້າຢູ່ເລົ້າບໍ່ໃຫ້ຕ່າວຕໍາຕັກ
ຫລົວແລະຟືນບໍ່ໃຫ້ໄປດົງກ້ວາງ
ສາລີເຂົ້າຮວງດຽວບໍ່ໃຫ້ກ່ຽວ
ສິໃຫ້ຂອດອ້ອມປ້ອມຊອມຖ້າແຕ່ແຕ່ງໂຕ

*****

Ot ຂໍສເນີ

ຍາມເມື່ອຊົນລະທີນໍ້າ ໄຫລນອງຖ້ວມທົ່ງ
ມົດບໍ່ມີບ່ອນຊົ້ນ ປາກັ້ງອະເຫີ່ຍຫົວ
ຍາມເມື່ອເດືອນສາມສ້ຽງ ຊົນລະທີເຂີນຂາດ
ມົດກະເຈາະກະຈອກເວົ້າ ຫົວລໍ້ຕໍ່ປາ ແທ້ນໍ

ຄັນໄດ້ກິນຕ່ອນຊິ້ນ ຢ່າລືມແຫ່ງຄຸນຫມາ
ຂະໂມຍບໍ່ມາລັກ ກໍຄອບຫມານອນເຝົ້າ
ຢ່າໄດ້ລືມຄຸນເຖົ້າ ແມວຄໍາໂຕເກີດກ່ອນ
ຖົງໃຫມ່ຫນູບໍ່ຫຍໍ້າ ປາງນັ້ນກໍເພາະແມວ

More Lao proverbs can be found at http://angelfire.com/folk/prajna